YouVersion Logo
Search Icon

ຄາລາເຕຍ 6

6
ຈົ່ງ​ຊ່ວຍ​ແບກ​ພາລະ​ໜັກ​ຂອງ​ກັນແລະກັນ
1ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ພວກເຮົາ​ຫາກ​ພົບ​ຄົນ​ທີ່​ຫລົງ​ເຮັດ​ຜິດ​ປະການ​ໃດ​ປະການ​ໜຶ່ງ ພວກເຈົ້າ​ທີ່​ຢູ່​ຝ່າຍ​ພຣະວິນຍານ ຄວນ​ຊ່ວຍ​ສ້າງ​ຜູ້ນັ້ນ​ດ້ວຍ​ຄວາມ​ສຸພາບ​ອ່ອນຫວານ​ໃຫ້​ກັບຄືນ​ດີ​ໃໝ່ ຈົ່ງ​ຄອຍ​ລະວັງຕົວ​ເອົາ​ໄວ້ ເພື່ອ​ວ່າ​ຕົນເອງ​ຈະ​ບໍ່ໄດ້​ຖືກ​ທົດລອງ​ໃຫ້​ເຮັດ​ຜິດ​ເໝືອນກັນ. 2ຈົ່ງ​ຊ່ວຍ​ຮັບ​ພາລະ​ໜັກ​ຂອງ​ກັນແລະກັນ ຖ້າ​ເຮັດ​ດັ່ງນີ້ ພວກເຈົ້າ​ກໍ​ປະຕິບັດ​ຕາມ ກົດບັນຍັດ​ຂອງ​ພຣະຄຣິດ. 3ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນ​ເປັນ​ຄົນ​ສຳຄັນ ທັງໆ​ທີ່​ຕົນ​ບໍ່​ສຳຄັນ​ຫຍັງ ຜູ້ນັ້ນ​ກໍ​ຫລອກລວງ​ຕົນເອງ. 4ແຕ່ລະຄົນ​ຄວນ​ສຳຫລວດ​ເບິ່ງ​ການງານ​ຂອງ​ຕົນເອງ ຖ້າ​ການງານ​ດີ ກໍ​ຈົ່ງ​ພູມໃຈ​ໃນ​ການງານ​ນັ້ນ ໂດຍ​ບໍ່​ຕ້ອງ​ປຽບທຽບ​ໃສ່​ກັບ​ການງານ​ຂອງ​ຄົນອື່ນ. 5ດ້ວຍວ່າ, ທຸກຄົນ​ຕ້ອງ​ຮັບຜິດຊອບ​ຕໍ່​ພາລະ​ຂອງ​ຕົນເອງ.
6ຄົນ​ທີ່​ຮັບ​ພຣະທຳ​ຄຳສອນ​ແລ້ວ ຈົ່ງ​ແບ່ງ​ສິ່ງ​ທີ່​ດີ​ທຸກຢ່າງ​ໃຫ້​ແກ່​ຜູ້​ທີ່​ສັ່ງສອນ​ຕົນ.
7ຢ່າ​ເຂົ້າໃຈ​ຜິດ ພວກເຈົ້າ​ຈະ​ຫລອກລວງ​ພຣະເຈົ້າ​ບໍ່ໄດ້ ເພາະວ່າ​ຜູ້ໃດ​ຫວ່ານ​ສິ່ງໃດ​ລົງ ກໍ​ຈະ​ເກັບກ່ຽວ​ສິ່ງ​ນັ້ນ. 8ຜູ້​ທີ່​ຫວ່ານ​ຕາມ​ຕັນຫາ​ຂອງ​ສັນດານ​ມະນຸດ ກໍ​ຈະ​ໄດ້​ເກັບກ່ຽວ​ຄວາມ​ເປື່ອຍເນົ່າ​ຕາມ​ຕັນຫາ​ນັ້ນ, ແຕ່​ຜູ້​ທີ່​ຫວ່ານ​ຕາມ​ພຣະວິນຍານ ກໍ​ຈະ​ໄດ້​ເກັບກ່ຽວ​ຜົນ​ແຫ່ງ​ຊີວິດ​ນິຣັນດອນ. 9ຢ່າ​ໃຫ້​ພວກເຮົາ​ອິດເມື່ອຍ​ໃນ​ການ​ເຮັດ​ດີ ເພາະ​ຖ້າ​ໃຈ​ພວກເຮົາ​ບໍ່​ທໍ້ຖອຍ ພວກເຮົາ​ກໍ​ຈະ​ໄດ້​ເກັບກ່ຽວ​ຜົນ​ດີ​ຕາມ​ເວລາ​ອັນ​ສົມຄວນ. 10ເພາະສະນັ້ນ ເມື່ອ​ພວກເຮົາ​ມີ​ໂອກາດ ຈົ່ງ​ເຮັດ​ດີ​ຕໍ່​ທຸກຄົນ ເປັນ​ຕົ້ນ​ຕໍ່​ຄອບຄົວ​ທີ່​ຮ່ວມ​ຢູ່​ໃນ​ຄວາມເຊື່ອ.
ຄຳ​ຕັກເຕືອນ ແລະ ຄຳ​ທັກທາຍ​ປາໄສ​ສຸດທ້າຍ
11ຈົ່ງ​ສັງເກດ​ເບິ່ງ​ໂຕ​ໜັງສື​ທີ່​ເຮົາ​ໄດ້​ຂຽນ​ມາ​ຫາ​ພວກເຈົ້າ​ດ້ວຍ​ມື​ຂອງເຮົາ​ເອງ​ວ່າ ໂຕ​ໃຫຍ່​ເທົ່າ​ໃດ 12ຄົນ​ທີ່​ຂົ່ມເຫັງ ບັງຄັບ​ພວກເຈົ້າ​ໃຫ້​ຮັບ​ພິທີຕັດ ເປັນ​ພວກ​ທີ່​ຢາກ​ໄດ້​ໜ້າ ຊື່ສຽງ ແລະ​ອວດອ້າງ​ເຖິງ​ເລື່ອງ​ພາຍນອກ ທີ່​ພວກເຂົາ​ເຮັດ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ຖືກ​ຂົ່ມເຫັງ​ຍ້ອນ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະຄຣິດ​ເທົ່ານັ້ນ. 13ແມ່ນແຕ່​ພວກ​ທີ່​ໃຫ້​ຮັບ​ພິທີຕັດ ກໍ​ບໍ່​ປະຕິບັດ​ຕາມ​ກົດບັນຍັດ ພວກເຂົາ​ຢາກ​ໃຫ້​ພວກເຈົ້າ​ຮັບ​ພິທີຕັດ ເພື່ອ​ພວກເຂົາ​ຈະ​ເອົາ​ເລື່ອງ​ເນື້ອກາຍ​ຂອງ​ພວກເຈົ້າ​ໄປ​ອວດອ້າງ. 14ສຳລັບ​ເຮົາ​ແລ້ວ, ເຮົາ​ຂໍ​ອວດອ້າງ​ແຕ່​ເລື່ອງ​ໄມ້ກາງແຂນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ເທົ່ານັ້ນ ຍ້ອນ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະອົງ​ນີ້​ແຫຼະ ໂລກ​ຈຶ່ງ​ຕາຍ​ແລ້ວ​ສຳລັບ​ເຮົາ ແລະ​ເຮົາ​ກໍ​ຕາຍ​ແລ້ວ​ສຳລັບ​ໂລກ. 15ການ​ຮັບ​ພິທີຕັດ ຫລື​ບໍ່​ຮັບ​ກໍ​ບໍ່ແມ່ນ​ສິ່ງ​ສຳຄັນ, ແຕ່​ສິ່ງ​ສຳຄັນ​ແມ່ນ​ການ​ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່. 16ຂໍ​ໃຫ້​ສັນຕິສຸກ​ແລະ​ພຣະ​ກະລຸນາຄຸນ ຈົ່ງ​ມີ​ແກ່​ທຸກຄົນ​ທີ່​ປະຕິບັດ​ຕາມ​ກົດ​ຢ່າງ​ນີ້ ແລະ​ທັງ​ອິດສະຣາເອນ​ຂອງ​ພຣະເຈົ້າ​ເທີ້ນ.
17ແຕ່​ນີ້​ໄປ ຢ່າ​ໃຫ້​ຜູ້ໃດ​ລົບກວນ​ເຮົາ​ອີກ ເພາະ​ຮອຍ​ບາດແຜ​ທີ່​ມີ​ຢູ່​ໃນ​ຕົວ​ເຮົາ​ເປັນ​ຕາປະທັບ​ຊີ້​ໃຫ້​ເຫັນ​ວ່າ, ເຮົາ​ເປັນ​ຂ້ອຍຂ້າ​ຂອງ​ພຣະເຢຊູເຈົ້າ.
18ພີ່ນ້ອງ​ທັງຫລາຍ​ເອີຍ, ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ເທີ້ນ ອາແມນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in