YouVersion Logo
Search Icon

ໂຮເສອາ 3

3
ໂຮເສອາ​ກັບ​ຍິງ​ຜູ້​ບໍ່​ສັດຊື່
1ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ໄປ ແລະ​ສະແດງ​ຄວາມຮັກ​ກັບ​ຍິງ​ຄົນ​ໜຶ່ງ​ອີກ ທີ່​ມີ​ຄົນຮັກ​ແລ້ວ ແຕ່​ໄປ​ຫລີ້ນຊູ້. ໃຫ້​ເຈົ້າ​ຮັກ​ນາງ​ດັ່ງ​ພຣະເຈົ້າຢາເວ​ຮັກ​ປະຊາຊົນ​ອິດສະຣາເອນ ເຖິງ​ແມ່ນ​ວ່າ​ພວກເຂົາ​ຫັນ​ໄປ​ຫາ​ພະອື່ນ ແລະ​ນິຍົມກັນ​ຖວາຍ​ໝາກອະງຸ່ນ​ແຫ້ງ ແກ່​ຮູບເຄົາຣົບ​ທັງຫລາຍ​ກໍຕາມ.”
2ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຈ່າຍ​ເງິນ​ສິບຫ້າ​ຫລຽນ​ກັບ​ເຂົ້າເດືອຍ 150 ກິໂລກຼາມ ເພື່ອ​ຊື້​ເອົາ​ນາງ​ຄືນ​ມາ. 3ຂ້າພະເຈົ້າ​ບອກ​ນາງ​ວ່າ ນາງ​ຕ້ອງ​ຄອຍຖ້າ​ຂ້າພະເຈົ້າ​ເປັນ​ເວລາ​ນານ ໂດຍ​ບໍ່​ຕ້ອງ​ເປັນ​ໂສເພນີ​ຫລື​ຫລີ້ນຊູ້ ແລະ​ໃນ​ລະຫວ່າງ​ນີ້​ຂ້າພະເຈົ້າ​ຈະ​ຄອຍຖ້າ​ນາງ. 4ໃນ​ລັກສະນະ​ດຽວ​ນີ້​ແຫຼະ ປະຊາຊົນ​ອິດສະຣາເອນ​ຈະ​ຢູ່​ຢ່າງ​ບໍ່ມີ​ກະສັດ ຫລື​ຜູ້ນຳ​ເປັນ​ເວລາ​ນານ ແລະ​ຈະ​ບໍ່ມີ​ເຄື່ອງ​ເຜົາບູຊາ ຫລື​ຫີນ​ສັກສິດ ບໍ່ມີ​ຮູບເຄົາຣົບ​ຫລື​ເທວະຮູບ ເພື່ອ​ບອກ​ເຖິງ​ເລື່ອງ​ອະນາຄົດ. 5ແຕ່​ຫລັງຈາກ​ນັ້ນ ປະຊາຊົນ​ອິດສະຣາເອນ​ຈະ​ກັບຄືນ​ມາ ແລະ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ອີກເທື່ອໜຶ່ງ ແລະ​ຈະ​ກັບຄືນ​ໄປ​ຫາ​ເຊື້ອສາຍ​ຂອງ​ດາວິດ​ກະສັດ​ຂອງ​ພວກເຂົາ. ໃນ​ເວລາ​ນັ້ນ ພວກເຂົາ​ຈະ​ຢຳເກງ​ພຣະເຈົ້າຢາເວ ແລະ​ຈະ​ໄດ້​ຮັບ​ສິ່ງ​ດີ​ທີ່​ພຣະອົງ​ຈະ​ໂຜດ​ໃຫ້.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Videos for ໂຮເສອາ 3