YouVersion Logo
Search Icon

ພຣະບັນຍັດສອງ 1

1
ບົດ​ໄຂ​ຫົວເລື່ອງ
1ພຣະທຳ​ເຫຼັ້ມ​ນີ້​ໄດ້​ບັນທຶກ​ຖ້ອຍຄຳ​ຂອງ​ໂມເຊ ທີ່​ໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ ຄາວ​ທີ່​ພວກເຂົາ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ທີ່​ທົ່ງ​ຮາບພຽງ​ຈໍແດນ​ໃກ້​ຊູຟະ ລະຫວ່າງ​ເມືອງ​ປາຣານ​ດ້ານ​ໜຶ່ງ ແລະ​ເມືອງ​ຕ່າງໆ​ອີກ​ດ້ານ​ໜຶ່ງ ເຊັ່ນ: ໂຕເຟນ, ລາບານ, ຮາເຊໂຣດ ແລະ​ດີຊາຮາບ. ( 2ການ​ເດີນທາງ​ຈາກ​ພູເຂົາ​ຊີນາຍ​ເຖິງ​ເມືອງ​ກາເດັດ​ບາກເນອາ ຜ່ານ​ເຂດ​ພູດອຍ​ໃນ​ດິນແດນ​ເອໂດມ​ໄປ​ນັ້ນ ຕ້ອງ​ໃຊ້​ເວລາ​ເຖິງ​ສິບເອັດ​ວັນ.) 3ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສິບເອັດ​ໃນ​ປີ​ທີ​ສີ່ສິບ ຫລັງຈາກ​ຊາວ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ ໂມເຊ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ​ທຸກໆ​ສິ່ງ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ເພິ່ນ​ໃຫ້​ພວກເຂົາ​ປະຕິບັດ. 4ເຫດການ​ນີ້​ເກີດຂຶ້ນ​ຫລັງຈາກ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ຊະນະ​ເຈົ້າສີໂຫນ ກະສັດ​ຊາວ​ອາໂມ ຜູ້​ທີ່​ໄດ້​ປົກຄອງ​ນະຄອນ​ເຮັດຊະໂບນ ແລະ​ເຈົ້າໂອກ​ກະສັດ​ຊາວ​ບາຊານ ຜູ້​ທີ່​ໄດ້​ປົກຄອງ​ນະຄອນ​ອັດຊະຕາໂຣດ​ແລະ​ເອັດເຣອີ. 5ແມ່ນ​ໃນ​ຂະນະທີ່​ປະຊາຊົນ​ໄດ້​ອາໄສ​ຢູ່​ທີ່​ຟາກ​ຕາເວັນອອກ ຂອງ​ແມ່ນໍ້າ​ຈໍແດນ​ໃນ​ເຂດແດນ​ໂມອາບ​ນັ້ນ​ເອງ ທີ່​ໂມເຊ​ໄດ້​ຕັ້ງຕົ້ນ​ອະທິບາຍ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຕ່າງໆ​ຂອງ​ພຣະເຈົ້າ.
ເພິ່ນ​ໄດ້​ກ່າວ​ວ່າ, 6“ເມື່ອ​ພວກເຮົາ​ຍັງ​ຢູ່​ທີ່​ພູເຂົາ​ໂຮເຣັບ(ຊີນາຍ)​ນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ບອກ​ວ່າ, ‘ພວກເຈົ້າ​ໄດ້​ພັກ​ຢູ່​ທີ່​ນີ້​ເຫິງນານ​ສົມຄວນ​ແລ້ວ. 7ບັດນີ້ ຈົ່ງ​ມ້າງ​ຄ້າຍ​ແລະ​ຍົກຍ້າຍ​ໄປ​ຕໍ່. ຈົ່ງ​ໄປ​ທີ່​ເຂດ​ເນີນພູ​ຂອງ​ຊາວ​ອາໂມ ແລະ​ທົ່ວ​ອານາ​ເຂດ​ອ້ອມແອ້ມ​ທັງໝົດ​ນັ້ນ ເຊັ່ນ: ຮ່ອມພູ​ຈໍແດນ, ເຂດ​ເນີນພູ​ແລະ​ທົ່ງພຽງ, ເຂດ​ພາກໃຕ້ ແລະ​ແຄມ​ຝັ່ງ​ທີ່​ທະເລ​ເມດີແຕຣາເນ. ຈົ່ງ​ໄປ​ທີ່​ດິນແດນ​ຂອງ​ຊາວ​ການາອານ, ເທິງ​ພູ​ເລບານອນ ແລະ​ແມ່ນໍ້າ​ໃຫຍ່​ເອີຟຣັດ. 8ທັງໝົດ​ນີ້​ແມ່ນ​ດິນແດນ​ທີ່​ເຮົາ​ມອບ​ໃຫ້​ພວກເຈົ້າ ຈົ່ງ​ເຂົ້າ​ໄປ​ແລະ​ຢຶດຄອງ​ເອົາ​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັນຍາ​ໄວ້​ວ່າ ຈະ​ຍົກ​ໃຫ້​ປູ່ຍາຕາຍາຍ​ຂອງ​ພວກເຈົ້າ​ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ, ຕະຫລອດ​ທັງ​ເຊັ່ນ​ລູກຫລານ​ເຫຼັນ​ຂອງ​ພວກເຂົາ.”’
ໂມເຊ​ແຕ່ງຕັ້ງ​ພວກ​ຜູ້ປົກຄອງ
(ອພຍ 18:13-27)
9ໂມເຊ​ບອກ​ປະຊາຊົນ​ວ່າ, “ເມື່ອ​ພວກເຮົາ​ຍັງ​ຢູ່​ທີ່​ພູເຂົາ​ຊີນາຍ​ນັ້ນ ຂ້າພະເຈົ້າ​ໄດ້​ບອກ​ພວກເຈົ້າ​ວ່າ ‘ການນຳພາ​ພວກເຈົ້າ​ແມ່ນ​ຄວາມ​ຮັບຜິດຊອບ​ອັນ​ໃຫຍ່ຫລວງ ທີ່​ບໍ່​ສາມາດ​ກະທຳ​ຄົນ​ດຽວ​ໄດ້. 10ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ບັນດານ​ໃຫ້​ພວກເຈົ້າ ມີ​ຈຳນວນ​ມາກມາຍ​ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ. 11ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ເຮັດ​ໃຫ້​ພວກເຈົ້າ​ມີ​ລູກຫລານ​ຫລາຍ​ຕື່ມ​ເຖິງ​ພັນ​ເທົ່າ ແລະ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້, 12ແຕ່​ຂ້າພະເຈົ້າ​ຜູ້​ດຽວ​ຈະ​ຮັບຜິດຊອບ​ວຽກງານ​ອັນ​ໜັກໜ່ວງ ສຳລັບ​ສະສາງ​ການ​ໂຕ້ຖຽງ​ກັນ​ຂອງ​ພວກເຈົ້າ​ໄດ້​ຢ່າງ​ໃດ? 13ສະນັ້ນ ຈົ່ງ​ເລືອກ​ເອົາ​ຊາຍ​ບາງຄົນ​ທີ່​ສະຫລຽວ​ສະຫລາດ, ມີ​ຄວາມ​ເຂົ້າໃຈ ແລະ​ມີ​ປະສົບການ​ໃນ​ແຕ່ລະເຜົ່າ​ຂອງ​ພວກເຈົ້າ ແລະ​ຂ້າພະເຈົ້າ​ຈະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເບິ່ງແຍງ​ພວກເຈົ້າ.’ 14ແລ້ວ​ພວກເຈົ້າ​ກໍ​ເຫັນ​ພ້ອມ​ນຳ​ດ້ວຍວ່າ ການ​ເຮັດ​ຢ່າງ​ນັ້ນ​ເປັນ​ການ​ດີ​ແທ້. 15ດັ່ງນັ້ນ ເພື່ອ​ນຳພາ​ພວກເຈົ້າ ຂ້າພະເຈົ້າ​ຈຶ່ງ​ໄດ້​ແຕ່ງຕັ້ງ​ບັນດາ​ຜູ້ນຳ ທີ່​ສະຫລຽວ​ສະຫລາດ​ແລະ​ມີ​ປະສົບການ ທີ່​ພວກເຈົ້າ​ໄດ້​ເລືອກ​ມາ​ຈາກ​ແຕ່ລະເຜົ່າ​ຂອງ​ພວກເຈົ້າ ແລະ​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຂົາ​ເບິ່ງແຍງ​ພວກເຈົ້າ. ຂ້າພະເຈົ້າ​ໄດ້​ໃຫ້​ບາງຄົນ​ຮັບຜິດຊອບ​ພັນ​ຄົນ, ບາງຄົນ​ຮັບຜິດຊອບ​ຮ້ອຍ​ຄົນ, ບາງຄົນ​ຮັບຜິດຊອບ​ຫ້າສິບ​ຄົນ ແລະ​ບາງຄົນ​ຮັບຜິດຊອບ​ສິບ​ຄົນ. ນອກຈາກນີ້ ຂ້າພະເຈົ້າ​ໄດ້​ແຕ່ງຕັ້ງ​ເຈົ້າໜ້າທີ່​ອື່ນໆ​ຕາມ​ເຜົ່າ​ຕ່າງໆ​ອີກ​ດ້ວຍ.
16ໃນ​ສະໄໝ​ນັ້ນ ຂ້າພະເຈົ້າ​ໄດ້​ແນະນຳ​ບັນດາ​ພວກ​ຜູ້ປົກຄອງ​ວ່າ, ‘ຈົ່ງ​ເອົາໃຈໃສ່​ຮັບ​ຟັງ​ການ​ຜິດຖຽງກັນ ທີ່​ເກີດຂຶ້ນ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພວກເຈົ້າ. ຈົ່ງ​ຕັດສິນ​ການ​ຜິດຖຽງກັນ​ທຸກ​ເລື່ອງ​ຢ່າງ​ທ່ຽງທຳ ບໍ່​ວ່າ​ການ​ຕັດສິນ​ນັ້ນ​ຈະ​ກ່ຽວຂ້ອງ​ກັບ​ປະຊາຊົນ​ຂອງ​ພວກເຈົ້າ​ເອງ ຫລື​ກ່ຽວຂ້ອງ​ກັບ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຈົ້າ​ກໍຕາມ. 17ຢ່າ​ໄດ້​ເຂົ້າຂ້າງ​ອອກຂາ ຈົ່ງ​ຕັດສິນ​ແຕ່ລະຄົນ​ດ້ວຍ​ຫລັກເກນ​ຢ່າງ​ດຽວກັນ ບໍ່​ວ່າ​ຄົນ​ນັ້ນ​ຈະ​ເປັນ​ໃຜ​ກໍຕາມ. ຢ່າ​ຢ້ານ​ຜູ້ໃດ​ຜູ້ໜຶ່ງ​ເລີຍ ເພາະ​ການ​ຕັດສິນ​ທີ່​ພວກເຈົ້າ​ເຮັດ​ລົງ​ໄປ​ນັ້ນ​ແມ່ນ​ມາ​ຈາກ​ພຣະເຈົ້າ. ຖ້າ​ພວກເຈົ້າ​ມີ​ຄະດີ​ໃດໆ ທີ່​ຍາກ​ເກີນ​ກວ່າ​ຈະ​ຕັດສິນ​ໄດ້ ໃຫ້​ນຳ​ຄະດີ​ນັ້ນ​ມາ​ແຈ້ງ​ຕໍ່​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ຈະ​ຕັດສິນ​ເອງ.’ 18ໃນ​ເວລາ​ດຽວກັນ​ນັ້ນ ຂ້າພະເຈົ້າ​ໄດ້​ແນະນຳ​ສິ່ງ​ອື່ນ​ອີກ ເພື່ອ​ໃຫ້​ພວກເຈົ້າ​ປະຕິບັດ​ຕາມ.”
ພວກ​ນັກສືບ​ສອດແນມ​ຖືກ​ສົ່ງ​ອອກ​ໄປ
(ຈບຊ 13:1-33)
19“ພວກເຮົາ​ໄດ້​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ໄວ້. ພວກເຮົາ​ໄດ້​ຈາກ​ພູເຂົາ​ຊີນາຍ​ແລະ​ເດີນທາງ​ຜ່ານ ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ກວ້າງໃຫຍ່​ແລະ​ໜ້າຢ້ານ ໄປ​ຕາມ​ທາງ​ສູ່​ເຂດ​ເນີນພູ​ຂອງ​ຊາວ​ອາໂມ. ເມື່ອ​ພວກເຮົາ​ໄດ້​ມາ​ຮອດ​ເມືອງ​ກາເດັດ​ບາກເນອາ 20-21ຂ້າພະເຈົ້າ​ຈຶ່ງ​ໄດ້​ບອກ​ພວກເຈົ້າ​ວ່າ, ‘ບັດນີ້ ພວກເຈົ້າ​ໄດ້​ມາ​ຮອດ​ເຂດ​ເນີນພູ​ຂອງ​ຊາວ​ອາໂມ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຄື​ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ພວກເຮົາ ກຳລັງ​ຈະ​ມອບ​ໃຫ້​ພວກເຮົາ. ຫລຽວ​ເບິ່ງ​ດິນແດນ​ພຸ້ນ​ແມ! ຈົ່ງ​ໄປ​ຢຶດຄອງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ສາ. ຢ່າ​ສົງໄສ​ແລະ​ຢ້ານກົວ​ເລີຍ.’
22ແຕ່​ພວກເຈົ້າ​ໄດ້​ມາ​ສະເໜີ​ຕໍ່​ຂ້າພະເຈົ້າ​ວ່າ, ‘ໃຫ້​ສົ່ງ​ຄົນ​ເຮົາ​ໄປ​ສອດແນມ​ເບິ່ງ​ດິນແດນ​ນັ້ນ​ສາ​ກ່ອນ ເພື່ອ​ວ່າ​ພວກເຂົາ​ຈະ​ບອກ​ພວກເຮົາ​ໄດ້​ວ່າ ທາງ​ເສັ້ນ​ໃດ​ທີ່​ພວກເຮົາ​ຈະ​ເຂົ້າ​ຢຶດເອົາ​ເມືອງ​ໄດ້​ສະດວກ ແລະ​ເມືອງ​ເຫຼົ່ານັ້ນ​ເປັນ​ຢ່າງໃດ.’
23ການ​ສະເໜີ​ນັ້ນ​ເຫັນ​ວ່າ​ເປັນ​ເລື່ອງ​ດີ​ທີ່​ຄວນ​ຈະ​ເຮັດ ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ເລືອກ​ເອົາ​ຊາຍ​ສິບສອງ​ຄົນ ຄື​ເຜົ່າລະ​ຄົນ. 24ພວກເຂົາ​ໄດ້​ໄປ​ທີ່​ເຂດ​ເນີນພູ ເລີຍ​ໄປ​ເຖິງ​ຮ່ອມພູ​ເອັດຊະໂຄນ ແລະ​ໄດ້​ສອດແນມ​ເບິ່ງ. 25ພວກເຂົາ​ໄດ້​ນຳ​ໝາກໄມ້​ບາງ​ຊະນິດ​ໃນ​ດິນແດນ​ນັ້ນ​ກັບ​ມາ​ພ້ອມ ແລະ​ລາຍງານ​ວ່າ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ກຳລັງ​ຈະ​ມອບ​ໃຫ້​ນັ້ນ​ເປັນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ​ຫລາຍ.
26ແຕ່​ພວກເຈົ້າ​ໄດ້​ຂັດຂືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ບໍ່​ຢາກ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ. 27ພວກເຈົ້າ​ໄດ້​ຈົ່ມ​ຕໍ່​ກັນແລະກັນ​ວ່າ, ‘ພຣະເຈົ້າຢາເວ​ກຽດຊັງ​ພວກເຮົາ. ດັ່ງນັ້ນ ພຣະອົງ​ໄດ້​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ມອບ​ພວກເຮົາ​ໃຫ້​ຊາວ​ອາໂມ​ເຫຼົ່ານີ້ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຂ້າ​ພວກເຮົາ​ຖິ້ມ. 28ພວກເຮົາ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ເຮັດ​ຫຍັງ? ພວກເຮົາ​ຢ້ານ ເພາະ​ນັກສືບ​ສອດແນມ​ທີ່​ພວກເຮົາ​ໄດ້​ສົ່ງ​ໄປ​ນັ້ນ ມາ​ລາຍງານ​ວ່າ​ຄົນ​ໃນ​ດິນແດນ​ນັ້ນ​ໂຕ​ໃຫຍ່​ສູງ ແລະ​ແຂງແຮງ​ລື່ນ​ພວກເຮົາ. ພວກເຂົາ​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ທີ່​ມີ​ກຳແພງ​ສູງ​ຈຸ​ຟ້າ. ພວກເຂົາ​ໄດ້​ເຫັນ​ພວກ​ອານາກີມ​ຢູ່​ທີ່​ນັ້ນ.’
29ແຕ່​ຂ້າພະເຈົ້າ​ໄດ້​ກ່າວ​ວ່າ, ‘ຢ່າ​ຢ້ານ​ຄົນ​ເຫຼົ່ານີ້​ເລີຍ. 30ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເປັນ​ຜູ້​ນຳພາ​ພວກເຈົ້າ ແລະ​ພຣະອົງ​ຈະ​ຕໍ່ສູ້​ພວກເຂົາ​ແທນ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ພຣະອົງ​ເຮັດ​ໃນ​ປະເທດ​ເອຢິບ 31ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກເຈົ້າ​ໄດ້​ເຫັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ ໃຫ້​ມາ​ເຖິງ​ທີ່​ນີ້​ຢ່າງ​ປອດໄພ​ຢ່າງ​ໃດ ກໍ​ເໝືອນ​ດັ່ງ​ພໍ່​ຫອບອູ້ມ​ເອົາ​ລູກຊາຍ​ຂອງຕົນ.’ 32ແຕ່​ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຕືອນ​ພວກເຈົ້າ​ແລ້ວ​ກໍຕາມ ພວກເຈົ້າ​ກໍ​ຍັງ​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. 33ເຖິງ​ແມ່ນ​ວ່າ ພຣະອົງ​ໄດ້​ອອກ​ນຳ​ໜ້າ​ພວກເຈົ້າ​ກ່ອນ​ໃນ​ການ​ເດີນທາງ​ຂອງ​ພວກເຈົ້າ ເພື່ອ​ຊອກ​ຫາ​ທີ່​ຕັ້ງ​ຄ້າຍພັກ​ໃຫ້​ພວກເຈົ້າ ແລະ​ເພື່ອ​ຊີ້​ທາງ​ເດີນ​ໃຫ້​ພວກເຈົ້າ, ຕອນ​ກາງຄືນ​ພຣະອົງ​ໃຫ້​ມີ​ເສົາໄຟ ແລະ​ຕອນ​ກາງເວັນ​ພຣະອົງ​ໃຫ້​ມີ​ເສົາເມກ.”
ພຣະເຈົ້າຢາເວ​ລົງໂທດ​ຊາດ​ອິດສະຣາເອນ
(ຈບຊ 14:20-45)
34“ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ພຣະອົງ. ສະນັ້ນ ພຣະອົງ​ຈຶ່ງ​ໂກດຮ້າຍ ແລະ​ບອກ​ໃຫ້​ພວກເຈົ້າ​ຮູ້​ຢ່າງ​ຄັກແນ່​ວ່າ 35‘ຄົນຊົ່ວຊ້າ​ເຊັ່ນ​ພວກເຈົ້າ​ນີ້ ແມ່ນ​ບໍ່ມີ​ໃຜ​ຈະ​ໄດ້​ເຂົ້າ​ໄປ​ຢູ່​ດິນແດນ​ອັນ​ອຸດົມສົມບູນ ທີ່​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ. 36ມີ​ແຕ່​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ເທົ່ານັ້ນ ທີ່​ຈະ​ໄດ້​ເຂົ້າ​ໄປ​ເພາະວ່າ​ລາວ​ໄດ້​ສັດຊື່​ຕໍ່​ພຣະເຈົ້າຢາເວ ແລະ​ເຮົາ​ຈະ​ມອບ​ດິນແດນ​ທີ່​ລາວ​ໄດ້​ຢຽບ​ເຂົ້າ​ໄປ​ນັ້ນ ໃຫ້​ແກ່​ລາວ​ແລະ​ພວກ​ລູກຫລານ​ຂອງ​ລາວ.’ 37ຍ້ອນ​ພວກເຈົ້າ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຂ້າພະເຈົ້າ​ເໝືອນກັນ ແລະ​ກ່າວ​ວ່າ ‘ໂມເຊເອີຍ ເຈົ້າ​ເໝືອນກັນ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ 38ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ​ຜູ້​ຊ່ວຍ​ຂອງ​ເຈົ້າ ຈະ​ນຳ​ປະຊາຊົນ​ອິດສະຣາເອນ​ເຂົ້າ​ໄປ​ຢຶດຄອງ​ດິນແດນ. ສະນັ້ນ ຈົ່ງ​ໃຫ້​ກຳລັງໃຈ​ແກ່​ລາວ.’
39ແລະ ‘ລູກຫລານ​ຂອງ​ພວກເຈົ້າ​ຜູ້​ທີ່​ຍັງ​ໜຸ່ມນ້ອຍ ແລະ​ບໍ່​ຮູ້​ວ່າ​ອັນໃດ​ຖືກ​ອັນໃດ​ຜິດ ທີ່​ພວກເຈົ້າ​ເຄີຍ​ເວົ້າ​ວ່າ​ຈະ​ຖືກ​ສັດຕູ​ຈັບ​ໄປ​ນັ້ນ ພວກເຂົາ​ຈະ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນີ້ ເຮົາ​ຈະ​ມອບ​ດິນແດນ​ນັ້ນ​ໃຫ້​ພວກເຂົາ​ເຂົ້າ​ຢຶດຄອງ 40ແຕ່​ປະຊາຊົນ​ດັ່ງ​ພວກເຈົ້າ​ແລ້ວ ໃຫ້​ຕ່າວ​ຄືນ​ກັບ​ເຂົ້າ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ ຕາມ​ທາງ​ສູ່​ອ່າວ​ອາກາບາ.’
41ພວກເຈົ້າ​ຕອບ​ວ່າ, ‘ໂມເຊ​ເອີຍ ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່​ພຣະເຈົ້າຢາເວ​ແລ້ວ ແຕ່​ບັດນີ້ ພວກເຮົາ​ຈະ​ເຂົ້າ​ໄປ​ໂຈມຕີ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ພວກເຮົາ.’ ແລ້ວ​ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ຕຽມຕົວ​ອອກ​ສູ້ຮົບ ໂດຍ​ຄິດວ່າ​ມັນ​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ບຸກໂຈມຕີ​ເຂດ​ເນີນພູ.
42ແຕ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ເຕືອນ​ພວກເຂົາ​ຢ່າ​ໃຫ້​ໄປ​ໂຈມຕີ ເພາະ​ເຮົາ​ຈະ​ບໍ່​ສະຖິດ​ຢູ່​ນຳ ແລະ​ສັດຕູ​ຈະ​ມີ​ໄຊຊະນະ​ເໜືອ​ພວກເຂົາ.’ 43ຂ້າພະເຈົ້າ​ໄດ້​ບອກ​ພວກເຈົ້າ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແລ້ວ ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ ແລະ​ທັງ​ຂັດຂືນ​ຄຳສັ່ງ​ຂອງ​ພຣະອົງ ໂດຍ​ຍ່າງ​ມຸ້ງໜ້າ​ໄປ​ສູ່​ເຂດ​ເນີນພູ​ຢ່າງ​ອົງອາດ​ທະນົງ​ຕົວ. 44ແລ້ວ​ຊາວ​ອາໂມ​ທີ່​ໄດ້​ອາໄສ​ຢູ່​ຕາມ​ເຂດ​ເນີນພູ ກໍ​ອອກ​ມາ​ສູ້ຮົບ​ພວກເຈົ້າ ເໝືອນ​ດັ່ງ​ໂຕ​ເຜິ້ງ​ທີ່​ບິນ​ອອກ​ຈາກ​ຮັງ​ຂອງ​ມັນ. ພວກເຂົາ​ໄດ້​ໄລ່​ຕາມລ່າ​ພວກເຈົ້າ​ໃນ​ເຂດ​ເອໂດມ​ມາ​ຈົນເຖິງ​ໂຮມາ ແລະ​ຊະນະ​ພວກເຈົ້າ​ຢູ່​ທີ່​ນັ້ນ. 45ພວກເຈົ້າ​ຈຶ່ງ​ໄດ້​ກັບມາ​ແລະ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ, ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ຟັງ​ສຽງ​ຂອງ​ພວກເຈົ້າ ຫລື​ສົນໃຈ​ຕໍ່​ພວກເຈົ້າ​ແຕ່​ປະການ​ໃດ.
ຫລາຍ​ປີ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ
46ສະນັ້ນ ພວກເຮົາ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ກາເດັດ​ເປັນ​ເວລາ​ດົນນານ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy