ເຮົາຈະນຳພວກເຈົ້າເຂົ້າໄປສູ່ດິນແດນ ທີ່ເຮົາໄດ້ສັນຍາໄວ້ຢ່າງໜັກແໜ້ນນັ້ນວ່າ ຈະມອບໃຫ້ແກ່ອັບຣາຮາມ, ອີຊາກ ແລະຢາໂຄບ; ແລະເຮົາຈະມອບດິນແດນໃຫ້ເປັນກຳມະສິດຂອງພວກເຈົ້າ. ເຮົາແມ່ນພຣະເຈົ້າຢາເວ.”’ ແລ້ວໂມເຊກໍນຳຖ້ອຍຄຳເຫຼົ່ານີ້ໄປບອກຊາວອິດສະຣາເອນ, ແຕ່ເນື່ອງຈາກວ່າຈິດໃຈຂອງພວກເຂົາເປັນທຸກ ທັງອ່ອນເພຍ ແລະເສຍກຳລັງໃຈ ຍ້ອນຖືກບັງຄັບໃຫ້ເປັນທາດຮັບໃຊ້ຢ່າງໂຫດຮ້າຍທາລຸນ. ສະນັ້ນ ພວກເຂົາຈຶ່ງບໍ່ຍອມເຊື່ອຟັງໂມເຊ.