YouVersion Logo
Search Icon

ໂຮເສອາ 12

12
1ທຸກສິ່ງ​ທີ່​ປະຊາຊົນ​ເອຟຣາອິມ​ໄດ້​ປະພຶດ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ​ນັ້ນ ລ້ວນແຕ່​ບໍ່ມີ​ປະໂຫຍດ ແລະ​ສູນເສຍ​ໄປ​ທັງນັ້ນ. ການ​ຫັກຫລັງ​ແລະ​ການກະທຳ​ອັນ​ຮຸນແຮງ ມີ​ເພີ່ມຂຶ້ນ​ໃນ​ທ່າມກາງ​ພວກເຂົາ. ພວກເຂົາ​ເຮັດ​ຂໍ້​ຕົກລົງ​ກັບ​ອັດຊີເຣຍ ແລະ​ເຮັດ​ທຸລະກິດ​ກັບ​ປະເທດ​ເອຢິບ.
2ພຣະເຈົ້າຢາເວ​ມີ​ຄຳ​ກ່າວ​ຟ້ອງ​ປະຊາຊົນ​ຢູດາ; ພຣະອົງ​ຍັງ​ຈະ​ລົງໂທດ​ຊາດ​ອິດສະຣາເອນ ຍ້ອນ​ວິທີ​ປະພຶດ​ຂອງ​ປະຊາຊົນ. ພຣະອົງ​ຈະ​ໃຫ້​ຜົນ​ກຳ​ນຳ​ສະໜອງ​ພວກເຂົາ. 3ຢາໂຄບ ບັນພະບຸລຸດ​ຂອງ​ພວກເຂົາ ໄດ້​ຕໍ່ສູ້​ກັບ​ເອຊາວ​ອ້າຍ​ແຝດ​ຂອງຕົນ ໃນ​ຂະນະທີ່​ທັງສອງ​ຍັງ​ຢູ່​ໃນ​ທ້ອງ​ແມ່; ເມື່ອ​ຢາໂຄບ​ໃຫຍ່​ຂຶ້ນ​ມາ ລາວ​ກໍໄດ້​ຕໍ່ສູ້​ພຣະເຈົ້າ 4ຄື​ລາວ​ໄດ້​ຕໍ່ສູ້​ກັບ​ເທວະດາ​ຈົນ​ຊະນະ. ລາວ​ໄດ້​ຮ້ອງໄຫ້​ແລະ​ຂໍ​ພອນ. ທີ່​ເບັດເອນ ພຣະເຈົ້າ​ໄດ້​ລົງ​ມາ​ຫາ​ຢາໂຄບ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ​ຢູ່​ທີ່​ນັ້ນ​ພຣະອົງ​ໄດ້​ກ່າວ​ແກ່​ລາວ. 5ນີ້​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າຢາເວ​ແມ່ນ​ນາມ​ຂອງ​ພຣະອົງ. 6ດ້ວຍເຫດນີ້ ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ກັບຄືນ​ໄປ​ຫາ​ພຣະອົງ​ເທີ້ນ. ຈົ່ງ​ສັດຊື່​ແລະ​ທ່ຽງທຳ ແລະ​ຈົ່ງ​ຄອຍຖ້າ​ພຣະເຈົ້າ​ຂອງ​ພວກເຈົ້າ ດຳເນີນການ​ດ້ວຍ​ຄວາມ​ອົດທົນ.
ຄຳ​ພິພາກສາ​ໂທດ​ທີ່​ມີ​ໃນ​ຄາວ​ຕໍ່ໄປ
7ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ເອຟຣາອິມ​ບໍ່​ສັດຊື່​ດັ່ງ​ຊາວ​ການາອານ; ພວກເຂົາ​ມັກ​ໃຊ້​ຕາຊັ່ງ​ຕາຊິງ​ສໍ້ໂກງ​ລູກຄ້າ​ຂອງຕົນ. 8ພວກເຂົາ​ເວົ້າ​ວ່າ, ‘ພວກເຮົາ​ຮັ່ງມີ ພວກເຮົາ​ມີ​ຊັບສົມບັດ​ຫລາຍ. ບໍ່ມີ​ຜູ້ໃດ​ຟ້ອງຮ້ອງ​ພວກເຮົາ​ວ່າ ຮັ່ງມີ​ຍ້ອນ​ຄວາມ​ບໍ່​ສັດຊື່​ໄດ້​ດອກ.’ 9ແຕ່​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ພຣະອົງ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ຜ້າເຕັນ​ອີກ​ດັ່ງ​ພວກເຈົ້າ​ເຄີຍ​ອາໄສ​ຢູ່ ຄາວ​ທີ່​ເຮົາ​ມາ​ຫາ​ພວກເຈົ້າ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ.
10ເຮົາ​ໄດ້​ກ່າວ​ແກ່​ພວກ​ຜູ້ທຳນວາຍ ແລະ​ໃຫ້​ພວກເຂົາ​ເຫັນ​ນິມິດ​ຫລາຍຢ່າງ ແລະ​ເຮົາ​ໄດ້​ເຕືອນ​ປະຊາຊົນ​ຂອງເຮົາ ຜ່ານ​ທາງ​ຜູ້ທຳນວາຍ​ເຫຼົ່ານັ້ນ. 11ແຕ່​ການ​ຂາບໄຫວ້​ຮູບເຄົາຣົບ​ໃນ​ກີເລອາດ​ຍັງ​ມີ​ຢູ່ ແລະ​ພວກ​ທີ່​ຂາບໄຫວ້​ຮູບເຄົາຣົບ​ເຫຼົ່ານັ້ນ​ກໍ​ຈະ​ຕາຍ. ການ​ເຜົາບູຊາ​ງົວເຖິກ​ໃນ​ກິນການ​ຍັງ​ມີ​ຢູ່ ແລະ​ແທ່ນບູຊາ​ທັງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍ​ຈະ​ກາຍເປັນ​ກອງ​ຫີນ​ຢູ່​ກາງ​ທົ່ງນາ.”
12ຢາໂຄບ ບັນພະບຸລຸດ​ຂອງ​ພວກເຮົາ​ຕ້ອງ​ໜີໄປ​ເມໂຊໂປຕາເມຍ ບ່ອນ​ທີ່​ລາວ​ໄດ້​ເຮັດ​ວຽກ​ໃຫ້​ຊາຍ​ຄົນ​ໜຶ່ງ ຄື​ລ້ຽງ​ແກະ​ໃຫ້​ເຂົາ​ເພື່ອ​ຈະ​ໄດ້​ເມຍ. 13ພຣະເຈົ້າຢາເວ​ໄດ້​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ ມາ​ຊ່ວຍກູ້​ເອົາ​ຊາວ​ອິດສະຣາເອນ​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ ແລະ​ເພື່ອ​ດູແລ​ພວກເຂົາ. 14ແຕ່​ເອຟຣາອິມ​ໄດ້​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ​ຢ່າງ​ຂົມຂື່ນ; ພວກເຂົາ​ສົມຄວນ​ຕາຍ ຍ້ອນ​ການ​ປະພຶດ​ຊົ່ວ​ນັ້ນ. ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ພວກເຂົາ ທີ່​ໄດ້​ເຮັດ​ໃຫ້​ພຣະອົງ​ຕ້ອງ​ອັບອາຍ​ຂາຍໜ້າ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Videos for ໂຮເສອາ 12