YouVersion Logo
Search Icon

ອົບພະຍົບ 20

20
ກົດບັນຍັດ​ສິບ​ປະການ
(ພບຍ 5:1-21)
1ຕໍ່ໄປ​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າ ທີ່​ໄດ້​ສັ່ງ​ປະຊາຊົນ​ອິດສະຣາເອນ ດັ່ງນີ້: 2“ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຜູ້​ທີ່​ໄດ້​ນຳພາ​ເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ເຈົ້າ​ຕົກ​ເປັນ​ທາດຮັບໃຊ້.
3ຢ່າ​ນະມັດສະການ​ພະອື່ນ ນອກຈາກ​ເຮົາ.
4ຢ່າ​ສ້າງ​ຮູບເຄົາຣົບ​ຢ່າງໃດ​ຢ່າງໜຶ່ງ​ສຳລັບ​ຕົນ ອັນ​ເປັນ​ຕົວແທນ​ຂອງ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ ຫລື​ເທິງ​ແຜ່ນດິນ​ໂລກ ຫລື​ຢູ່​ໃຕ້​ນໍ້າ. 5ຢ່າ​ນົບ​ຫລື​ຂາບໄຫວ້​ຮູບ​ເຫຼົ່ານັ້ນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ແລະ​ເຮົາ​ເປັນ​ພຣະເຈົ້າ​ທີ່​ຫວງແຫນ. ເຮົາ​ນຳ​ການ​ລົງໂທດ​ມາ​ສູ່​ພວກ​ທີ່​ກຽດຊັງ​ເຮົາ ຕະຫລອດ​ທັງ​ລູກຫລານ​ຂອງ​ພວກເຂົາ ເຖິງ​ສາມ ແລະ​ສີ່​ຊົ່ວ​ເຊັ່ນ​ຄົນ. 6ແຕ່​ເຮົາ​ສຳແດງ​ຄວາມຮັກ​ຕໍ່​ຜູ້​ທີ່​ຮັກ​ເຮົາ ແລະ​ຖື​ຮັກສາ​ບັນຍັດ​ທັງຫລາຍ​ຂອງເຮົາ ຫລາຍ​ພັນ​ເຊັ່ນຄົນ.
7ຢ່າ​ໃຊ້​ຊື່​ຂອງເຮົາ​ໄປ​ໃນ​ທາງ​ຊົ່ວຮ້າຍ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ, ພຣະເຈົ້າຢາເວ​ຈະ​ເອົາ​ໂທດ​ກັບ​ທຸກໆ​ຄົນ​ທີ່​ເຮັດ​ເຊັ່ນນັ້ນ.
8ຈົ່ງ​ຖື​ວັນ​ຊະບາໂຕ ແລະ​ຢຶດຖື​ໄວ້​ເປັນ​ວັນ​ສັກສິດ. 9ເຈົ້າ​ມີ​ຫົກ​ວັນ​ທີ່​ຈະ​ເຮັດ​ວຽກ​ຂອງ​ເຈົ້າ 10ແຕ່​ໃນ​ວັນ​ທີ​ເຈັດ ເປັນ​ວັນ​ຊະບາໂຕ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ. ໃນວັນນີ້​ເຈົ້າ​ເອງ​ພ້ອມ​ດ້ວຍ​ລູກ​ຊາຍ​ຍິງ​ກັບ​ຄົນ​ຮັບໃຊ້ ແລະ​ສັດ​ລ້ຽງ​ຂອງ​ເຈົ້າ​ຕະຫລອດ​ທັງ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ບ້ານ​ເມືອງ​ຂອງ​ເຈົ້າ ບໍ່​ຕ້ອງ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ. 11ໃນ​ຫົກ​ວັນ ພຣະເຈົ້າຢາເວ​ໄດ້​ນິຣະມິດ​ສ້າງ​ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ, ທະເລ ແລະ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ, ແຕ່​ໃນ​ວັນ​ທີ​ເຈັດ​ໄດ້​ພັກຜ່ອນ. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ອວຍພອນ​ວັນ​ຊະບາໂຕ ແລະ​ຕັ້ງ​ໄວ້​ເປັນ​ວັນ​ສັກສິດ.
12ຈົ່ງ​ໃຫ້ກຽດ​ພໍ່​ແມ່​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ມີ​ອາຍຸ​ໝັ້ນຍືນ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ແກ່​ເຈົ້າ.
13ຢ່າ​ຂ້າ​ຄົນ.
14ຢ່າ​ຫລີ້ນຊູ້​ສູ່ຜົວເມຍ​ຜູ້ອື່ນ.
15ຢ່າ​ລັກ.
16ຢ່າ​ເປັນ​ພະຍານ​ບໍ່​ຈິງ​ຕໍ່ສູ້​ເພື່ອນບ້ານ.
17ຢ່າ​ໄດ້​ໂລບເອົາ​ເຮືອນຊານ​ບ້ານຊ່ອງ​ຂອງ​ເພື່ອນບ້ານ​ຂອງເຈົ້າ; ຢ່າ​ຢາກ​ໄດ້​ເມຍ​ຂອງ​ລາວ, ຄົນ​ຮັບໃຊ້​ຊາຍ​ຍິງ, ງົວ, ລໍ ຫລື​ສິ່ງ​ອື່ນໆ​ອີກ​ທີ່​ລາວ​ມີ​ຢູ່.”
ປະຊາຊົນ​ຢ້ານກົວ
18ເມື່ອ​ປະຊາຊົນ​ໄດ້ຍິນ​ສຽງ​ຟ້າຮ້ອງ ແລະ​ສຽງ​ແກ​ດັງ​ກ້ອງສະໜັ່ນ ທັງ​ເຫັນ​ຟ້າ​ແມບເຫລື້ອມ ແລະ​ຄວັນໄຟ​ພຸ່ງ​ຂຶ້ນ​ທີ່​ພູເຂົາ​ນັ້ນ ພວກເຂົາ​ກໍ​ຢ້ານກົວ​ຕົວສັ່ນ​ແລະ​ຫຍັບ​ອອກ​ຫ່າງໆ. 19ພວກເຂົາ​ຕ່າງ​ກໍ​ເວົ້າ​ກັບ​ໂມເຊ​ວ່າ, “ຖ້າ​ທ່ານ​ກ່າວ​ກັບ​ພວກເຮົາ ພວກເຮົາ​ຈະ​ຍອມ​ຟັງ​ທ່ານ, ແຕ່​ຖ້າ​ພຣະເຈົ້າ​ກ່າວ​ແກ່​ພວກເຮົາ ພວກເຮົາ​ຈະ​ຕ້ອງ​ຕາຍ​ເປັນ​ແນ່.”
20ໂມເຊ​ຈຶ່ງ​ໄດ້​ກ່າວ​ຕໍ່​ປະຊາຊົນ​ວ່າ, “ຢ່າ​ຢ້ານ​ເລີຍ ພຣະເຈົ້າ​ໄດ້​ມາ​ພຽງ​ເພື່ອ​ທົດສອບ​ເບິ່ງ​ພວກເຈົ້າ ແລະ​ເຮັດ​ໃຫ້​ພວກເຈົ້າ​ສືບຕໍ່​ຢຳເກງ​ພຣະອົງ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ເຮັດ​ບາບ.” 21ແຕ່​ປະຊາຊົນ​ຍັງ​ສືບຕໍ່​ຢືນ​ຢູ່​ຫ່າງໆ ແລະ​ມີ​ແຕ່​ໂມເຊ​ຜູ້​ດຽວ​ເທົ່ານັ້ນ ທີ່​ກ້າ​ຫຍັບ​ເຂົ້າ​ໄປ​ໃກ້​ເມກ​ອັນ​ຕຶບໜາ ບ່ອນ​ທີ່​ພຣະເຈົ້າ​ສະຖິດ​ຢູ່​ນັ້ນ.
ກົດບັນຍັດ​ກ່ຽວກັບ​ແທ່ນບູຊາ
22ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໃຫ້​ບອກ​ຊາວ​ອິດສະຣາເອນ​ວ່າ, “ພວກເຈົ້າ​ໄດ້ເຫັນ​ດ້ວຍ​ຕົນເອງ​ແລ້ວ​ວ່າ ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ​ອອກ​ມາ​ຈາກ​ສະຫວັນ. 23ຢ່າ​ເຮັດ​ຮູບ​ພະ​ເປັນ​ເງິນ​ເປັນ​ຄຳ ໄວ້​ຂາບໄຫວ້​ຄຽງ​ຄູ່​ເຮົາ​ເດັດຂາດ. 24ຈົ່ງ​ເອົາ​ດິນ​ມາ​ສ້າງ​ແທ່ນບູຊາ​ສຳລັບ​ເຮົາ ແລະ​ທີ່​ເທິງ​ແທ່ນ​ນັ້ນ​ໃຫ້​ນຳ​ແກະ ແລະ​ງົວເຖິກ​ມາ​ເຜົາ​ຖວາຍ​ເປັນ​ເຄື່ອງ​ບູຊາ ແລະຖວາຍ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ໃນ​ທຸກ​ບ່ອນ​ທີ່​ເຮົາ​ຈັດ​ໃຫ້​ນະມັດສະການ ເຮົາ​ຈະ​ມາ​ອວຍພອນ​ພວກເຈົ້າ​ໃນ​ທີ່ນັ້ນ. 25ຖ້າ​ພວກເຈົ້າ​ສ້າງ​ແທ່ນບູຊາ​ທີ່​ເປັນ​ຫີນ​ຖວາຍ​ແກ່​ເຮົາ ຢ່າ​ເອົາ​ຫີນ​ທີ່​ໃຊ້​ເຫຼັກ​ຕັດ​ມາ​ສ້າງ ເພາະ​ແທ່ນບູຊາ​ທີ່​ສ້າງ​ດ້ວຍ​ຫີນ​ທີ່​ໃຊ້​ເຫຼັກ​ຕັດ ບໍ່​ເໝາະສົມ​ທີ່​ຈະ​ໃຊ້​ນະມັດສະການ​ເຮົາ. 26ຢ່າ​ເຮັດ​ແທ່ນ​ທີ່​ມີ​ຂັ້ນໄດ​ຂຶ້ນ ເພາະ​ມັນ​ຈະ​ເປັນ​ເຫດ​ໃຫ້​ພວກເຈົ້າ​ເຜີຍ​ຂອງ​ລັບ​ໃສ່​ແທ່ນ​ນັ້ນ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy