ໂຮເສອາ 13
13
ພຣະເຈົ້າລົງໂທດອິດສະຣາເອນຄັ້ງສຸດທ້າຍ
1ໃນອະດີດ ເມື່ອເຜົ່າເອຟຣາອິມເວົ້າວ່າ ເຜົ່າອື່ນໆກໍຢ້ານຢຳ; ພວກເຂົາໃຫ້ຄວາມເຄົາຣົບນັບຖືແກ່ເອຟຣາອິມ. ແຕ່ປະຊາຊົນໄດ້ເຮັດບາບຍ້ອນຂາບໄຫວ້ພະບາອານ ແລະຍ້ອນການປະພຶດເຊັ່ນນີ້ ພວກເຂົາຈະຕາຍ. 2ພວກເຂົາຍັງສືບຕໍ່ເຮັດບາບ ໂດຍຫລໍ່ຮູບດ້ວຍໂລຫະໄວ້ຂາບໄຫວ້ ຄືຫລໍ່ຮູບເຄົາຣົບເປັນເງິນ ອອກແບບຕາມຄວາມຄິດຂອງມະນຸດ ແລະເຮັດຂຶ້ນດ້ວຍສີມືຂອງມະນຸດ. ແລ້ວພວກເຂົາກໍເວົ້າວ່າ, “ຈົ່ງຖວາຍເຄື່ອງເຜົາບູຊາແກ່ຮູບເຫຼົ່ານີ້.” ຄົນຈະຈູບຮູບນັ້ນໄດ້ບໍ? ເພາະມັນເປັນຮູບງົວເຖິກ. 3ເພາະສະນັ້ນ ປະຊາຊົນເຫຼົ່ານີ້ຈຶ່ງຈະດັບສູນໄປ ດັ່ງນໍ້າໝອກແລະນໍ້າຄ້າງໃນຕອນເຊົ້າ ພວກເຂົາຈະເປັນດັ່ງແກບທີ່ລົມພັດຈາກລານຟາດເຂົ້າ ແລະດັ່ງຄວັນໄຟຈາກທໍ່ເຕົາໄຟ.
4ອົງພຣະຜູ້ເປັນເຈົ້າກ່າວວ່າ, “ແຕ່ເຮົາເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ. ພວກເຈົ້າບໍ່ມີພຣະເຈົ້າອົງອື່ນນອກຈາກເຮົາ. ເຮົາເປັນພຣະຜູ້ຊ່ວຍໃຫ້ພົ້ນອົງດຽວຂອງພວກເຈົ້າ. 5ເຮົາໄດ້ລ້ຽງພວກເຈົ້າໃນບ່ອນແຫ້ງແລ້ງ ແລະໃນຖິ່ນແຫ້ງແລ້ງກັນດານ. 6ແຕ່ເມື່ອພວກເຈົ້າໄດ້ເຂົ້າໄປຢູ່ໃນດິນແດນອັນອຸດົມສົມບູນແລະຮັ່ງມີ ພວກເຈົ້າໄດ້ກິນອີ່ມໜຳສຳລານ ແລ້ວພວກເຈົ້າກໍຈອງຫອງ ແລະລືມໄລເຮົາ. 7ສະນັ້ນ ເຮົາຈຶ່ງຈະໂດດກັດພວກເຈົ້າເໝືອນສິງ. ເຮົາຈະເປັນດັ່ງເສືອດາວທີ່ນອນຄອຍຢູ່ຕາມທາງຂອງພວກເຈົ້າ. 8ເຮົາຈະຄຸບກັດພວກເຈົ້າເໝືອນໝີທີ່ສູນເສຍລູກຂອງມັນ; ເຮົາຈະຈີກພວກເຈົ້າອອກ. ເຮົາຈະເປັນດັ່ງສິງທີ່ຈີກພວກເຈົ້າກິນຄາບ່ອນ ແລະຈະເປັນດັ່ງສັດປ່າທີ່ຈີກພວກເຈົ້າອອກເປັນຕ່ອນໆ.
9ປະຊາຊົນອິດສະຣາເອນເອີຍ ເຮົາຈະທຳລາຍພວກເຈົ້າ. ແລ້ວຜູ້ໃດແດ່ຈະຊ່ວຍພວກເຈົ້າໄດ້? 10ພວກເຈົ້າໄດ້ຮ້ອງຂໍເອົາກະສັດແລະບັນດາຜູ້ນຳ; ແຕ່ພວກເຂົາຈະຊ່ວຍປະເທດໃຫ້ພົ້ນໄພໄດ້ຢ່າງໃດ? 11ດ້ວຍຄວາມໂກດຮ້າຍ ເຮົາໄດ້ໃຫ້ພວກເຈົ້າມີກະສັດ ແລະດ້ວຍຄວາມກິ້ວໂກດ ເຮົາໄດ້ເອົາພວກເຂົາໜີໄປ.
12ຄວາມບາບແລະຄວາມຜິດຂອງເອຟຣາອິມໄດ້ບັນທຶກໄວ້ແລ້ວ ແລະບັນທຶກນີ້ກໍໄດ້ເກັບໄວ້ຢ່າງປອດໄພດີ. 13ຊາວອິດສະຣາເອນມີໂອກາດທີ່ຈະມີຊີວິດຢູ່, ແຕ່ພວກເຂົາປະໂອກາດນັ້ນໄປ ເພາະຄວາມໂງ່ຈ້າດັ່ງເດັກນ້ອຍທີ່ກຳລັງຈະເກີດ ແຕ່ບໍ່ຍອມອອກມາຈາກທ້ອງແມ່. 14ເຮົາຈະບໍ່ຊ່ວຍປະຊາຊົນນີ້ໃຫ້ພົ້ນຈາກພິພົບຄົນຕາຍ ຫລືຊ່ວຍກູ້ເອົາພວກເຂົາໃຫ້ພົ້ນຈາກອຳນາດຂອງຄວາມຕາຍ. ໂອ ຄວາມຕາຍເອີຍ ຈົ່ງມາພ້ອມ ກັບໄພພິບັດຂອງເຈົ້າ. ເຮົາຈະບໍ່ສົງສານປະຊາຊົນນີ້ຕໍ່ໄປອີກແລ້ວ. 15ເຖິງແມ່ນຊາດອິດສະຣາເອນອອກດອກ ຮຸ່ງເຮືອງຂຶ້ນດັ່ງຕົ້ນຫຍ້າ ເຮົາກໍຈະສົ່ງລົມຮ້ອນຈາກທິດຕາເວັນອອກ ພັດມາຈາກຖິ່ນແຫ້ງແລ້ງກັນດານ; ລົມນີ້ຈະເຮັດໃຫ້ນໍ້າພຸແລະນໍ້າສ້າງຂອງພວກເຂົາແຫ້ງລົງ. ມັນຈະພັດເອົາທຸກສິ່ງທີ່ມີຄ່າໄປ. 16ຊາມາເຣຍຕ້ອງຮັບໂທດ ຍ້ອນເປັນກະບົດຕໍ່ສູ້ເຮົາ. ຊາວຊາມາເຣຍຈະຕາຍໃນສົງຄາມ; ພວກແອນ້ອຍຈະຖືກໂຍນລົງດິນ ແລະພວກແມ່ມານກໍຈະຖືກຂ້າດ້ວຍການແຫກທ້ອງ.”
Currently Selected:
ໂຮເສອາ 13: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.