YouVersion Logo
Search Icon

ອົບພະຍົບ 21

21
ການ​ປະຕິບັດ​ຕໍ່​ທາດຮັບໃຊ້
(ພບຍ 15:12-18)
1“ຈົ່ງ​ອອກ​ກົດບັນຍັດ​ຕ່າງໆ​ໃຫ້​ຊາວ​ອິດສະຣາເອນ​ປະຕິບັດ ດັ່ງນີ້: 2ຖ້າ​ພວກເຈົ້າ​ຊື້​ທາດຮັບໃຊ້​ຊາຍ ຊຶ່ງ​ເປັນ​ຄົນ​ເຮັບເຣີ ລາວ​ຈະ​ຢູ່​ຮັບໃຊ້​ເຈົ້າ​ຫົກ​ປີ. ໃນ​ປີ​ທີ​ເຈັດ​ເຈົ້າ​ຕ້ອງ​ປ່ອຍ​ລາວ​ໃຫ້​ເປັນ​ອິດສະຫລະ ໂດຍ​ລາວ​ບໍ່​ຕ້ອງ​ຈ່າຍ​ຫຍັງ​ເລີຍ. 3ຖ້າ​ລາວ​ບໍ່ມີ​ເມຍ​ຂະນະທີ່​ມາ​ເປັນ​ທາດຮັບໃຊ້​ຂອງ​ພວກເຈົ້າ​ນັ້ນ, ເມື່ອ​ລາວ​ໄດ້​ເປັນ​ອິດສະຫລະ​ແລ້ວ ລາວ​ກໍ​ບໍ່​ຕ້ອງ​ເອົາ​ເມຍ​ໄປ​ນຳ, ແຕ່​ຖ້າ​ລາວ​ມີ​ເມຍ​ມາ​ນຳ ເມື່ອ​ລາວ​ມາ​ເປັນ​ທາດຮັບໃຊ້​ຂອງ​ພວກເຈົ້າ​ນັ້ນ ລາວ​ກໍ​ຕ້ອງ​ເອົາ​ເມຍ​ໄປ​ນຳ. 4ແຕ່​ຖ້າ​ນາຍ​ຫາ​ເມຍ​ໃຫ້ ແລະ​ນາງ​ໄດ້​ເກີດ​ລູກ​ບໍ່​ວ່າ​ຊາຍ​ຫລື​ຍິງ​ກໍດີ ຍິງ​ນັ້ນ​ແລະ​ລູກ​ຂອງ​ນາງ​ຈະ​ຕ້ອງ​ເປັນ​ຄົນ​ຂອງ​ນາຍ ແລະ​ຊາຍ​ຜູ້​ທີ່​ເປັນ​ທາດຮັບໃຊ້​ນັ້ນ ຈະ​ໜີໄປ​ເປັນ​ອິດສະຫລະ​ໄດ້​ແຕ່​ຕົວ​ຄົນ​ດຽວ. 5ແຕ່​ຖ້າ​ທາດຮັບໃຊ້​ນັ້ນ​ມາ​ກ່າວ​ຢ່າງ​ເປີດເຜີຍ​ແລະ​ບໍຣິສຸດ​ໃຈ​ວ່າ ລາວ​ຮັກ​ນາຍ​ຂອງຕົນ, ຮັກ​ເມຍ ແລະ​ລູກ​ຂອງ​ລາວ ແລະ​ບໍ່​ຢາກ​ໜີໄປ​ເປັນ​ອິດສະຫລະ 6ເວລາ​ນັ້ນ​ໃຫ້​ນາຍ​ພາ​ທາດຮັບໃຊ້​ຜູ້ນັ້ນ​ໄປ​ຕໍ່ໜ້າ​ຜູ້​ພິພາກສາ. ຢູ່​ທີ່​ນັ້ນ​ນາຍ​ຈະ​ໃຫ້​ທາດຮັບໃຊ້​ຢືນ​ແນບຢູ່​ກັບ​ປະຕູ​ຫລື​ວົງ​ປະຕູ ແລະ​ບ່ອງ​ຫູ​ໃຫ້​ລາວ. ແລ້ວ​ລາວ​ກໍ​ຈະ​ເປັນ​ທາດຮັບໃຊ້​ຂອງ​ນາຍ​ຕະຫລອດ​ຊີວິດ.”
7“ຖ້າ​ຊາຍ​ຄົນ​ໃດ​ຂາຍ​ລູກສາວ​ຂອງຕົນ​ໄປ​ເປັນ​ທາດຮັບໃຊ້, ທາດຮັບໃຊ້​ຍິງ​ຜູ້​ນີ້ ຈະ​ບໍ່ໄດ້​ເປັນ​ອິດສະຫລະ​ເໝືອນ​ດັ່ງ​ທາດຮັບໃຊ້​ຊາຍ. 8ຖ້າ​ນາງ​ຖືກ​ຂາຍ​ຕໍ່​ໃຫ້​ອີກ​ຄົນ​ໜຶ່ງ​ທີ່​ຢາກ​ໄດ້​ນາງ​ໄປ​ເປັນ​ເມຍ, ແຕ່​ລາວ​ບໍ່​ຮັກ​ນາງ ກໍ​ໃຫ້​ຜູ້​ເປັນ​ພໍ່​ຊື້​ເອົາ​ນາງ​ຄືນ. ຜູ້​ເປັນ​ນາຍ​ຈະ​ຂາຍ​ນາງ​ຕໍ່​ໃຫ້​ແກ່​ຄົນ​ຕ່າງດ້າວ​ບໍ່ໄດ້ ເພາະ​ລາວ​ໄດ້​ປະຕິບັດ​ຕໍ່​ນາງ​ຢ່າງ​ບໍ່​ເປັນທຳ. 9ຖ້າ​ຊາຍ​ຄົນ​ໃດ​ຊື້​ທາດຮັບໃຊ້​ຍິງ​ມາ​ໃຫ້​ລູກຊາຍ​ຂອງຕົນ ຊາຍ​ຜູ້ນັ້ນ​ຈະ​ຕ້ອງ​ປະຕິບັດ​ຕໍ່​ນາງ ເໝືອນ​ດັ່ງ​ທີ່​ປະຕິບັດ​ຕໍ່​ລູກສາວ​ຂອງຕົນ. 10ຖ້າ​ຊາຍ​ຄົນ​ໃດ​ເອົາ​ເມຍ​ຄົນ​ທີ​ສອງ ລາວ​ຕ້ອງ​ສືບຕໍ່​ເບິ່ງແຍງ​ເມຍ​ຄົນ​ທີ​ໜຶ່ງ​ດ້ານ​ອາຫານ, ເຄື່ອງນຸ່ງຫົ່ມ ແລະ​ສິດທິ​ຢູ່​ໃນ​ລະດັບ​ເດີມ​ຕາມ​ທີ່​ນາງ​ເຄີຍ​ໄດ້​ຮັບ​ມາ​ກ່ອນ. 11ຖ້າ​ລາວ​ບໍ່​ປະຕິບັດ​ຕໍ່​ນາງ​ໃຫ້​ຫລ້ອນໜ້າທີ່ ນາງ​ກໍ​ຈະ​ໄດ້​ຮັບ​ອິດສະຫລະ ໂດຍ​ບໍ່​ຕ້ອງ​ຈ່າຍ​ເງິນ​ໃດໆ​ທັງ​ນັ້ນ.”
ກົດບັນຍັດ​ກ່ຽວກັບ​ການ​ທາລຸນ
12“ຜູ້ໃດ​ກໍຕາມ​ທີ່​ທຸບຕີ​ຄົນ​ໜຶ່ງ​ໃຫ້​ເຖິງ​ຕາຍ ຈະ​ຕ້ອງ​ຮັບ​ໂທດ​ເຖິງ​ຕາຍ​ຄືກັນ. 13ຖ້າ​ຜູ້ໃດ​ບໍ່ໄດ້​ມີ​ເຈດຕະນາ​ຂ້າ​ເຂົາ, ແຕ່​ເຂົາ​ຕາຍ​ເພາະ​ພຣະເຈົ້າ​ຊົງ​ອະນຸຍາດ​ໃຫ້​ເຂົາ​ຕາຍ. ຖ້າ​ເປັນ​ເຊັ່ນນັ້ນ ລາວ​ກໍ​ສາມາດ​ປົບໜີໄປ​ບ່ອນ​ທີ່​ເຮົາ​ກຳນົດ​ໄວ້​ໃຫ້​ໄດ້ ແລະ​ໃນ​ທີ່ນັ້ນ​ລາວ​ຈະ​ປອດໄພ. 14ແຕ່​ຖ້າ​ຄົນ​ໜຶ່ງ​ເກີດ​ໂມໂຫ ແລະ​ຂ້າ​ຄົນ​ຕາຍ​ໂດຍ​ເຈດຕະນາ ເຖິງ​ແມ່ນ​ຜູ້ນັ້ນ​ຈະ​ແລ່ນ​ໜີ​ມາ​ທີ່​ແທ່ນບູຊາ​ຂອງເຮົາ ເພື່ອ​ຂໍ​ຫລົບລີ້​ໄພ​ກໍຕາມ ລາວ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.
15ຜູ້ໃດ​ກໍຕາມ​ທີ່​ຕົບຕີ​ພໍ່​ແມ່​ຂອງຕົນ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.
16ຜູ້ໃດ​ກໍຕາມ​ທີ່​ລັກ​ພາ​ເອົາ​ຄົນ​ໄປ ບໍ່​ວ່າ​ຈະ​ເອົາ​ໄປ​ຂາຍ​ຕໍ່ ຫລື​ເອົາ​ໄວ້​ເປັນ​ທາດຮັບໃຊ້​ກໍຕາມ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.
17ຜູ້ໃດ​ກໍຕາມ​ທີ່​ສາບແຊ່ງ​ພໍ່​ແມ່​ຂອງຕົນ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.
18ຖ້າ​ມີ​ການ​ຕົບຕີ​ຕໍ່ສູ້​ກັນ ແລະ​ຝ່າຍ​ໜຶ່ງ​ໃຊ້​ກ້ອນຫີນ​ຕີ​ຫລື​ຊົກ​ຕ່ອຍ, ແຕ່​ອີກ​ຝ່າຍ​ໜຶ່ງ​ບໍ່​ເຖິງ​ແກ່​ຄວາມ​ຕາຍ ລາວ​ຈະ​ບໍ່ໄດ້​ຮັບ​ໂທດ. ຖ້າ​ຜູ້​ທີ່​ຖືກ​ຕີ​ນັ້ນ​ເຈັບ​ເຖິງ​ຂັ້ນ​ນອນປ່ວຍ, 19ແຕ່​ຕໍ່ມາ ລາວ​ສາມາດ​ໃຊ້​ໄມ້ຄ້ອນເທົ້າ​ລຸກ​ຍ່າງ​ໄປມາ​ໄດ້ ຝ່າຍ​ຜູ້​ຕີ​ນັ້ນ​ຈະ​ຕ້ອງ​ຈ່າຍ​ຄ່າ​ປ່ວຍການ ແລະ​ເບິ່ງແຍງ​ລາວ​ຈົນ​ຫາຍດີ​ເປັນ​ປົກກະຕິ.
20ຖ້າ​ຜູ້ໜຶ່ງ​ໃຊ້​ໄມ້​ຂ້ຽນຕີ​ທາດຮັບໃຊ້​ຂອງຕົນ​ຕາຍ​ຄາ​ມື ລາວ​ຕ້ອງ​ຖືກ​ລົງໂທດ.
21ແຕ່​ຖ້າ​ທາດຮັບໃຊ້​ຜູ້ນັ້ນ​ລອດ​ຕາຍ​ມາ​ໄດ້​ເຖິງ​ວັນ​ໜຶ່ງ​ຫລື​ສອງ​ວັນ ຜູ້​ເປັນ​ນາຍ​ກໍ​ບໍ່ໄດ້​ຮັບ​ໂທດ. ການ​ສູນເສຍ​ຊັບສົມບັດ​ຂອງ​ລາວ ກໍ​ແມ່ນ​ການ​ລົງໂທດ​ລາວ​ພຽງພໍ​ແລ້ວ.
22ຖ້າ​ມີ​ຜູ້ຊາຍ​ຕີ​ກັນ ແລະ​ໄປ​ຕີ​ຖືກ​ຍິງ​ຖືພາ ຈົນ​ເປັນ​ເຫດ​ໃຫ້​ລູກ​ໃນ​ທ້ອງ​ຕາຍ ແຕ່​ຜູ້​ເປັນ​ແມ່​ບໍ່ໄດ້​ເປັນ​ອັນຕະລາຍ​ແຕ່​ປະການ​ໃດ. ຜູ້​ຕີ​ນັ້ນ​ຈະ​ຕ້ອງ​ຖືກ​ປັບໄໝ​ຕາມ​ແຕ່​ຜົວ​ຂອງ​ນາງ​ຮຽກຮ້ອງ​ເອົາ ໂດຍ​ຄວາມ​ເຫັນຊອບ​ຂອງ​ຜູ້​ຕັດສິນຄວາມ. 23ແຕ່​ຖ້າ​ຍິງ​ນັ້ນ​ບາດເຈັບ​ເປັນ​ອັນຕະລາຍ ການ​ລົງໂທດ​ນັ້ນ​ຈະ​ຕ້ອງ​ແມ່ນ​ຊີວິດ​ແທນ​ຊີວິດ, 24ຕາ​ແທນ​ຕາ, ແຂ້ວ​ແທນ​ແຂ້ວ, ມື​ແທນ​ມື, ຕີນ​ແທນ​ຕີນ, 25ຮອຍ​ໄຟ​ໄໝ້​ແທນ​ຮອຍ​ໄຟ​ໄໝ້, ບາດແຜ​ແທນ​ບາດແຜ, ຮອຍ​ບວມຊໍ້າ​ແທນ​ຮອຍບວມຊໍ້າ.”
26“ຖ້າ​ນາຍ​ຕີ​ຕາ​ແກ່ນ​ໜຶ່ງ​ຂອງ​ທາດຮັບໃຊ້​ໃຫ້​ບອດ​ໄປ ລາວ​ຕ້ອງ​ປ່ອຍ​ທາດຮັບໃຊ້​ນັ້ນ​ໃຫ້​ເປັນ​ອິດສະຫລະ ເທົ່າ​ກັບ​ເປັນ​ການ​ຈ່າຍ​ຄ່າ​ຕາ​ຂອງ​ລາວ. 27ຖ້າ​ລາວ​ຕີ​ຖືກ​ແຂ້ວ​ຂອງ​ທາດຮັບໃຊ້​ຫັກ​ໄປ ລາວ​ຕ້ອງ​ປ່ອຍ​ທາດຮັບໃຊ້​ນັ້ນ​ໃຫ້​ເປັນ​ອິດສະຫລະ ເທົ່າ​ກັບ​ການ​ຈ່າຍ​ຄ່າ​ແຂ້ວ​ຂອງ​ທາດຮັບໃຊ້​ຜູ້ນັ້ນ.”
ຄວາມ​ຮັບຜິດຊອບ​ຂອງ​ຜູ້​ເປັນ​ເຈົ້າຂອງ
28“ຖ້າ​ງົວເຖິກ​ໂຕໜຶ່ງ​ຊົນ​ຄົນ​ຕາຍ ຈົ່ງ​ເອົາ​ຫີນ​ແກວ່ງ​ໃສ່​ງົວ​ນັ້ນ​ໃຫ້​ຕາຍ ແລະ​ຢ່າ​ກິນ​ຊີ້ນ​ຂອງ​ມັນ, ແຕ່​ເຈົ້າຂອງ​ງົວ​ຈະ​ບໍ່ໄດ້​ຮັບ​ໂທດ. 29ຖ້າ​ງົວເຖິກ​ນັ້ນ​ເຄີຍ​ຊົນ​ຄົນ​ມາ​ແລ້ວ ແລະ​ເຈົ້າຂອງ​ງົວ​ກໍໄດ້​ຮັບ​ການ​ຕັກເຕືອນ​ມາ​ແລ້ວ ແຕ່​ບໍ່​ຜູກມັດ​ງົວ​ຂອງຕົນ​ໄວ້. ຕໍ່ມາ ຖ້າ​ມັນ​ຊົນ​ຄົນ​ຕາຍ ຈົ່ງ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ງົວ​ໂຕ​ນັ້ນ​ໃຫ້​ຕາຍ ແລະ​ເຈົ້າຂອງ​ງົວ​ຈະ​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ​ເໝືອນກັນ. 30ເຖິງຢ່າງໃດກໍດີ ຖ້າ​ເຈົ້າຂອງ​ງົວ​ຍອມ​ເສຍ​ຄ່າ​ຫົວ​ເພື່ອ​ແລກ​ເອົາ​ຊີວິດ​ຂອງຕົນ​ໄວ້ ລາວ​ຕ້ອງ​ຍອມ​ຈ່າຍ​ຕາມ​ຈຳນວນ​ເງິນ​ທີ່​ຖືກ​ຮຽກຮ້ອງ​ເອົາ. 31ຖ້າ​ງົວເຖິກ​ຊົນ​ເດັກນ້ອຍ​ຜູ້ຊາຍ ຫລື​ເດັກນ້ອຍ​ຜູ້ຍິງ​ຕາຍ ໃຫ້​ລົງໂທດ​ເຈົ້າຂອງ​ງົວ​ນັ້ນ​ຕາມ​ກົດ​ນີ້​ເຊັ່ນດຽວ​ກັນ. 32ຖ້າ​ງົວເຖິກ​ຊົນ​ທາດຮັບໃຊ້​ຊາຍ​ຕາຍ ເຈົ້າຂອງ​ງົວ​ຕ້ອງ​ຈ່າຍ​ຄ່າ​ຫົວ​ໃຫ້​ແກ່​ນາຍ​ຂອງ​ທາດຮັບໃຊ້ ເປັນ​ເງິນ​ສາມສິບ​ຫລຽນ ແລະ​ຈົ່ງ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ງົວ​ໂຕ​ນັ້ນ​ໃຫ້​ເຖິງ​ຕາຍ.”
33“ຖ້າ​ຜູ້ໃດ​ເປີດ​ນໍ້າສ້າງ ຫລື​ຂຸດ​ບໍ່​ນໍ້າ ແລະ​ບໍ່​ອັດ​ໄວ້ ຖ້າ​ງົວ​ຫລື​ລໍ​ຕົກລົງ​ໃນ​ບໍ່ນໍ້າ​ນັ້ນ; 34ຜູ້ນັ້ນ​ຕ້ອງ​ຈ່າຍ​ຄ່າ​ຫົວ​ໃຫ້​ແກ່​ເຈົ້າຂອງ​ສັດ ແລະ​ສັດ​ໂຕ​ທີ່​ຕາຍ​ນີ້​ໃຫ້​ຕົກ​ເປັນ​ຂອງ​ເຈົ້າຂອງ​ນໍ້າສ້າງ. 35ຖ້າ​ງົວເຖິກ​ຂອງ​ຄົນ​ໜຶ່ງ​ຊົນ​ງົວເຖິກ​ຂອງ​ອີກ​ຄົນ​ໜຶ່ງ​ຕາຍ ລາວ​ຕ້ອງ​ຂາຍ​ງົວເຖິກ​ໂຕ​ທີ່​ຊົນ​ນັ້ນ ແລະ​ເອົາ​ເງິນ​ແບ່ງປັນ​ກັນ ທັງ​ໃຫ້​ເອົາ​ຊີ້ນ​ງົວ​ໂຕ​ທີ່​ຕາຍ​ນັ້ນ​ແບ່ງປັນ​ກັນ​ດ້ວຍ. 36ແຕ່​ຖ້າ​ຮູ້​ວ່າ​ງົວ​ຂອງຕົນ​ເຄີຍ​ຊົນ​ມາ​ແລ້ວ ແລະ​ເຈົ້າ​ຂອງ​ບໍ່​ຮັກສາ​ຫລື​ຜູກ​ໄວ້ ລາວ​ຕ້ອງ​ເອົາ​ງົວ​ໂຕ​ເປັນ​ໃຊ້​ແທນ ສ່ວນ​ງົວ​ໂຕ​ຕາຍ​ນັ້ນ​ໃຫ້​ຕົກ​ເປັນ​ຂອງຕົນ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy