ໂຮເສອາ 3
3
ໂຮເສອາກັບຍິງຜູ້ບໍ່ສັດຊື່
1ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງໄປ ແລະສະແດງຄວາມຮັກກັບຍິງຄົນໜຶ່ງອີກ ທີ່ມີຄົນຮັກແລ້ວ ແຕ່ໄປຫລີ້ນຊູ້. ໃຫ້ເຈົ້າຮັກນາງດັ່ງພຣະເຈົ້າຢາເວຮັກປະຊາຊົນອິດສະຣາເອນ ເຖິງແມ່ນວ່າພວກເຂົາຫັນໄປຫາພະອື່ນ ແລະນິຍົມກັນຖວາຍໝາກອະງຸ່ນແຫ້ງ ແກ່ຮູບເຄົາຣົບທັງຫລາຍກໍຕາມ.”
2ສະນັ້ນ ຂ້າພະເຈົ້າຈຶ່ງຈ່າຍເງິນສິບຫ້າຫລຽນກັບເຂົ້າເດືອຍ 150 ກິໂລກຼາມ ເພື່ອຊື້ເອົານາງຄືນມາ. 3ຂ້າພະເຈົ້າບອກນາງວ່າ ນາງຕ້ອງຄອຍຖ້າຂ້າພະເຈົ້າເປັນເວລານານ ໂດຍບໍ່ຕ້ອງເປັນໂສເພນີຫລືຫລີ້ນຊູ້ ແລະໃນລະຫວ່າງນີ້ຂ້າພະເຈົ້າຈະຄອຍຖ້ານາງ. 4ໃນລັກສະນະດຽວນີ້ແຫຼະ ປະຊາຊົນອິດສະຣາເອນຈະຢູ່ຢ່າງບໍ່ມີກະສັດ ຫລືຜູ້ນຳເປັນເວລານານ ແລະຈະບໍ່ມີເຄື່ອງເຜົາບູຊາ ຫລືຫີນສັກສິດ ບໍ່ມີຮູບເຄົາຣົບຫລືເທວະຮູບ ເພື່ອບອກເຖິງເລື່ອງອະນາຄົດ. 5ແຕ່ຫລັງຈາກນັ້ນ ປະຊາຊົນອິດສະຣາເອນຈະກັບຄືນມາ ແລະສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາອີກເທື່ອໜຶ່ງ ແລະຈະກັບຄືນໄປຫາເຊື້ອສາຍຂອງດາວິດກະສັດຂອງພວກເຂົາ. ໃນເວລານັ້ນ ພວກເຂົາຈະຢຳເກງພຣະເຈົ້າຢາເວ ແລະຈະໄດ້ຮັບສິ່ງດີທີ່ພຣະອົງຈະໂຜດໃຫ້.
Currently Selected:
ໂຮເສອາ 3: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: