YouVersion Logo
Search Icon

ໂຮເສອາ 11

11
ຄວາມຮັກ​ຂອງ​ພຣະເຈົ້າ​ທີ່​ມີ​ຕໍ່​ພວກ​ກະບົດ
1ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ,
“ຄາວ​ທີ່​ຊາດ​ອິດສະຣາເອນ​ຍັງ​ເປັນ ເດັກນ້ອຍ​ຢູ່​ນັ້ນ
ເຮົາ​ຮັກ​ລາວ​ແລະ​ເອີ້ນ​ລາວ​ໃຫ້​ອອກ
ມາ​ຈາກ​ປະເທດ​ເອຢິບ​ໃນ​ຖານະ​ເປັນ​ລູກຊາຍ.
2ແຕ່​ເຮົາ​ໄດ້​ເອີ້ນ​ເອົາ​ລາວ​ຫລາຍ​ເທົ່າໃດ
ລາວ​ກໍ​ຍິ່ງ​ຫັນໜີ​ຈາກ​ເຮົາ ໄປ​ຫລາຍ​ເທົ່ານັ້ນ.
ປະຊາຊົນ​ຂອງເຮົາ​ໄດ້​ຖວາຍ​ສັດ​ບູຊາ​ແກ່​ພະບາອານ
ແລະ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ຖວາຍ​ແກ່​ຮູບເຄົາຣົບ.
3ແຕ່​ແມ່ນ​ເຮົາ​ນີ້​ແຫຼະ ທີ່​ເປັນ​ຜູ້​ໄດ້​ສັ່ງສອນ
ໃຫ້​ຊາດ​ອິດສະຣາເອນ​ຍ່າງ​ໄປມາ​ໄດ້.
ເຮົາ​ໄດ້​ອູ້ມ​ປະຊາຊົນ​ຂອງເຮົາ​ໄວ້​ໃນ​ອ້ອມ​ແຂນ
ແຕ່​ພວກເຂົາ​ບໍ່​ຮັບຮູ້​ເຮົາ​ວ່າ​ເປັນ​ຜູ້ດູແລ​ພວກ​ເຂົາເຈົ້າ.
4ເຮົາ​ໄດ້​ໃຊ້​ທັງ​ຄວາມຮັກ ແລະ​ຄວາມ​ອ່ອນຫວານ
ເປັນ​ເຄື່ອງຊັກຈູງ​ໃຈ​ໃຫ້​ພວກເຂົາ​ກັບ​ມາ​ຫາ​ເຮົາ​ອີກ.
ເຮົາ​ໄດ້​ໂຊມ​ພວກເຂົາ​ລຸກ​ຂຶ້ນ​ທັງ​ແນບ​ໃສ່​ແກ້ມ​ເຮົາ
ແລະ​ກົ້ມ​ລົງ​ລ້ຽງ​ດູແລ​ພວກເຂົາ​ໄວ້.
5ແຕ່​ພວກເຂົາ​ບໍ່​ຍອມ​ກັບຄືນ​ມາ​ຫາ​ເຮົາ; ສະນັ້ນ ພວກເຂົາ​ຈຶ່ງ​ຕ້ອງ​ກັບຄືນ​ໄປ​ປະເທດ​ເອຢິບ ແລະ​ກະສັດ​ແຫ່ງ​ອັດຊີເຣຍ​ຈະ​ປົກຄອງ​ພວກເຂົາ. 6ສົງຄາມ​ຈະ​ທຳລາຍ​ເມືອງ​ຂອງ​ພວກເຂົາ ແລະ​ທຳລາຍ​ປະຕູ​ເມືອງ​ໃຫ້​ເພພັງ​ໄປ. ມັນ​ຈະ​ທຳລາຍ​ປະຊາຊົນ​ຂອງເຮົາ ເພາະ​ພວກເຂົາ​ເຮັດ​ຕາມ​ທີ່​ພວກເຂົາ​ເຫັນຊອບ. 7ພວກເຂົາ​ຂືນ​ໜີໄປ​ຈາກ​ເຮົາ. ພວກເຂົາ​ຈະ​ຮ້ອງໄຫ້​ຍ້ອນ​ແບກ​ແອກ ແລະ​ຈະ​ບໍ່ມີ​ຜູ້ໃດ​ປົດ​ແອກ​ອອກ​ໃຫ້​ພວກເຂົາ​ໄດ້.
8ເອຟຣາອິມ​ເອີຍ ເຮົາ​ຈະ​ເຊົາ​ກ່ຽວຂ້ອງ​ກັບ​ເຈົ້າ​ໄດ້​ຢ່າງໃດ? ຊາດ​ອິດສະຣາເອນ​ເອີຍ
ເຮົາ​ຈະ​ປະຖິ້ມ​ເຈົ້າ​ໄປ​ໄດ້​ຢ່າງໃດ?
ເຮົາ​ຈະ​ທຳລາຍ​ເຈົ້າ​ດັ່ງ​ທຳລາຍ​ອັດມາ​ກໍ​ບໍ່ໄດ້
ຫລື​ເຮັດ​ຕໍ່​ເຈົ້າ​ດັ່ງ​ທີ່​ເຮັດ​ຕໍ່​ເຊບົວອິມ​ນັ້ນ?
ຈິດໃຈ​ເຮົາ​ບໍ່​ຍອມ​ໃຫ້​ເຮົາ​ເຮັດ​ດັ່ງນັ້ນ​ເລີຍ
ຄວາມຮັກ​ທີ່​ເຮົາ​ມີ​ກໍ​ແຮງ​ທີ່ສຸດ​ສຳລັບ​ເຈົ້າ.
9ເຮົາ​ຈະ​ບໍ່​ລົງໂທດ​ເຈົ້າ​ຢ່າງ​ຄຽດແຄ້ນ​ໜັກ​ດອກ
ເຮົາ​ຈະ​ບໍ່​ທຳລາຍ​ເອຟຣາອິມ​ຕໍ່ໄປ​ອີກ.
ເພາະ​ເຮົາ​ເປັນ​ພຣະເຈົ້າ​ແລະ​ບໍ່ແມ່ນ​ມະນຸດ
ເຮົາ​ຜູ້​ບໍຣິສຸດ​ຢູ່​ນຳ​ເຈົ້າ​ຈະ​ມາ​ຫາ​ແລະ​ອີດູ​ເຈົ້າ.
10ພວກເຂົາ​ຈະ​ຕິດຕາມ​ພຣະເຈົ້າຢາເວ​ໄປ ເມື່ອ​ເຮົາ​ຮ້ອງ​ຄຳຣາມ​ເໝືອນ​ສິງ ໃສ່​ສັດຕູ​ຂອງ​ພວກເຂົາ. ພວກເຂົາ​ຈະ​ຟ້າວ​ມາ​ຫາ​ເຮົາ​ຈາກ​ທິດ​ຕາເວັນຕົກ. 11ພວກເຂົາ​ຈະ​ມາ​ຈາກ​ປະເທດ​ເອຢິບ​ຢ່າງ​ວ່ອງໄວ​ເໝືອນ​ນົກ ແລະ​ມາ​ຈາກ​ອັດຊີເຣຍ​ເໝືອນ​ນົກເຂົາ. ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ບ້ານເຮືອນ​ຂອງ​ພວກເຂົາ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.
ອິດສະຣາເອນ​ແລະ​ຢູດາ​ຖືກ​ລົງໂທດ
12ປະຊາຊົນ​ເອຟຣາອິມ​ອ້ອມຮອບ​ເຮົາ​ໄວ້ ດ້ວຍ​ການຕົວະ​ແລະ​ການ​ຫລອກລວງ ແລະ​ປະຊາຊົນ​ຢູດາ​ກໍ​ຍັງ​ເປັນ​ກະບົດ​ຕໍ່ສູ້​ເຮົາ​ຢູ່ ຄື​ຕໍ່ສູ້​ພຣະເຈົ້າ​ອົງ​ສັດຊື່​ແລະ​ບໍຣິສຸດ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Videos for ໂຮເສອາ 11