YouVersion Logo
Search Icon

ອົບພະຍົບ 6

6
1ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕອບ​ໂມເຊ​ວ່າ, “ບັດນີ້ ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ຕໍ່​ກະສັດ​ຟາໂຣ. ເຮົາ​ຈະ​ໃຊ້​ຣິດອຳນາດ​ບັງຄັບ​ລາວ ໃຫ້​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ. ຕາມ​ຄວາມຈິງ​ແລ້ວ ເຮົາ​ຈະ​ໃຊ້​ຣິດອຳນາດ​ບັງຄັບ​ລາວ ໃຫ້​ໄລ່​ພວກເຂົາ​ອອກ​ໄປ​ຈາກ​ດິນແດນ​ຂອງ​ລາວ.”
ພຣະເຈົ້າ​ເອີ້ນ​ໂມເຊ​ອີກ
2ພຣະເຈົ້າ​ໄດ້​ກ່າວ​ແກ່​ໂມເຊ​ແລະ​ເວົ້າ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ 3ເຮົາ​ໄດ້​ປາກົດ​ແກ່​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ໃນ​ຖານະ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່, ແຕ່​ເຮົາ​ບໍ່ໄດ້​ສຳແດງ​ເຮົາ​ເອງ ໃຫ້​ພວກເຂົາ​ຮູ້ຈັກ​ນາມຊື່​ອັນ​ສັກສິດ​ຂອງເຮົາ​ຄື ພຣະເຈົ້າຢາເວ. 4ເຮົາ​ຍັງ​ໄດ້​ຕັ້ງ​ພັນທະສັນຍາ​ໄວ້​ກັບ​ພວກເຂົາ​ໂດຍ​ສັນຍາ​ວ່າ ຈະ​ຍົກ​ດິນແດນ​ການາອານ​ໃຫ້​ແກ່​ພວກເຂົາ ຄື​ດິນແດນ​ທີ່​ພວກເຂົາ​ອາໄສ​ຢູ່​ໃນ​ຖານະ​ເປັນ​ຊາວ​ຕ່າງດ້າວ​ນັ້ນ. 5ມາບັດນີ້ ເຮົາ​ໄດ້ຍິນ​ສຽງ​ຄວນຄາງ​ຂອງ​ຊາວ​ອິດສະຣາເອນ ຜູ້​ທີ່​ຖືກ​ຊາວ​ເອຢິບ​ບັງຄັບ​ໃຫ້​ເປັນ​ທາດຮັບໃຊ້ ແລະ​ເຮົາ​ໄດ້​ຈົດຈຳ​ພັນທະສັນຍາ​ຂອງເຮົາ. 6ສະນັ້ນ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ ແລະ​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ. ເຮົາ​ຈະ​ໃຊ້​ຣິດອຳນາດ​ອັນ​ແກ່ກ້າ​ຂອງເຮົາ ລົງໂທດ​ພວກເຂົາ​ຢ່າງ​ຮຸນແຮງ ແລະ​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ. 7ເຮົາ​ຈະ​ຮັບ​ເອົາ​ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເມື່ອ​ເຮົາ​ປົດປ່ອຍ​ພວກເຈົ້າ​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ. 8ເຮົາ​ຈະ​ນຳ​ພວກເຈົ້າ​ເຂົ້າ​ໄປ​ສູ່​ດິນແດນ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ຢ່າງ​ໜັກແໜ້ນ​ນັ້ນ​ວ່າ ຈະ​ມອບ​ໃຫ້​ແກ່​ອັບຣາຮາມ, ອີຊາກ ແລະ​ຢາໂຄບ; ແລະ​ເຮົາ​ຈະ​ມອບ​ດິນແດນ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.”’ 9ແລ້ວ​ໂມເຊ​ກໍ​ນຳ​ຖ້ອຍຄຳ​ເຫຼົ່ານີ້​ໄປ​ບອກ​ຊາວ​ອິດສະຣາເອນ, ແຕ່​ເນື່ອງ​ຈາກ​ວ່າ​ຈິດໃຈ​ຂອງ​ພວກເຂົາ​ເປັນທຸກ ທັງ​ອ່ອນ​ເພຍ ແລະ​ເສຍ​ກຳລັງ​ໃຈ ຍ້ອນ​ຖືກ​ບັງຄັບ​ໃຫ້​ເປັນ​ທາດຮັບໃຊ້​ຢ່າງ​ໂຫດຮ້າຍ​ທາລຸນ. ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ຍອມ​ເຊື່ອຟັງ​ໂມເຊ.
10-11ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ອີກ​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ຟາໂຣ​ແຫ່ງ​ປະເທດ​ເອຢິບ​ວ່າ ລາວ​ຈະ​ຕ້ອງ​ປ່ອຍ​ປະຊາຊົນ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ຂອງ​ລາວ.”
12ແຕ່​ໂມເຊ​ໄດ້​ຕອບ​ພຣະເຈົ້າຢາເວ​ວ່າ, “ແມ່ນແຕ່​ຊາວ​ອິດສະຣາເອນ​ກໍ​ຍັງ​ບໍ່​ຟັງ​ຂ້ານ້ອຍ ແລ້ວ​ຈະ​ໃຫ້​ກະສັດ​ຟາໂຣ​ເຊື່ອຟັງ​ຂ້ານ້ອຍ​ໄດ້​ຢ່າງ​ໃດ? ຂ້ານ້ອຍ​ເປັນ​ຄົນ​ບໍ່​ຊ່າງເວົ້າ.”
13ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ແລະ​ອາໂຣນ​ດັ່ງນີ້: “ຈົ່ງ​ບອກ​ຊາວ​ອິດສະຣາເອນ ແລະ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ວ່າ ເຮົາ​ເປັນ​ຜູ້​ສັ່ງ​ພວກເຈົ້າ​ໃຫ້​ນຳ​ຊາວ​ອິດສະຣາເອນ​ອອກ​ໄປ​ຈາກ​ດິນແດນ​ຂອງ​ປະເທດ​ເອຢິບ.”
ລຳດັບ​ເຊື້ອວົງ​ຂອງ​ໂມເຊ​ແລະ​ອາໂຣນ
14ຣູເບັນ​ຜູ້​ເປັນ​ລູກຊາຍກົກ​ຂອງ​ຢາໂຄບ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະ​ການໝີ; ພວກເຂົາ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ຕ່າງໆ ທີ່​ໄດ້​ໃສ່​ຊື່​ຂອງ​ພວກເຂົາ. 15ຊີເມໂອນ​ມີ​ລູກຊາຍ​ຫົກ​ຄົນ ດັ່ງນີ້: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະ​ຊາອູນ​ຜູ້​ທີ່​ເກີດ​ຈາກ​ຍິງ​ຊາວ​ການາອານ. ພວກເຂົາ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ຕ່າງໆ ທີ່​ໄດ້​ໃສ່​ຊື່​ຂອງ​ພວກເຂົາ. 16ເລວີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ. ພວກເຂົາ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ຕ່າງໆ ທີ່​ໄດ້​ໃສ່​ຊື່​ຂອງ​ພວກເຂົາ. ເລວີ​ມີ​ອາຍຸ​ຢູ່​ຮອດ ໜຶ່ງຮ້ອຍ​ສາມສິບເຈັດ​ປີ. 17ເກໂຊນ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ລິບນີ ແລະ​ຊີເມອີ, ແລະ​ພວກເຂົາ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ. 18ໂກຮາດ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະ​ອຸດຊີເອນ. ໂກຮາດ​ມີ​ອາຍຸ​ຢູ່​ຮອດ ໜຶ່ງຮ້ອຍ​ສາມສິບສາມ​ປີ. 19ເມຣາຣີ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ມາຮະລີ​ແລະ​ມູຊີ. ພວກ​ເຫຼົ່ານີ້​ແມ່ນ​ເຜົ່າ​ຂອງ​ເລວີ ຕະຫລອດ​ທັງ​ເຊື້ອສາຍ​ຂອງ​ພວກເຂົາ​ດ້ວຍ.
20ອຳຣາມ​ໄດ້​ໂຢເກເບັດ​ນ້ອງສາວ​ຂອງ​ພໍ່​ຕົນ​ມາ​ເປັນ​ເມຍ ແລະ​ນາງ​ໄດ້​ເກີດ​ລູກຊາຍ​ໃຫ້​ລາວ ດັ່ງນີ້: ອາໂຣນ ແລະ​ໂມເຊ. ອຳຣາມ​ມີ​ອາຍຸ​ຢູ່​ຮອດ ໜຶ່ງຮ້ອຍ​ສາມສິບ​ເຈັດ​ປີ. 21ອີຊະຮາ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ໂກຣາ, ເນເຟັກ ແລະ​ຊີກະຣີ. 22ອຸດຊີເອນ​ມີ​ລູກຊາຍ​ສາມ​ຄົນ​ເຊັ່ນກັນ ດັ່ງນີ້: ມີຊາເອນ, ເອນຊາຟັນ ແລະ​ສິດທະຣີ.
23ອາໂຣນ​ໄດ້​ແຕ່ງງານ​ກັບ​ນາງ​ເອລີເຊບາ ຜູ້​ທີ່​ເປັນ​ລູກສາວ​ຂອງ​ອຳມີນາດາບ ແລະ​ເປັນ​ເອື້ອຍ​ຂອງ​ນາໂຊນ. ນາງ​ເກີດ​ລູກຊາຍ​ສີ່​ຄົນ​ໃຫ້​ລາວ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ. 24ໂກຣາ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ອັດສີເຣ, ເອນການາ ແລະ​ອາບີອາສັບ. ຄົນ​ເຫຼົ່ານີ້​ໄດ້​ກາຍເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ໂກຣາ. 25ເອເລອາຊາ ລູກຊາຍ​ຂອງ​ອາໂຣນ ໄດ້​ລູກສາວ​ຄົນ​ໜຶ່ງ​ຂອງ​ປູຕີເອນ​ມາ​ເປັນ​ເມຍ; ແລະ​ນາງ​ເກີດ​ລູກຊາຍ​ຜູ້ໜຶ່ງ​ໃຫ້​ລາວ​ຊື່​ວ່າ ຟີເນຮາ. ຄົນ​ເຫຼົ່ານີ້​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ ແລະ​ເປັນ​ຕະກຸນ​ຕ່າງໆ​ຂອງ​ເຜົ່າ​ເລວີ.
26ແມ່ນ​ອາໂຣນ ແລະ​ໂມເຊ​ນີ້​ເອງ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ວ່າ, “ຈົ່ງ​ນຳພາ​ຄົນ​ໃນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ເອຢິບ.” 27ແມ່ນ​ສອງ​ຄົນ​ນີ້​ແຫຼະ ທີ່​ໄດ້​ບອກ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ປ່ອຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ເປັນ​ອິດສະຫລະ.
ພຣະເຈົ້າຢາເວ​ສັ່ງ​ໂມເຊ​ກັບ​ອາໂຣນ
28ເມື່ອ​ພຣະເຈົ້າຢາເວ​ກ່າວ​ແກ່​ໂມເຊ​ຢູ່​ໃນ​ປະເທດ​ເອຢິບ​ນັ້ນ 29ພຣະອົງ​ບອກ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ. ຈົ່ງ​ບອກ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ເຖິງ​ເລື່ອງ​ຕ່າງໆ​ທີ່​ເຮົາ​ໄດ້​ບອກ​ເຈົ້າ.”
30ແຕ່​ໂມເຊ​ໄດ້​ຕອບ​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ກໍ​ຮູ້​ແລ້ວ​ວ່າ ຂ້ານ້ອຍ​ເປັນ​ຄົນ​ເວົ້າ​ບໍ່​ເກັ່ງ​ເຊັ່ນນີ້; ແລ້ວ​ຈະ​ໃຫ້​ກະສັດ​ຟາໂຣ​ເຊື່ອຟັງ​ຂ້ານ້ອຍ​ໄດ້​ຢ່າງ​ໃດ?”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in