1
ອົບພະຍົບ 20:2-3
ພຣະຄຳພີສັກສິ
“ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ຜູ້ທີ່ໄດ້ນຳພາເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ເຈົ້າຕົກເປັນທາດຮັບໃຊ້. ຢ່ານະມັດສະການພະອື່ນ ນອກຈາກເຮົາ.
Compare
Explore ອົບພະຍົບ 20:2-3
2
ອົບພະຍົບ 20:4-5
ຢ່າສ້າງຮູບເຄົາຣົບຢ່າງໃດຢ່າງໜຶ່ງສຳລັບຕົນ ອັນເປັນຕົວແທນຂອງສິ່ງທີ່ຢູ່ໃນສະຫວັນ ຫລືເທິງແຜ່ນດິນໂລກ ຫລືຢູ່ໃຕ້ນໍ້າ. ຢ່ານົບຫລືຂາບໄຫວ້ຮູບເຫຼົ່ານັ້ນ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ແລະເຮົາເປັນພຣະເຈົ້າທີ່ຫວງແຫນ. ເຮົານຳການລົງໂທດມາສູ່ພວກທີ່ກຽດຊັງເຮົາ ຕະຫລອດທັງລູກຫລານຂອງພວກເຂົາ ເຖິງສາມ ແລະສີ່ຊົ່ວເຊັ່ນຄົນ.
Explore ອົບພະຍົບ 20:4-5
3
ອົບພະຍົບ 20:12
ຈົ່ງໃຫ້ກຽດພໍ່ແມ່ຂອງເຈົ້າ ເພື່ອເຈົ້າຈະມີອາຍຸໝັ້ນຍືນຢູ່ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າກຳລັງຈະມອບໃຫ້ແກ່ເຈົ້າ.
Explore ອົບພະຍົບ 20:12
4
ອົບພະຍົບ 20:8
ຈົ່ງຖືວັນຊະບາໂຕ ແລະຢຶດຖືໄວ້ເປັນວັນສັກສິດ.
Explore ອົບພະຍົບ 20:8
5
ອົບພະຍົບ 20:7
ຢ່າໃຊ້ຊື່ຂອງເຮົາໄປໃນທາງຊົ່ວຮ້າຍ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ, ພຣະເຈົ້າຢາເວຈະເອົາໂທດກັບທຸກໆຄົນທີ່ເຮັດເຊັ່ນນັ້ນ.
Explore ອົບພະຍົບ 20:7
6
ອົບພະຍົບ 20:9-10
ເຈົ້າມີຫົກວັນທີ່ຈະເຮັດວຽກຂອງເຈົ້າ ແຕ່ໃນວັນທີເຈັດ ເປັນວັນຊະບາໂຕຂອງພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ. ໃນວັນນີ້ເຈົ້າເອງພ້ອມດ້ວຍລູກຊາຍຍິງກັບຄົນຮັບໃຊ້ ແລະສັດລ້ຽງຂອງເຈົ້າຕະຫລອດທັງຄົນຕ່າງດ້າວທີ່ອາໄສຢູ່ໃນບ້ານເມືອງຂອງເຈົ້າ ບໍ່ຕ້ອງເຮັດວຽກໃດໆທັງສິ້ນ.
Explore ອົບພະຍົບ 20:9-10
7
ອົບພະຍົບ 20:17
ຢ່າໄດ້ໂລບເອົາເຮືອນຊານບ້ານຊ່ອງຂອງເພື່ອນບ້ານຂອງເຈົ້າ; ຢ່າຢາກໄດ້ເມຍຂອງລາວ, ຄົນຮັບໃຊ້ຊາຍຍິງ, ງົວ, ລໍ ຫລືສິ່ງອື່ນໆອີກທີ່ລາວມີຢູ່.”
Explore ອົບພະຍົບ 20:17
8
ອົບພະຍົບ 20:16
ຢ່າເປັນພະຍານບໍ່ຈິງຕໍ່ສູ້ເພື່ອນບ້ານ.
Explore ອົບພະຍົບ 20:16
9
ອົບພະຍົບ 20:14
ຢ່າຫລີ້ນຊູ້ສູ່ຜົວເມຍຜູ້ອື່ນ.
Explore ອົບພະຍົບ 20:14
10
ອົບພະຍົບ 20:13
ຢ່າຂ້າຄົນ.
Explore ອົບພະຍົບ 20:13
11
ອົບພະຍົບ 20:15
ຢ່າລັກ.
Explore ອົບພະຍົບ 20:15
YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy
Home
Bible
Plans
Videos