ອົບພະຍົບ 20
20
ກົດບັນຍັດສິບປະການ
(ພບຍ 5:1-21)
1ຕໍ່ໄປແມ່ນຖ້ອຍຄຳຂອງພຣະເຈົ້າ ທີ່ໄດ້ສັ່ງປະຊາຊົນອິດສະຣາເອນ ດັ່ງນີ້: 2“ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ຜູ້ທີ່ໄດ້ນຳພາເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ເຈົ້າຕົກເປັນທາດຮັບໃຊ້.
3ຢ່ານະມັດສະການພະອື່ນ ນອກຈາກເຮົາ.
4ຢ່າສ້າງຮູບເຄົາຣົບຢ່າງໃດຢ່າງໜຶ່ງສຳລັບຕົນ ອັນເປັນຕົວແທນຂອງສິ່ງທີ່ຢູ່ໃນສະຫວັນ ຫລືເທິງແຜ່ນດິນໂລກ ຫລືຢູ່ໃຕ້ນໍ້າ. 5ຢ່ານົບຫລືຂາບໄຫວ້ຮູບເຫຼົ່ານັ້ນ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ແລະເຮົາເປັນພຣະເຈົ້າທີ່ຫວງແຫນ. ເຮົານຳການລົງໂທດມາສູ່ພວກທີ່ກຽດຊັງເຮົາ ຕະຫລອດທັງລູກຫລານຂອງພວກເຂົາ ເຖິງສາມ ແລະສີ່ຊົ່ວເຊັ່ນຄົນ. 6ແຕ່ເຮົາສຳແດງຄວາມຮັກຕໍ່ຜູ້ທີ່ຮັກເຮົາ ແລະຖືຮັກສາບັນຍັດທັງຫລາຍຂອງເຮົາ ຫລາຍພັນເຊັ່ນຄົນ.
7ຢ່າໃຊ້ຊື່ຂອງເຮົາໄປໃນທາງຊົ່ວຮ້າຍ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ, ພຣະເຈົ້າຢາເວຈະເອົາໂທດກັບທຸກໆຄົນທີ່ເຮັດເຊັ່ນນັ້ນ.
8ຈົ່ງຖືວັນຊະບາໂຕ ແລະຢຶດຖືໄວ້ເປັນວັນສັກສິດ. 9ເຈົ້າມີຫົກວັນທີ່ຈະເຮັດວຽກຂອງເຈົ້າ 10ແຕ່ໃນວັນທີເຈັດ ເປັນວັນຊະບາໂຕຂອງພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ. ໃນວັນນີ້ເຈົ້າເອງພ້ອມດ້ວຍລູກຊາຍຍິງກັບຄົນຮັບໃຊ້ ແລະສັດລ້ຽງຂອງເຈົ້າຕະຫລອດທັງຄົນຕ່າງດ້າວທີ່ອາໄສຢູ່ໃນບ້ານເມືອງຂອງເຈົ້າ ບໍ່ຕ້ອງເຮັດວຽກໃດໆທັງສິ້ນ. 11ໃນຫົກວັນ ພຣະເຈົ້າຢາເວໄດ້ນິຣະມິດສ້າງຟ້າສະຫວັນແລະແຜ່ນດິນໂລກ, ທະເລ ແລະສັບພະທຸກສິ່ງທີ່ຢູ່ໃນນັ້ນ, ແຕ່ໃນວັນທີເຈັດໄດ້ພັກຜ່ອນ. ສະນັ້ນ ພຣະເຈົ້າຢາເວຈຶ່ງອວຍພອນວັນຊະບາໂຕ ແລະຕັ້ງໄວ້ເປັນວັນສັກສິດ.
12ຈົ່ງໃຫ້ກຽດພໍ່ແມ່ຂອງເຈົ້າ ເພື່ອເຈົ້າຈະມີອາຍຸໝັ້ນຍືນຢູ່ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າກຳລັງຈະມອບໃຫ້ແກ່ເຈົ້າ.
13ຢ່າຂ້າຄົນ.
14ຢ່າຫລີ້ນຊູ້ສູ່ຜົວເມຍຜູ້ອື່ນ.
15ຢ່າລັກ.
16ຢ່າເປັນພະຍານບໍ່ຈິງຕໍ່ສູ້ເພື່ອນບ້ານ.
17ຢ່າໄດ້ໂລບເອົາເຮືອນຊານບ້ານຊ່ອງຂອງເພື່ອນບ້ານຂອງເຈົ້າ; ຢ່າຢາກໄດ້ເມຍຂອງລາວ, ຄົນຮັບໃຊ້ຊາຍຍິງ, ງົວ, ລໍ ຫລືສິ່ງອື່ນໆອີກທີ່ລາວມີຢູ່.”
ປະຊາຊົນຢ້ານກົວ
18ເມື່ອປະຊາຊົນໄດ້ຍິນສຽງຟ້າຮ້ອງ ແລະສຽງແກດັງກ້ອງສະໜັ່ນ ທັງເຫັນຟ້າແມບເຫລື້ອມ ແລະຄວັນໄຟພຸ່ງຂຶ້ນທີ່ພູເຂົານັ້ນ ພວກເຂົາກໍຢ້ານກົວຕົວສັ່ນແລະຫຍັບອອກຫ່າງໆ. 19ພວກເຂົາຕ່າງກໍເວົ້າກັບໂມເຊວ່າ, “ຖ້າທ່ານກ່າວກັບພວກເຮົາ ພວກເຮົາຈະຍອມຟັງທ່ານ, ແຕ່ຖ້າພຣະເຈົ້າກ່າວແກ່ພວກເຮົາ ພວກເຮົາຈະຕ້ອງຕາຍເປັນແນ່.”
20ໂມເຊຈຶ່ງໄດ້ກ່າວຕໍ່ປະຊາຊົນວ່າ, “ຢ່າຢ້ານເລີຍ ພຣະເຈົ້າໄດ້ມາພຽງເພື່ອທົດສອບເບິ່ງພວກເຈົ້າ ແລະເຮັດໃຫ້ພວກເຈົ້າສືບຕໍ່ຢຳເກງພຣະອົງ ເພື່ອວ່າພວກເຈົ້າຈະບໍ່ເຮັດບາບ.” 21ແຕ່ປະຊາຊົນຍັງສືບຕໍ່ຢືນຢູ່ຫ່າງໆ ແລະມີແຕ່ໂມເຊຜູ້ດຽວເທົ່ານັ້ນ ທີ່ກ້າຫຍັບເຂົ້າໄປໃກ້ເມກອັນຕຶບໜາ ບ່ອນທີ່ພຣະເຈົ້າສະຖິດຢູ່ນັ້ນ.
ກົດບັນຍັດກ່ຽວກັບແທ່ນບູຊາ
22ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ບອກຊາວອິດສະຣາເອນວ່າ, “ພວກເຈົ້າໄດ້ເຫັນດ້ວຍຕົນເອງແລ້ວວ່າ ເຮົາໄດ້ກ່າວກັບພວກເຈົ້າອອກມາຈາກສະຫວັນ. 23ຢ່າເຮັດຮູບພະເປັນເງິນເປັນຄຳ ໄວ້ຂາບໄຫວ້ຄຽງຄູ່ເຮົາເດັດຂາດ. 24ຈົ່ງເອົາດິນມາສ້າງແທ່ນບູຊາສຳລັບເຮົາ ແລະທີ່ເທິງແທ່ນນັ້ນໃຫ້ນຳແກະ ແລະງົວເຖິກມາເຜົາຖວາຍເປັນເຄື່ອງບູຊາ ແລະຖວາຍບູຊາເພື່ອຄວາມສາມັກຄີທຳ. ໃນທຸກບ່ອນທີ່ເຮົາຈັດໃຫ້ນະມັດສະການ ເຮົາຈະມາອວຍພອນພວກເຈົ້າໃນທີ່ນັ້ນ. 25ຖ້າພວກເຈົ້າສ້າງແທ່ນບູຊາທີ່ເປັນຫີນຖວາຍແກ່ເຮົາ ຢ່າເອົາຫີນທີ່ໃຊ້ເຫຼັກຕັດມາສ້າງ ເພາະແທ່ນບູຊາທີ່ສ້າງດ້ວຍຫີນທີ່ໃຊ້ເຫຼັກຕັດ ບໍ່ເໝາະສົມທີ່ຈະໃຊ້ນະມັດສະການເຮົາ. 26ຢ່າເຮັດແທ່ນທີ່ມີຂັ້ນໄດຂຶ້ນ ເພາະມັນຈະເປັນເຫດໃຫ້ພວກເຈົ້າເຜີຍຂອງລັບໃສ່ແທ່ນນັ້ນ.”
Currently Selected:
ອົບພະຍົບ 20: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.