ອົບພະຍົບ 5
5
ໂມເຊແລະອາໂຣນເຂົ້າພົບກະສັດຟາໂຣແຫ່ງເອຢິບ
1ຕໍ່ມາ ໂມເຊກັບອາໂຣນໄດ້ເຂົ້າໄປພົບກະສັດຟາໂຣແຫ່ງເອຢິບ ແລະກ່າວວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນບອກວ່າ, ‘ຈົ່ງປ່ອຍປະຊາຊົນຂອງເຮົາໄປຍັງຖິ່ນແຫ້ງແລ້ງກັນດານ ເພື່ອພວກເຂົາຈະໄດ້ຈັດເທດສະການຍ້ອງຍໍຖວາຍກຽດແກ່ເຮົາ.”’
2ກະສັດຟາໂຣຖາມວ່າ, “ພຣະເຈົ້າຢາເວແມ່ນໃຜ? ເປັນຫຍັງເຮົາຈະຕ້ອງຟັງ ແລະປ່ອຍປະຊາຊົນພວກນີ້ໄປ? ເຮົາບໍ່ຮູ້ຈັກພຣະເຈົ້າຢາເວ ແລະເຮົາຈະບໍ່ປ່ອຍປະຊາຊົນອິດສະຣາເອນໄປ.”
3ໂມເຊແລະອາໂຣນຕອບຄືນວ່າ, “ພຣະເຈົ້າຂອງຊາວເຮັບເຣີໄດ້ປາກົດແກ່ພວກເຮົາ. ຂໍອະນຸຍາດໃຫ້ພວກເຮົາເດີນທາງເປັນໄລຍະສາມວັນ ໄປທີ່ຖິ່ນແຫ້ງແລ້ງກັນດານ ເພື່ອຖວາຍສັດບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. ຖ້າບໍ່ດັ່ງນັ້ນ ພຣະອົງຈະຂ້າພວກເຮົາດ້ວຍໂຣກໄພໄຂ້ເຈັບຫລືດ້ວຍເສິກສົງຄາມ.”
4ແຕ່ກະສັດຟາໂຣແຫ່ງເອຢິບກ່າວແກ່ພວກເພິ່ນວ່າ, “ໂມເຊແລະອາໂຣນ, ເປັນຫຍັງພວກເຈົ້າຈຶ່ງຢາກໃຫ້ປະຊາຊົນ ປະຖິ້ມວຽກຂອງພວກເຂົາໄປ? ຈົ່ງໃຫ້ພວກທາດຮັບໃຊ້ເຫຼົ່ານີ້ກັບຄືນໄປເຮັດວຽກດຽວນີ້! 5ປະຊາຊົນພວກນີ້ມີຈຳນວນເພີ່ມຂຶ້ນຢ່າງຫລວງຫລາຍ. ບັດນີ້ ພວກເຈົ້າຢາກໃຫ້ພວກເຂົາເຊົາເຮັດວຽກຊັ້ນບໍ?”
6ໃນມື້ນັ້ນເອງ ກະສັດຟາໂຣໄດ້ສັ່ງຜູ້ຄຸມງານຊາວເອຢິບ ແລະຫົວໜ້າຄົນງານຊາວອິດສະຣາເອນໄວ້ວ່າ, 7“ຢ່າເອົາເຟືອງໃຫ້ຊາວອິດສະຣາເອນໃຊ້ເຮັດດິນຈີ່ຕໍ່ໄປອີກ. ໃຫ້ພວກເຂົາໄປຊອກຫາເອົາເອງ, 8ແຕ່ເຮັດດິນຈີ່ໃຫ້ໄດ້ຈຳນວນເທົ່າເດີມ ບໍ່ໃຫ້ຫລຸດແມ່ນແຕ່ກ້ອນດຽວ. ພວກເຂົາກຽດຄ້ານ ດ້ວຍເຫດນີ້ ພວກເຂົາຈຶ່ງມາຂໍອະນຸຍາດນຳເຮົາ ເພື່ອໄປຂ້າສັດຖວາຍບູຊາແກ່ພຣະເຈົ້າຂອງພວກເຂົາ 9ໃຫ້ພວກເຂົາເຮັດວຽກໜັກຂຶ້ນອີກ ເພື່ອພວກເຂົາຈະໄດ້ຫຍຸ້ງຢູ່ກັບວຽກ ແລະບໍ່ມີເວລາຟັງຄຳຕົວະຍົວະຕ່າງໆນາໆອີກຕໍ່ໄປ.”
10ແລ້ວຜູ້ຄຸມງານ ແລະຫົວໜ້າຄົນງານກໍໄດ້ອອກມາ ແລະເວົ້າກັບຊາວອິດສະຣາເອນວ່າ, “ຕໍ່ໄປນີ້ ກະສັດຟາໂຣຈະບໍ່ໃຫ້ເຟືອງແກ່ພວກເຈົ້າອີກ. 11ເພິ່ນບອກວ່າໃຫ້ພວກເຈົ້າໄປຊອກຫາເອົາເອງ, ແຕ່ຈຳນວນດິນຈີ່ນັ້ນຕ້ອງໃຫ້ໄດ້ເທົ່າເດີມ.” 12ດັ່ງນັ້ນ ຊາວອິດສະຣາເອນຈຶ່ງແຍກຍ້າຍກັນໄປຊອກຫາເຟືອງຢູ່ທົ່ວປະເທດເອຢິບ. 13ຝ່າຍພວກຜູ້ຄຸມງານກໍພະຍາຍາມບັງຄັບພວກເຂົາເຮັດດິນຈີ່ ໃຫ້ໄດ້ຈຳນວນເທົ່າເດີມທຸກໆວັນ ດັ່ງທີ່ພວກເຂົາໄດ້ເຮັດມາ ເມື່ອຄາວທີ່ພວກເຂົາໄດ້ຮັບເຟືອງ. 14ຜູ້ຄຸມງານທີ່ເປັນຄົນເອຢິບໄດ້ຂ້ຽນຕີຫົວໜ້າຄົນງານຊາວອິດສະຣາເອນ ພ້ອມກັບໄດ້ຖາມວ່າ, “ເປັນຫຍັງມື້ວານນີ້ແລະມື້ນີ້ຈຶ່ງບໍ່ໄດ້ດິນຈີ່ເຕັມຈຳນວນຄືແຕ່ກ່ອນ?”
15ຕໍ່ມາ ພວກຫົວໜ້າຄົນງານຊາວອິດສະຣາເອນ ກໍໄດ້ເຂົ້າໄປຮ້ອງທຸກຕໍ່ກະສັດຟາໂຣວ່າ, “ດ້ວຍເຫດໃດທ່ານຈຶ່ງເຮັດກັບພວກຄົນຮັບໃຊ້ຂອງທ່ານຢ່າງນີ້? 16ພວກຂ້ານ້ອຍບໍ່ໄດ້ຮັບເຟືອງ, ແຕ່ຍັງສັ່ງໃຫ້ເຮັດດິນຈີ່ຈຳນວນເທົ່າເດີມ ບໍ່ພຽງແຕ່ເທົ່ານັ້ນ ພວກຂ້ານ້ອຍຍັງຖືກຂ້ຽນຕີຕື່ມ. ຄົນຂອງກະສັດຟາໂຣເປັນຜູ້ເຮັດຜິດ.”
17ກະສັດຟາໂຣຈຶ່ງຕອບວ່າ, “ພວກເຈົ້າຂີ້ຄ້ານແລະບໍ່ຢາກເຮັດວຽກ ດັ່ງນັ້ນ ພວກເຈົ້າຈຶ່ງຂໍອະນຸຍາດໄປຖວາຍສັດບູຊາແກ່ພຣະເຈົ້າຢາເວ. 18ບັດນີ້ ໃຫ້ພາກັນກັບໄປເຮັດວຽກສາ ພວກເຈົ້າຈະບໍ່ໄດ້ຮັບເຟືອງອີກ ແຕ່ຕ້ອງເຮັດດິນຈີ່ ໃຫ້ໄດ້ຈຳນວນເທົ່າເດີມ.” 19ເມື່ອຫົວໜ້າຄົນງານຊາວອິດສະຣາເອນໄດ້ເຫັນວ່າ ພວກຕົນກຳລັງຖືກບີບບັງຄັບເຮັດດິນຈີ່ ໃຫ້ໄດ້ຈຳນວນຄືແຕ່ກ່ອນ ກໍພາກັນເປັນທຸກໃຈຫລາຍ.
20ພໍອອກຈາກວັງຂອງກະສັດຟາໂຣມາ ພວກເຂົາກໍເຫັນໂມເຊ ແລະອາໂຣນກຳລັງຢືນຄອຍຖ້າພວກເຂົາຢູ່. 21ພວກເຂົາຈຶ່ງເວົ້າຕໍ່ໂມເຊ ແລະອາໂຣນວ່າ, “ພຣະເຈົ້າຢາເວຮູ້ເຫັນສິ່ງທີ່ພວກເຈົ້າເຮັດ ແລະພຣະອົງຈະລົງໂທດພວກເຈົ້າ ທີ່ກໍ່ເຫດໃຫ້ກະສັດຟາໂຣ ແລະຂ້າຣາຊການຂອງເພິ່ນກຽດຊັງພວກເຮົາ. ພວກເຈົ້າເຮັດເຊັ່ນນີ້ກໍເທົ່າກັບວ່າເອົາດາບໃຫ້ພວກເຂົາຂ້າພວກເຮົາຖິ້ມ.”
ໂມເຊຮ້ອງທຸກຕໍ່ອົງພຣະຜູ້ເປັນເຈົ້າ
22ແລ້ວໂມເຊກໍຮ້ອງທູນຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ເຫດໃດພຣະອົງຈຶ່ງບໍ່ເມດຕາໄພ່ພົນຂອງພຣະອົງ? ເປັນຫຍັງພຣະອົງຈຶ່ງໃຊ້ຂ້ານ້ອຍມາທີ່ນີ້? 23ຕັ້ງແຕ່ຂ້ານ້ອຍໄດ້ເຂົ້າໄປພົບກະສັດຟາໂຣໃນນາມຂອງພຣະອົງ; ໄພ່ພົນຂອງພຣະອົງຊໍ້າຖືກຂົ່ມເຫັງຢ່າງໂຫດຮ້າຍ ແລະບໍ່ເຫັນພຣະອົງຊ່ວຍໄພ່ພົນຂອງພຣະອົງໃຫ້ພົ້ນເລີຍ.”
Currently Selected:
ອົບພະຍົບ 5: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.