YouVersion Logo
Search Icon

ເອເຟໂຊ 1

1
1ໂປໂລ ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.
ເຖິງ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ຜູ້​ທີ່​ເຫຼື້ອມໃສ​ສັດທາ​ໃນ​ພຣະຄຣິດເຈົ້າ​ເຢຊູ.
2ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຊຶ່ງ​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ​ຈາກ​ອົງ​ພຣະເຢຊູ​ຄຣິດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ເຈົ້າ​ທັງຫລາຍ​ເທີ້ນ.
ພຣະພອນ​ຝ່າຍ​ຈິດ​ວິນຍານ​ໃນ​ພຣະຄຣິດ
3ສາທຸການ​ແດ່​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ໄດ້​ຊົງ​ໂຜດ​ປະທານ​ພຣະພອນ​ທຸກປະການ​ຝ່າຍ​ວິນຍານ ໃຫ້​ແກ່​ເຮົາ​ທັງຫລາຍ​ໃນ​ສະຫວັນ​ສະຖານ​ໂດຍ​ພຣະຄຣິດ. 4ໃນ​ພຣະຄຣິດ​ນັ້ນ ພຣະອົງ​ໄດ້​ຊົງ​ເລືອກ​ພວກເຮົາ​ໄວ້ ຕັ້ງແຕ່​ກ່ອນ​ທີ່​ຈະ​ຊົງ​ວາງ​ຮາກ​ສ້າງ​ໂລກ ເພື່ອ​ເຮົາ​ທັງຫລາຍ​ຈະ​ບໍຣິສຸດ​ໂດຍ​ບໍ່ມີ​ຂໍ້​ຕິຕຽນ​ໄດ້​ຕໍ່​ພຣະພັກ​ພຣະອົງ.
5ພຣະອົງ​ໄດ້​ຊົງ​ຄາດໝາຍ​ພວກເຮົາ​ໄວ້​ກ່ອນ ດ້ວຍ​ຄວາມຮັກ ໃຫ້​ເປັນ​ບຸດ​ຂອງ​ພຣະອົງ ໂດຍ​ພຣະເຢຊູ​ຄຣິດເຈົ້າ​ຕາມ​ທີ່​ຊອບພຣະໄທ​ພຣະອົງ. 6ເພື່ອ​ຈະ​ໃຫ້​ເປັນ​ທີ່​ສັນລະເສີນ​ພຣະຄຸນ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ຊຶ່ງ​ຊົງ​ໂຜດ​ປະທານ​ແກ່​ພວກເຮົາ​ໃນ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ. 7ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ ຄື​ໄດ້​ຮັບ​ການອະໄພ​ການ​ຫລົງ​ຜິດ​ຂອງເຮົາ ໂດຍ​ພຣະ​ກະລຸນາ​ອັນ​ອຸດົມ​ຂອງ​ພຣະອົງ ຊຶ່ງ​ໄດ້​ຊົງ​ປະທານ​ແກ່​ພວກເຮົາ​ຢ່າງ​ລົ້ນເຫລືອ. 8ເປັນ​ພຣະຄຸນ​ຊຶ່ງ​ພວກເຮົາ​ໄດ້​ຮັບ​ຢ່າງ​ລົ້ນເຫລືອ​ຫາ​ທີ່​ປຽບ​ບໍ່ໄດ້.
ໃນ​ພຣະ​ປັນຍາ​ແລະ​ຄວາມ​ຮູ້ແຈ້ງ​ເຫັນຈິງ​ທຸກຢ່າງ​ຂອງ​ພຣະອົງ​ນັ້ນ. 9ພຣະເຈົ້າ​ໄດ້​ຕັ້ງໃຈ​ໄວ້​ກ່ອນ​ແລ້ວ ໃນ​ການ​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ແຜນການ​ອັນ​ເລິກລັບ ໃນ​ນໍ້າພຣະໄທ​ຂອງ​ພຣະອົງ ເພື່ອ​ໃຫ້​ສຳເລັດ​ໂດຍ​ທາງ​ພຣະອົງ. 10ປະສົງ​ວ່າ ເມື່ອ​ເວລາ​ກຳນົດ​ຄົບ​ບໍຣິບູນ​ແລ້ວ ພຣະອົງ​ຈະ​ຊົງ​ຮວບຮວມ​ສິ່ງສາລະພັດ ທັງ​ມີ​ຢູ່​ໃນ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ​ໄວ້​ໃນ​ພຣະຄຣິດ ຜູ້​ຊົງ​ເປັນ​ພຣະ​ປະມຸກ.
11ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຕົກ​ເປັນ​ສ່ວນ​ຂອງ​ພຣະເຈົ້າ ຕາມ​ການ​ຊົງ​ຕັ້ງ​ພຣະໄທ​ໄວ້​ກ່ອນ​ຂອງ​ພຣະອົງ ຜູ້​ຊົງ​ກະທຳ​ໃຫ້​ສິ່ງສາລະພັດ​ດຳເນີນ​ໄປ ໃຫ້​ສົມ​ກັບ​ນໍ້າພຣະໄທ​ຂອງ​ພຣະອົງ. 12ພວກເຮົາ​ເປັນ​ຄົນ​ຜູ້​ທຳອິດ ທີ່​ມີ​ຄວາມຫວັງ​ໃນ​ພຣະຄຣິດ ໄດ້​ຮັບ​ການ​ກຳນົດ​ແລະ​ແຕ່ງຕັ້ງ ໃຫ້​ຖວາຍ​ສັນລະເສີນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ.
13ພວກເຈົ້າ​ກໍ​ເໝືອນກັນ ເມື່ອ​ໄດ້​ຟັງ​ຂ່າວ​ຄວາມຈິງ ຄື​ຂ່າວປະເສີດ​ເລື່ອງ​ຄວາມພົ້ນ​ຂອງ​ພວກເຈົ້າ​ນັ້ນ ແລະ​ວາງໃຈເຊື່ອ​ໃນ​ພຣະອົງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ປະທັບຕາ​ໝາຍ​ພວກເຈົ້າ​ໄວ້ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້. 14ເປັນ​ເຄື່ອງ​ມັດຈຳ​ຂອງ​ການ​ຮັບ​ມໍຣະດົກ​ຂອງ​ພວກເຮົາ ຈົນກວ່າ​ເຮົາ​ຈະ​ໄດ້​ຮັບ​ເປັນ​ກຳມະສິດ ເປັນ​ທີ່​ຖວາຍ​ສັນລະເສີນ​ແດ່​ພຣະ​ກຽດຕິຍົດ​ຂອງ​ພຣະອົງ.
ຄຳ​ພາວັນນາ​ອະທິຖານ​ຂໍ​ສະຕິປັນຍາ ແລະ ຄວາມຮູ້
15ເຫດສະນັ້ນ ເມື່ອ​ເຮົາ​ໄດ້ຍິນ​ວ່າ ພວກເຈົ້າ​ວາງໃຈເຊື່ອ​ໃນ​ອົງ​ພຣະເຢຊູເຈົ້າ ແລະ​ຮັກ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ, 16ເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ​ບໍ່ຂາດ​ສຳລັບ​ພວກເຈົ້າ ແລະ​ລະນຶກເຖິງ​ພວກເຈົ້າ​ເມື່ອ​ເຮົາ​ພາວັນນາ​ອະທິຖານ. 17ເຮົາ​ພາວັນນາ​ອະທິຖານ ຂໍ​ພຣະເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຄື​ພຣະບິດາເຈົ້າ​ຜູ້​ຊົງ​ພຣະ​ສະຫງ່າຣາສີ ຊົງ​ໂຜດ​ປະທານ​ໃຫ້​ເຈົ້າ​ທັງຫລາຍ​ມີ​ວິນຍານ​ແຫ່ງ​ສະຕິປັນຍາ ແລະ​ຄວາມ​ຮູ້​ແຈ້ງ​ເຫັນຈິງ​ເຖິງ​ເລື່ອງ​ພຣະອົງ. 18ແລະ​ຂໍ​ຊົງ​ໂຜດ​ໃຫ້​ຕາ​ພາຍ​ໃນ​ຂອງ​ເຈົ້າ​ທັງຫລາຍ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ໃນ​ການ​ທີ່​ພຣະອົງ​ຊົງ​ເອີ້ນ​ພວກເຈົ້າ​ນັ້ນ ພຣະອົງ​ໄດ້​ຊົງ​ປະທານ​ຄວາມຫວັງ​ອັນ​ໃດ​ແກ່​ພວກເຈົ້າ ແລະ​ຮູ້​ວ່າ​ມໍຣະດົກ​ຂອງ​ພຣະອົງ​ສຳລັບ​ພວກ​ໄພ່ພົນ​ຂອງ​ພຣະອົງ​ນັ້ນ ມີ​ສະຫງ່າຣາສີ​ອັນ​ອຸດົມສົມບູນ​ພຽງ​ໃດ. 19ແລະ​ຮູ້​ວ່າ​ຣິດອຳນາດ​ອັນ​ໃຫຍ່​ເຫຼືອ​ປະມານ​ຂອງ​ພຣະອົງ ມີ​ຫລາຍ​ພຽງ​ໃດ​ສຳລັບ​ພວກເຮົາ​ຜູ້​ທີ່​ເຊື່ອ ຕາມ​ອຳນາດ​ພຣະ​ກຳລັງ ແລະ​ຣິດທານຸພາບ​ອັນ​ໃຫຍ່ຫລວງ​ຂອງ​ພຣະອົງ 20ຊຶ່ງ​ພຣະອົງ​ໄດ້​ຊົງ​ກະທຳ​ໃນ​ພຣະຄຣິດ ເມື່ອ​ຊົງ​ບັນດານ​ໃຫ້​ພຣະອົງ​ຄືນພຣະຊົນ ແລະ​ຊົງ​ໃຫ້​ປະທັບ​ເບື້ອງ​ຂວາ​ພຣະຫັດ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ສະຖານ. 21ສູງ​ກວ່າ​ບັນດາ​ວິນຍານ​ທີ່​ຄອບຄອງ, ຜູ້​ມີ​ອຳນາດ, ຜູ້​ມີ​ຣິດເດດ, ຜູ້​ມີ​ອານຸພາບ ແລະ​ເໜືອ​ກວ່າ​ນາມຊື່​ທັງປວງ​ທີ່​ເຂົາ​ເອີ່ຍ​ຂຶ້ນ ບໍ່ແມ່ນ​ໃນ​ສະໄໝ​ນີ້​ເທົ່ານັ້ນ ແຕ່​ວ່າ​ໃນ​ສະໄໝ​ທີ່​ຈະ​ມາ​ເຖິງ​ດ້ວຍ. 22ແລະ​ໄດ້​ຊົງ​ປາບ​ສິ່ງສາລະພັດ​ທັງປວງ​ລົງ​ໃຕ້​ພຣະບາດ​ຂອງ​ພຣະອົງ ແລະ​ໄດ້​ຊົງ​ຕັ້ງ​ພຣະອົງ​ໄວ້​ໃຫ້​ເປັນ​ພຣະ​ປະມຸກ ເໜືອ​ສິ່ງສາລະພັດ​ແກ່​ຄຣິສຕະຈັກ. 23ຊຶ່ງ​ເປັນ​ພຣະກາຍ​ຂອງ​ພຣະອົງ ຊຶ່ງ​ເຕັມ​ບໍຣິບູນ​ດ້ວຍ​ພຣະອົງ ຜູ້​ຊົງ​ເຕັມ​ໃນ​ທຸກຫົນ​ທຸກແຫ່ງ​ທົ່ວ​ສັບພະທຸກສິ່ງ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in