ໂຮເສອາ 2
2
1ສະນັ້ນ ຈົ່ງເອີ້ນໝູ່ເພື່ອນຂອງເຈົ້າວ່າ, “ປະຊາຊົນຂອງພຣະເຈົ້າ” ແລະ “ຜູ້ໄດ້ຮັບຄວາມຮັກຈາກອົງພຣະຜູ້ເປັນເຈົ້າ.”
ນາງໂກເມຜູ້ນອກໃຈ ຊາດອິດສະຣາເອນຜູ້ບໍ່ສັດຊື່
2ລູກເອີຍ ຈົ່ງຮ້ອງຂໍຕໍ່ແມ່ຂອງເຈົ້າ ເຖິງແມ່ນວ່ານາງບໍ່ແມ່ນເມຍຂອງເຮົາອີກຕໍ່ໄປກໍຕາມ ແລະເຮົາກໍບໍ່ແມ່ນຜົວຂອງນາງອີກກໍດີ. ຈົ່ງຮ້ອງຂໍໃຫ້ນາງເຊົາຫລີ້ນຊູ້ແລະເຊົາເປັນໂສເພນີ. 3ຖ້ານາງບໍ່ເຊົາ ເຮົາຈະເປືອຍກາຍນາງໃຫ້ເປັນດັ່ງມື້ທີ່ນາງໄດ້ເກີດມາ. ເຮົາຈະເຮັດໃຫ້ນາງເປັນດັ່ງດິນທີ່ແຫ້ງແລ້ງແລະທຸລະກັນດານ ນາງຈະຕາຍເພາະຫິວນໍ້າ. 4ເຮົາຈະບໍ່ສົງສານລູກຂອງນາງ; ເພາະພວກເຂົາເປັນລູກຂອງໂສເພນີ. 5ນາງເອງໄດ້ເວົ້າວ່າ, “ຂ້ອຍຈະໄປຫາຄົນຮັກຂອງຂ້ອຍ ເພາະພວກເຂົາໄດ້ນຳເອົາສິ່ງເຫຼົ່ານີ້ມາໃຫ້ຂ້ອຍ ເຊັ່ນ: ອາຫານແລະນໍ້າ, ເຄື່ອງຂົນແກະ, ຜ້າເນື້ອລະອຽດ, ນໍ້າມັນໝາກກອກເທດ ແລະເຫຼົ້າອະງຸ່ນ.”
6ສະນັ້ນ ເຮົາຈຶ່ງຈະກີດກັ້ນນາງດ້ວຍພຸ່ມໜາມ ແລະຈະສ້າງກຳແພງຕັນທາງຂອງນາງໄວ້. 7ນາງຈະແລ່ນຕິດຕາມຄົນຮັກໄປ ແຕ່ກໍຈະບໍ່ທັນພວກເຂົາ; ນາງຈະຊອກຫາພວກເຂົາ ແຕ່ຈະບໍ່ພົບ. ແລ້ວນາງກໍຈະເວົ້າວ່າ, “ຂ້ອຍຈະກັບຄືນໄປຫາຜົວເກົ່າຂອງຂ້ອຍ ເພາະແຕ່ກ່ອນຂ້ອຍເຄີຍສະໜຸກສະບາຍກວ່າດຽວນີ້.”
8ນາງບໍ່ຮູ້ເລີຍວ່າ ເຮົາເປັນຜູ້ເອົາເຂົ້າສາລີ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ ແລະເງິນຄຳທັງໝົດ ຊຶ່ງນາງໃຊ້ຂາບໄຫວ້ພະບາອານນັ້ນໃຫ້ແກ່ນາງ. 9ດັ່ງນັ້ນ ໃນເວລາເກັບກ່ຽວ ເຮົາຈຶ່ງຈະເອົາ ເຂົ້າສາລີແລະເຫຼົ້າອະງຸ່ນທີ່ເຮົາໃຫ້ແກ່ນາງນັ້ນຄືນມາ ທັງຈະເອົາຂົນແກະແລະຜ້າເນື້ອລະອຽດ ທີ່ເຮົາໃຫ້ນາງນຸ່ງນັ້ນຄືນມາດ້ວຍ. 10ແລ້ວເຮົາກໍຈະແກ້ເຄື່ອງນຸ່ງຂອງນາງອອກຕໍ່ໜ້າຄົນຮັກຂອງນາງ ແລະຈະບໍ່ມີຜູ້ໃດຊ່ວຍນາງໃຫ້ພົ້ນຈາກອຳນາດຂອງເຮົາໄດ້. 11ເຮົາຈະເຮັດໃຫ້ຄວາມມ່ວນຊື່ນທັງໝົດສິ້ນສຸດລົງ ເຊັ່ນ: ບຸນປະຈຳເດືອນ, ປະຈຳອາທິດ ແລະການຊຸມນຸມໃນເທດສະການຕ່າງໆ. 12ເຮົາຈະທຳລາຍເຄືອອະງຸ່ນແລະກົກໝາກເດື່ອເທດຂອງນາງ ຊຶ່ງນາງເວົ້າວ່າ, ແມ່ນຄົນຮັກທີ່ເອົາໃຫ້ນາງ ເພາະນາງຮັບໃຊ້ບໍລິການພວກເຂົາ. ເຮົາຈະເຮັດໃຫ້ສວນໝາກອະງຸ່ນ ແລະສວນໝາກໄມ້ທັງຫລາຍຂອງນາງ ເປັນຖິ່ນແຫ້ງແລ້ງກັນດານ; ຝູງສັດປ່າຈະທຳລາຍສິ່ງເຫຼົ່ານັ້ນຖິ້ມ. 13ເຮົາຈະລົງໂທດນາງສຳລັບເວລາທີ່ນາງໄດ້ລືມໄລເຮົາ ຄືເມື່ອນາງເຜົາເຄື່ອງຫອມບູຊາໃຫ້ແກ່ພະບາອານ ແລະໃສ່ເຄື່ອງເພັດພອຍໜີຕາມຄົນຮັກໄປ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ຄວາມຮັກທີ່ມີແກ່ປະຊາຊົນຂອງພຣະອົງ
14ເພາະສະນັ້ນ ເຮົາຈະພານາງໄປສູ່ຖິ່ນແຫ້ງແລ້ງກັນດານອີກ ແລະໃນທີ່ນັ້ນ ເຮົາຈະເວົ້າເກ່ຍກ່ອມນາງຄືນດ້ວຍຖ້ອຍຄຳແຫ່ງຄວາມຮັກ. 15ເຮົາຈະຄືນສວນອະງຸ່ນໃຫ້ແກ່ນາງ ແລະຈະເຮັດໃຫ້ຮ່ອມພູລຳບາກເປັນປະຕູແຫ່ງຄວາມຫວັງ. ນາງຈະຕອບສະໜອງເຮົາຢູ່ທີ່ນັ້ນ ດັ່ງນາງໄດ້ເຄີຍເຮັດມາໃນຄາວຍັງໜຸ່ມ ຄືເມື່ອຄາວໜີອອກມາຈາກປະເທດເອຢິບນັ້ນ. 16ແລ້ວນາງກໍຈະເອີ້ນເຮົາອີກຄັ້ງໜຶ່ງວ່າເປັນຜົວຂອງນາງ ນາງຈະບໍ່ເອີ້ນເຮົາຕໍ່ໄປວ່າພະບາອານຂອງນາງ. 17ເຮົາຈະບໍ່ໃຫ້ນາງເອີ່ຍເຖິງຊື່ພະບາອານອີກຈັກເທື່ອ.
18ໃນເວລານັ້ນ ເຮົາຈະເຮັດພັນທະສັນຍາກັບສັດປ່າແລະຝູງນົກທັງປວງ ເພື່ອວ່າພວກມັນຈະບໍ່ທຳຮ້າຍປະຊາຊົນຂອງເຮົາ. ເຮົາຈະເອົາອາວຸດແຫ່ງການຮົບເສິກໜີໄປຈາກດິນແດນ ຄືດາບແລະລູກທະນູ ແລະຈະໃຫ້ປະຊາຊົນຂອງເຮົາມີຊີວິດຢູ່ຢ່າງສຸກສະບາຍ ແລະປອດໄພ.
19ຊາດອິດສະຣາເອນເອີຍ ເຮົາຈະໃຫ້ເຈົ້າເປັນເມຍຂອງເຮົາ
ເຮົາຈະຈິງໃຈແລະສັດຊື່ຕໍ່ເຈົ້າ;
ເຮົາຈະໃຫ້ຄວາມຮັກໝັ້ນຄົງແກ່ເຈົ້າ
ແລະຄວາມເມດຕາແກ່ເຈົ້າສະເໝີ
ແລະຈະໃຫ້ເຈົ້າເປັນຂອງເຮົາ
ຕະຫລອດໄປເປັນນິດ.
20ເຮົາຈະຮັກສາຄຳສັນຍາວ່າເຈົ້າເປັນຂອງເຮົາ
ແລ້ວເຈົ້າກໍຈະຮັບຮູ້ພຣະເຈົ້າຢາເວ.
21ໃນເວລານັ້ນເຮົາຈະຕອບຄຳພາວັນນາອະທິຖານ
ທີ່ອິດສະຣາເອນ ປະຊາຊົນຂອງເຮົາທູນຂໍນັ້ນ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
22ເຮົາຈະເທຝົນແກ່ແຜ່ນດິນໂລກ
ແລະໃຫ້ເກີດມີເຂົ້າສາລີ ໝາກອະງຸ່ນ ໝາກກອກເທດ.
23ເຮົາຈະໃຫ້ປະຊາຊົນຂອງເຮົາຕັ້ງຫຼັກແຫຼ່ງຢູ່ໃນດິນແດນ
ແລະໃຫ້ອຸດົມສົມບູນຍິ່ງໆຂຶ້ນ.
ເຮົາຈະໃຫ້ຄວາມຮັກຕໍ່ຜູ້ທີ່ຖືກເອີ້ນວ່າ, “ຂາດຮັກ” ແລະຜູ້ທີ່ຖືກເອີ້ນວ່າ,
“ບໍ່ແມ່ນປະຊາຊົນຂອງເຮົາ” ດ້ວຍ.
ເຮົາຈະກ່າວວ່າ, “ພວກເຈົ້າເປັນປະຊາຊົນຂອງເຮົາ.”
ພວກເຂົາຈະຕອບວ່າ, “ພຣະອົງຊົງເປັນພຣະເຈົ້າຂອງພວກຂ້ານ້ອຍ.”
Currently Selected:
ໂຮເສອາ 2: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.