ໂຮເສອາ 12
12
1ທຸກສິ່ງທີ່ປະຊາຊົນເອຟຣາອິມໄດ້ປະພຶດ ຕັ້ງແຕ່ເຊົ້າຈົນຄໍ່ານັ້ນ ລ້ວນແຕ່ບໍ່ມີປະໂຫຍດ ແລະສູນເສຍໄປທັງນັ້ນ. ການຫັກຫລັງແລະການກະທຳອັນຮຸນແຮງ ມີເພີ່ມຂຶ້ນໃນທ່າມກາງພວກເຂົາ. ພວກເຂົາເຮັດຂໍ້ຕົກລົງກັບອັດຊີເຣຍ ແລະເຮັດທຸລະກິດກັບປະເທດເອຢິບ.
2ພຣະເຈົ້າຢາເວມີຄຳກ່າວຟ້ອງປະຊາຊົນຢູດາ; ພຣະອົງຍັງຈະລົງໂທດຊາດອິດສະຣາເອນ ຍ້ອນວິທີປະພຶດຂອງປະຊາຊົນ. ພຣະອົງຈະໃຫ້ຜົນກຳນຳສະໜອງພວກເຂົາ. 3ຢາໂຄບ ບັນພະບຸລຸດຂອງພວກເຂົາ ໄດ້ຕໍ່ສູ້ກັບເອຊາວອ້າຍແຝດຂອງຕົນ ໃນຂະນະທີ່ທັງສອງຍັງຢູ່ໃນທ້ອງແມ່; ເມື່ອຢາໂຄບໃຫຍ່ຂຶ້ນມາ ລາວກໍໄດ້ຕໍ່ສູ້ພຣະເຈົ້າ 4ຄືລາວໄດ້ຕໍ່ສູ້ກັບເທວະດາຈົນຊະນະ. ລາວໄດ້ຮ້ອງໄຫ້ແລະຂໍພອນ. ທີ່ເບັດເອນ ພຣະເຈົ້າໄດ້ລົງມາຫາຢາໂຄບຜູ້ເປັນບັນພະບຸລຸດຂອງພວກເຮົາ ແລະຢູ່ທີ່ນັ້ນພຣະອົງໄດ້ກ່າວແກ່ລາວ. 5ນີ້ແມ່ນພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຢາເວແມ່ນນາມຂອງພຣະອົງ. 6ດ້ວຍເຫດນີ້ ເຊື້ອສາຍຂອງຢາໂຄບເອີຍ ຈົ່ງໄວ້ວາງໃຈໃນພຣະເຈົ້າຂອງພວກເຈົ້າ ແລະກັບຄືນໄປຫາພຣະອົງເທີ້ນ. ຈົ່ງສັດຊື່ແລະທ່ຽງທຳ ແລະຈົ່ງຄອຍຖ້າພຣະເຈົ້າຂອງພວກເຈົ້າ ດຳເນີນການດ້ວຍຄວາມອົດທົນ.
ຄຳພິພາກສາໂທດທີ່ມີໃນຄາວຕໍ່ໄປ
7ອົງພຣະຜູ້ເປັນເຈົ້າກ່າວວ່າ, “ປະຊາຊົນເອຟຣາອິມບໍ່ສັດຊື່ດັ່ງຊາວການາອານ; ພວກເຂົາມັກໃຊ້ຕາຊັ່ງຕາຊິງສໍ້ໂກງລູກຄ້າຂອງຕົນ. 8ພວກເຂົາເວົ້າວ່າ, ‘ພວກເຮົາຮັ່ງມີ ພວກເຮົາມີຊັບສົມບັດຫລາຍ. ບໍ່ມີຜູ້ໃດຟ້ອງຮ້ອງພວກເຮົາວ່າ ຮັ່ງມີຍ້ອນຄວາມບໍ່ສັດຊື່ໄດ້ດອກ.’ 9ແຕ່ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ພຣະອົງໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ເຮົາຈະເຮັດໃຫ້ພວກເຈົ້າອາໄສຢູ່ໃນຜ້າເຕັນອີກດັ່ງພວກເຈົ້າເຄີຍອາໄສຢູ່ ຄາວທີ່ເຮົາມາຫາພວກເຈົ້າໃນຖິ່ນແຫ້ງແລ້ງກັນດານນັ້ນ.
10ເຮົາໄດ້ກ່າວແກ່ພວກຜູ້ທຳນວາຍ ແລະໃຫ້ພວກເຂົາເຫັນນິມິດຫລາຍຢ່າງ ແລະເຮົາໄດ້ເຕືອນປະຊາຊົນຂອງເຮົາ ຜ່ານທາງຜູ້ທຳນວາຍເຫຼົ່ານັ້ນ. 11ແຕ່ການຂາບໄຫວ້ຮູບເຄົາຣົບໃນກີເລອາດຍັງມີຢູ່ ແລະພວກທີ່ຂາບໄຫວ້ຮູບເຄົາຣົບເຫຼົ່ານັ້ນກໍຈະຕາຍ. ການເຜົາບູຊາງົວເຖິກໃນກິນການຍັງມີຢູ່ ແລະແທ່ນບູຊາທັງຫລາຍຢູ່ໃນທີ່ນັ້ນກໍຈະກາຍເປັນກອງຫີນຢູ່ກາງທົ່ງນາ.”
12ຢາໂຄບ ບັນພະບຸລຸດຂອງພວກເຮົາຕ້ອງໜີໄປເມໂຊໂປຕາເມຍ ບ່ອນທີ່ລາວໄດ້ເຮັດວຽກໃຫ້ຊາຍຄົນໜຶ່ງ ຄືລ້ຽງແກະໃຫ້ເຂົາເພື່ອຈະໄດ້ເມຍ. 13ພຣະເຈົ້າຢາເວໄດ້ໃຊ້ຜູ້ທຳນວາຍຄົນໜຶ່ງ ມາຊ່ວຍກູ້ເອົາຊາວອິດສະຣາເອນອອກຈາກການເປັນທາດຮັບໃຊ້ໃນປະເທດເອຢິບ ແລະເພື່ອດູແລພວກເຂົາ. 14ແຕ່ເອຟຣາອິມໄດ້ເຮັດໃຫ້ພຣະອົງໂກດຮ້າຍຢ່າງຂົມຂື່ນ; ພວກເຂົາສົມຄວນຕາຍ ຍ້ອນການປະພຶດຊົ່ວນັ້ນ. ອົງພຣະຜູ້ເປັນເຈົ້າຈະລົງໂທດພວກເຂົາ ທີ່ໄດ້ເຮັດໃຫ້ພຣະອົງຕ້ອງອັບອາຍຂາຍໜ້າ.
Currently Selected:
ໂຮເສອາ 12: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.