ອົບພະຍົບ 6
6
1ແລ້ວພຣະເຈົ້າຢາເວກໍໄດ້ຕອບໂມເຊວ່າ, “ບັດນີ້ ເຈົ້າຈະໄດ້ເຫັນສິ່ງທີ່ເຮົາຈະເຮັດຕໍ່ກະສັດຟາໂຣ. ເຮົາຈະໃຊ້ຣິດອຳນາດບັງຄັບລາວ ໃຫ້ປ່ອຍປະຊາຊົນຂອງເຮົາໄປ. ຕາມຄວາມຈິງແລ້ວ ເຮົາຈະໃຊ້ຣິດອຳນາດບັງຄັບລາວ ໃຫ້ໄລ່ພວກເຂົາອອກໄປຈາກດິນແດນຂອງລາວ.”
ພຣະເຈົ້າເອີ້ນໂມເຊອີກ
2ພຣະເຈົ້າໄດ້ກ່າວແກ່ໂມເຊແລະເວົ້າວ່າ, “ເຮົາແມ່ນພຣະເຈົ້າຢາເວ 3ເຮົາໄດ້ປາກົດແກ່ອັບຣາຮາມ, ອີຊາກ ແລະຢາໂຄບ ໃນຖານະພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່, ແຕ່ເຮົາບໍ່ໄດ້ສຳແດງເຮົາເອງ ໃຫ້ພວກເຂົາຮູ້ຈັກນາມຊື່ອັນສັກສິດຂອງເຮົາຄື ພຣະເຈົ້າຢາເວ. 4ເຮົາຍັງໄດ້ຕັ້ງພັນທະສັນຍາໄວ້ກັບພວກເຂົາໂດຍສັນຍາວ່າ ຈະຍົກດິນແດນການາອານໃຫ້ແກ່ພວກເຂົາ ຄືດິນແດນທີ່ພວກເຂົາອາໄສຢູ່ໃນຖານະເປັນຊາວຕ່າງດ້າວນັ້ນ. 5ມາບັດນີ້ ເຮົາໄດ້ຍິນສຽງຄວນຄາງຂອງຊາວອິດສະຣາເອນ ຜູ້ທີ່ຖືກຊາວເອຢິບບັງຄັບໃຫ້ເປັນທາດຮັບໃຊ້ ແລະເຮົາໄດ້ຈົດຈຳພັນທະສັນຍາຂອງເຮົາ. 6ສະນັ້ນ ຈົ່ງບອກຊາວອິດສະຣາເອນດັ່ງນີ້ວ່າ, ‘ເຮົາແມ່ນພຣະເຈົ້າຢາເວ ເຮົາຈະຊ່ວຍກູ້ເອົາພວກເຈົ້າ ແລະປົດປ່ອຍພວກເຈົ້າໃຫ້ເປັນອິດສະຫລະ ຈາກການເປັນທາດຮັບໃຊ້ຂອງຊາວເອຢິບ. ເຮົາຈະໃຊ້ຣິດອຳນາດອັນແກ່ກ້າຂອງເຮົາ ລົງໂທດພວກເຂົາຢ່າງຮຸນແຮງ ແລະເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນ. 7ເຮົາຈະຮັບເອົາພວກເຈົ້າເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເມື່ອເຮົາປົດປ່ອຍພວກເຈົ້າອອກຈາກການເປັນທາດຮັບໃຊ້ໃນປະເທດເອຢິບ. 8ເຮົາຈະນຳພວກເຈົ້າເຂົ້າໄປສູ່ດິນແດນ ທີ່ເຮົາໄດ້ສັນຍາໄວ້ຢ່າງໜັກແໜ້ນນັ້ນວ່າ ຈະມອບໃຫ້ແກ່ອັບຣາຮາມ, ອີຊາກ ແລະຢາໂຄບ; ແລະເຮົາຈະມອບດິນແດນໃຫ້ເປັນກຳມະສິດຂອງພວກເຈົ້າ. ເຮົາແມ່ນພຣະເຈົ້າຢາເວ.”’ 9ແລ້ວໂມເຊກໍນຳຖ້ອຍຄຳເຫຼົ່ານີ້ໄປບອກຊາວອິດສະຣາເອນ, ແຕ່ເນື່ອງຈາກວ່າຈິດໃຈຂອງພວກເຂົາເປັນທຸກ ທັງອ່ອນເພຍ ແລະເສຍກຳລັງໃຈ ຍ້ອນຖືກບັງຄັບໃຫ້ເປັນທາດຮັບໃຊ້ຢ່າງໂຫດຮ້າຍທາລຸນ. ສະນັ້ນ ພວກເຂົາຈຶ່ງບໍ່ຍອມເຊື່ອຟັງໂມເຊ.
10-11ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊອີກວ່າ, “ຈົ່ງໄປບອກກະສັດຟາໂຣແຫ່ງປະເທດເອຢິບວ່າ ລາວຈະຕ້ອງປ່ອຍປະຊາຊົນອິດສະຣາເອນ ອອກໄປຈາກປະເທດຂອງລາວ.”
12ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ແມ່ນແຕ່ຊາວອິດສະຣາເອນກໍຍັງບໍ່ຟັງຂ້ານ້ອຍ ແລ້ວຈະໃຫ້ກະສັດຟາໂຣເຊື່ອຟັງຂ້ານ້ອຍໄດ້ຢ່າງໃດ? ຂ້ານ້ອຍເປັນຄົນບໍ່ຊ່າງເວົ້າ.”
13ພຣະເຈົ້າຢາເວໄດ້ສັ່ງໂມເຊ ແລະອາໂຣນດັ່ງນີ້: “ຈົ່ງບອກຊາວອິດສະຣາເອນ ແລະກະສັດຟາໂຣແຫ່ງເອຢິບວ່າ ເຮົາເປັນຜູ້ສັ່ງພວກເຈົ້າໃຫ້ນຳຊາວອິດສະຣາເອນອອກໄປຈາກດິນແດນຂອງປະເທດເອຢິບ.”
ລຳດັບເຊື້ອວົງຂອງໂມເຊແລະອາໂຣນ
14ຣູເບັນຜູ້ເປັນລູກຊາຍກົກຂອງຢາໂຄບມີລູກຊາຍສີ່ຄົນ ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະການໝີ; ພວກເຂົາໄດ້ເປັນບັນພະບຸລຸດຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ. 15ຊີເມໂອນມີລູກຊາຍຫົກຄົນ ດັ່ງນີ້: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະຊາອູນຜູ້ທີ່ເກີດຈາກຍິງຊາວການາອານ. ພວກເຂົາໄດ້ເປັນບັນພະບຸລຸດຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ. 16ເລວີມີລູກຊາຍສາມຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະເມຣາຣີ. ພວກເຂົາໄດ້ເປັນບັນພະບຸລຸດຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ. ເລວີມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບເຈັດປີ. 17ເກໂຊນມີລູກຊາຍສອງຄົນ ດັ່ງນີ້: ລິບນີ ແລະຊີເມອີ, ແລະພວກເຂົາມີເຊື້ອສາຍຢ່າງຫລວງຫລາຍ. 18ໂກຮາດມີລູກຊາຍສີ່ຄົນ ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະອຸດຊີເອນ. ໂກຮາດມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບສາມປີ. 19ເມຣາຣີມີລູກຊາຍສອງຄົນ ດັ່ງນີ້: ມາຮະລີແລະມູຊີ. ພວກເຫຼົ່ານີ້ແມ່ນເຜົ່າຂອງເລວີ ຕະຫລອດທັງເຊື້ອສາຍຂອງພວກເຂົາດ້ວຍ.
20ອຳຣາມໄດ້ໂຢເກເບັດນ້ອງສາວຂອງພໍ່ຕົນມາເປັນເມຍ ແລະນາງໄດ້ເກີດລູກຊາຍໃຫ້ລາວ ດັ່ງນີ້: ອາໂຣນ ແລະໂມເຊ. ອຳຣາມມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບເຈັດປີ. 21ອີຊະຮາມີລູກຊາຍສາມຄົນ ດັ່ງນີ້: ໂກຣາ, ເນເຟັກ ແລະຊີກະຣີ. 22ອຸດຊີເອນມີລູກຊາຍສາມຄົນເຊັ່ນກັນ ດັ່ງນີ້: ມີຊາເອນ, ເອນຊາຟັນ ແລະສິດທະຣີ.
23ອາໂຣນໄດ້ແຕ່ງງານກັບນາງເອລີເຊບາ ຜູ້ທີ່ເປັນລູກສາວຂອງອຳມີນາດາບ ແລະເປັນເອື້ອຍຂອງນາໂຊນ. ນາງເກີດລູກຊາຍສີ່ຄົນໃຫ້ລາວ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ. 24ໂກຣາມີລູກຊາຍສາມຄົນ ດັ່ງນີ້: ອັດສີເຣ, ເອນການາ ແລະອາບີອາສັບ. ຄົນເຫຼົ່ານີ້ໄດ້ກາຍເປັນບັນພະບຸລຸດຂອງເຜົ່າໂກຣາ. 25ເອເລອາຊາ ລູກຊາຍຂອງອາໂຣນ ໄດ້ລູກສາວຄົນໜຶ່ງຂອງປູຕີເອນມາເປັນເມຍ; ແລະນາງເກີດລູກຊາຍຜູ້ໜຶ່ງໃຫ້ລາວຊື່ວ່າ ຟີເນຮາ. ຄົນເຫຼົ່ານີ້ເປັນຫົວໜ້າຄອບຄົວຕ່າງໆ ແລະເປັນຕະກຸນຕ່າງໆຂອງເຜົ່າເລວີ.
26ແມ່ນອາໂຣນ ແລະໂມເຊນີ້ເອງ ທີ່ພຣະເຈົ້າຢາເວໄດ້ບອກວ່າ, “ຈົ່ງນຳພາຄົນໃນເຜົ່າຕ່າງໆຂອງຊາດອິດສະຣາເອນ ອອກໄປຈາກປະເທດເອຢິບ.” 27ແມ່ນສອງຄົນນີ້ແຫຼະ ທີ່ໄດ້ບອກກະສັດຟາໂຣແຫ່ງເອຢິບ ປ່ອຍປະຊາຊົນອິດສະຣາເອນໃຫ້ເປັນອິດສະຫລະ.
ພຣະເຈົ້າຢາເວສັ່ງໂມເຊກັບອາໂຣນ
28ເມື່ອພຣະເຈົ້າຢາເວກ່າວແກ່ໂມເຊຢູ່ໃນປະເທດເອຢິບນັ້ນ 29ພຣະອົງບອກວ່າ, “ເຮົາແມ່ນພຣະເຈົ້າຢາເວ. ຈົ່ງບອກກະສັດຟາໂຣແຫ່ງເອຢິບເຖິງເລື່ອງຕ່າງໆທີ່ເຮົາໄດ້ບອກເຈົ້າ.”
30ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ພຣະອົງກໍຮູ້ແລ້ວວ່າ ຂ້ານ້ອຍເປັນຄົນເວົ້າບໍ່ເກັ່ງເຊັ່ນນີ້; ແລ້ວຈະໃຫ້ກະສັດຟາໂຣເຊື່ອຟັງຂ້ານ້ອຍໄດ້ຢ່າງໃດ?”
Currently Selected:
ອົບພະຍົບ 6: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.