ຄາລາເຕຍ 6
6
ຈົ່ງຊ່ວຍແບກພາລະໜັກຂອງກັນແລະກັນ
1ພີ່ນ້ອງທັງຫລາຍເອີຍ, ຖ້າພວກເຮົາຫາກພົບຄົນທີ່ຫລົງເຮັດຜິດປະການໃດປະການໜຶ່ງ ພວກເຈົ້າທີ່ຢູ່ຝ່າຍພຣະວິນຍານ ຄວນຊ່ວຍສ້າງຜູ້ນັ້ນດ້ວຍຄວາມສຸພາບອ່ອນຫວານໃຫ້ກັບຄືນດີໃໝ່ ຈົ່ງຄອຍລະວັງຕົວເອົາໄວ້ ເພື່ອວ່າຕົນເອງຈະບໍ່ໄດ້ຖືກທົດລອງໃຫ້ເຮັດຜິດເໝືອນກັນ. 2ຈົ່ງຊ່ວຍຮັບພາລະໜັກຂອງກັນແລະກັນ ຖ້າເຮັດດັ່ງນີ້ ພວກເຈົ້າກໍປະຕິບັດຕາມ ກົດບັນຍັດຂອງພຣະຄຣິດ. 3ຖ້າຜູ້ໃດຄິດວ່າຕົນເປັນຄົນສຳຄັນ ທັງໆທີ່ຕົນບໍ່ສຳຄັນຫຍັງ ຜູ້ນັ້ນກໍຫລອກລວງຕົນເອງ. 4ແຕ່ລະຄົນຄວນສຳຫລວດເບິ່ງການງານຂອງຕົນເອງ ຖ້າການງານດີ ກໍຈົ່ງພູມໃຈໃນການງານນັ້ນ ໂດຍບໍ່ຕ້ອງປຽບທຽບໃສ່ກັບການງານຂອງຄົນອື່ນ. 5ດ້ວຍວ່າ, ທຸກຄົນຕ້ອງຮັບຜິດຊອບຕໍ່ພາລະຂອງຕົນເອງ.
6ຄົນທີ່ຮັບພຣະທຳຄຳສອນແລ້ວ ຈົ່ງແບ່ງສິ່ງທີ່ດີທຸກຢ່າງໃຫ້ແກ່ຜູ້ທີ່ສັ່ງສອນຕົນ.
7ຢ່າເຂົ້າໃຈຜິດ ພວກເຈົ້າຈະຫລອກລວງພຣະເຈົ້າບໍ່ໄດ້ ເພາະວ່າຜູ້ໃດຫວ່ານສິ່ງໃດລົງ ກໍຈະເກັບກ່ຽວສິ່ງນັ້ນ. 8ຜູ້ທີ່ຫວ່ານຕາມຕັນຫາຂອງສັນດານມະນຸດ ກໍຈະໄດ້ເກັບກ່ຽວຄວາມເປື່ອຍເນົ່າຕາມຕັນຫານັ້ນ, ແຕ່ຜູ້ທີ່ຫວ່ານຕາມພຣະວິນຍານ ກໍຈະໄດ້ເກັບກ່ຽວຜົນແຫ່ງຊີວິດນິຣັນດອນ. 9ຢ່າໃຫ້ພວກເຮົາອິດເມື່ອຍໃນການເຮັດດີ ເພາະຖ້າໃຈພວກເຮົາບໍ່ທໍ້ຖອຍ ພວກເຮົາກໍຈະໄດ້ເກັບກ່ຽວຜົນດີຕາມເວລາອັນສົມຄວນ. 10ເພາະສະນັ້ນ ເມື່ອພວກເຮົາມີໂອກາດ ຈົ່ງເຮັດດີຕໍ່ທຸກຄົນ ເປັນຕົ້ນຕໍ່ຄອບຄົວທີ່ຮ່ວມຢູ່ໃນຄວາມເຊື່ອ.
ຄຳຕັກເຕືອນ ແລະ ຄຳທັກທາຍປາໄສສຸດທ້າຍ
11ຈົ່ງສັງເກດເບິ່ງໂຕໜັງສືທີ່ເຮົາໄດ້ຂຽນມາຫາພວກເຈົ້າດ້ວຍມືຂອງເຮົາເອງວ່າ ໂຕໃຫຍ່ເທົ່າໃດ 12ຄົນທີ່ຂົ່ມເຫັງ ບັງຄັບພວກເຈົ້າໃຫ້ຮັບພິທີຕັດ ເປັນພວກທີ່ຢາກໄດ້ໜ້າ ຊື່ສຽງ ແລະອວດອ້າງເຖິງເລື່ອງພາຍນອກ ທີ່ພວກເຂົາເຮັດໄປ ເພື່ອວ່າພວກເຂົາຈະບໍ່ໄດ້ຖືກຂົ່ມເຫັງຍ້ອນເລື່ອງໄມ້ກາງແຂນຂອງພຣະຄຣິດເທົ່ານັ້ນ. 13ແມ່ນແຕ່ພວກທີ່ໃຫ້ຮັບພິທີຕັດ ກໍບໍ່ປະຕິບັດຕາມກົດບັນຍັດ ພວກເຂົາຢາກໃຫ້ພວກເຈົ້າຮັບພິທີຕັດ ເພື່ອພວກເຂົາຈະເອົາເລື່ອງເນື້ອກາຍຂອງພວກເຈົ້າໄປອວດອ້າງ. 14ສຳລັບເຮົາແລ້ວ, ເຮົາຂໍອວດອ້າງແຕ່ເລື່ອງໄມ້ກາງແຂນຂອງອົງພຣະເຢຊູຄຣິດເຈົ້າເທົ່ານັ້ນ ຍ້ອນເລື່ອງໄມ້ກາງແຂນຂອງພຣະອົງນີ້ແຫຼະ ໂລກຈຶ່ງຕາຍແລ້ວສຳລັບເຮົາ ແລະເຮົາກໍຕາຍແລ້ວສຳລັບໂລກ. 15ການຮັບພິທີຕັດ ຫລືບໍ່ຮັບກໍບໍ່ແມ່ນສິ່ງສຳຄັນ, ແຕ່ສິ່ງສຳຄັນແມ່ນການໄດ້ຖືກສ້າງຂຶ້ນໃໝ່. 16ຂໍໃຫ້ສັນຕິສຸກແລະພຣະກະລຸນາຄຸນ ຈົ່ງມີແກ່ທຸກຄົນທີ່ປະຕິບັດຕາມກົດຢ່າງນີ້ ແລະທັງອິດສະຣາເອນຂອງພຣະເຈົ້າເທີ້ນ.
17ແຕ່ນີ້ໄປ ຢ່າໃຫ້ຜູ້ໃດລົບກວນເຮົາອີກ ເພາະຮອຍບາດແຜທີ່ມີຢູ່ໃນຕົວເຮົາເປັນຕາປະທັບຊີ້ໃຫ້ເຫັນວ່າ, ເຮົາເປັນຂ້ອຍຂ້າຂອງພຣະເຢຊູເຈົ້າ.
18ພີ່ນ້ອງທັງຫລາຍເອີຍ, ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຈົ່ງສະຖິດຢູ່ກັບຈິດວິນຍານຂອງພວກເຈົ້າເທີ້ນ ອາແມນ.
Currently Selected:
ຄາລາເຕຍ 6: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: