YouVersion Logo
Search Icon

ຈົດບັນຊີ 36

36
ມໍຣະດົກ​ຂອງ​ຍິງ​ທີ່​ແຕ່ງງານ​ແລ້ວ
1ບັນດາ​ຫົວໜ້າ​ຄອບຄົວ​ຕ່າງໆ​ຢູ່​ໃນ​ຕະກຸນ​ກີເລອາດ ລູກຊາຍ​ຂອງ​ມາກີ ແລະ​ຫລານຊາຍ​ຂອງ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ ໄດ້​ມາ​ຫາ​ໂມເຊ​ກັບ​ພວກ​ຜູ້ນຳ​ຄົນອື່ນໆ. 2ພວກເຂົາ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ສັ່ງ​ທ່ານ ໃຫ້​ແບ່ງປັນ​ດິນແດນ​ແກ່​ປະຊາຊົນ​ອິດສະຣາເອນ ໂດຍ​ວິທີ​ໃຊ້​ສະຫລາກ. ພຣະເຈົ້າຢາເວ​ຍັງ​ໄດ້​ສັ່ງ​ທ່ານ​ໃຫ້​ຍົກ​ດິນແດນ ທີ່​ເປັນ​ສ່ວນ​ຂອງ​ເຊໂລເຟຮັດ​ພີ່ນ້ອງ​ຂອງ​ພວກເຮົາ​ໃຫ້​ພວກ​ລູກສາວ​ຂອງ​ລາວ. 3ບັດນີ້ ຖ້າ​ພວກເຂົາ​ຫາກ​ແຕ່ງງານ​ກັບ​ຜູ້ຊາຍ​ຢູ່​ໃນ​ເຜົ່າອື່ນ​ຂອງ​ອິດສະຣາເອນ ຊັບສິນ​ຂອງ​ພວກເຂົາ​ຈະ​ເປັນ​ຂອງ​ເຜົ່ານັ້ນ ແລະ​ສ່ວນແບ່ງ​ໃນ​ດິນແດນ​ຂອງ​ພວກເຮົາ​ກໍ​ຈະ​ຫລຸດນ້ອຍ​ລົງ. 4ໃນ​ປີ​ຄົບຮອບ​ຫ້າສິບ​ປີ ເມື່ອ​ທີ່ດິນ​ທີ່​ໄດ້​ຂາຍ​ໄປ​ນັ້ນ​ຖືກ​ສົ່ງ​ຄືນ​ໃຫ້​ແກ່​ເຈົ້າຂອງ​ເດີມ ທີ່ດິນ​ຂອງ​ພວກເຂົາ​ຈະ​ຖືກ​ເພີ່ມ​ເຂົ້າ​ກັບ​ເຜົ່າ​ຂອງ​ຝ່າຍຊາຍ ທີ່​ພວກເຂົາ​ໄດ້​ແຕ່ງງານ​ນຳ​ນັ້ນ ແລະ​ເຜົ່າ​ຂອງ​ພວກເຮົາ​ກໍ​ຈະ​ເປັນ​ຝ່າຍ​ສູນເສຍ.”
5ດັ່ງນັ້ນ ໂມເຊ​ຈຶ່ງ​ບອກ​ປະຊາຊົນ​ໃຫ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ດັ່ງນີ້: “ເລື່ອງ​ທີ່​ເຜົ່າ​ມານາເຊ​ເວົ້າ​ມາ​ນັ້ນ​ແມ່ນ​ຖືກຕ້ອງ 6ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ກ່າວ​ວ່າ, ‘ພວກ​ລູກສາວ​ຂອງ​ເຊໂລເຟຮັດ​ມີ​ສິດ​ທີ່​ຈະ​ແຕ່ງງານ​ກັບ​ໃຜ​ກໍໄດ້ ແຕ່​ຕ້ອງ​ແມ່ນ​ຄົນ​ໃນ​ເຜົ່າ​ດຽວກັນ.’ 7ທີ່ດິນ​ຂອງ​ຊາວ​ອິດສະຣາເອນ​ແຕ່ລະຄົນ​ຈະ​ຍັງ​ຄົງ​ຢູ່​ໃນ​ເຜົ່າ​ຂອງຕົນ. 8ຍິງ​ທຸກໆ​ຄົນ​ທີ່​ສືບທອດ​ມໍຣະດົກ​ຢູ່​ໃນ​ເຜົ່າ​ໜຶ່ງ​ຂອງ​ຊາດ​ອິດສະຣາເອນ ຕ້ອງ​ແຕ່ງງານ​ກັບ​ຊາຍ​ທີ່​ຢູ່​ໃນ​ເຜົ່າ​ນັ້ນ. ໃນ​ທຳນອງນີ້ ຊາວ​ອິດສະຣາເອນ​ແຕ່ລະຄົນ​ຈະ​ໄດ້​ສືບ​ມໍຣະດົກ​ຂອງ​ບັນພະບຸລຸດ​ຂອງຕົນ 9ແລະ​ຊັບສິນ​ກໍ​ຈະ​ບໍ່​ຕົກ​ເປັນ​ຂອງ​ຄົນ​ໃນ​ເຜົ່າອື່ນ. ແຕ່ລະເຜົ່າ​ຈະ​ສືບຕໍ່​ເປັນ​ກຳມະສິດ​ຊັບສິນ​ທີ່ດິນ​ໃນ​ເຜົ່າ​ຂອງຕົນເອງ.”
10-11ສະນັ້ນ ບັນດາ​ລູກສາວ​ຂອງ​ເຊໂລເຟຮັດ​ຄື: ມາຮະລາ, ຕີຣະຊາ, ໂຮກະລາ, ມີລະກາ ແລະ​ໂນອາ ຈຶ່ງ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ແລະ​ພວກເຂົາ​ກໍໄດ້​ແຕ່ງງານ​ກັບ​ຊາຍ​ໃນ​ເຊື້ອສາຍ​ດຽວກັນ 12ພວກເຂົາ​ແຕ່ງງານ​ກັບ​ຊາຍ​ໃນ​ຕະກຸນ​ຂອງ​ເຜົ່າ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ ແລະ​ຊັບສິນ​ທີ່ດິນ​ຂອງ​ພວກເຂົາ​ກໍ​ຍັງ​ຢູ່​ໃນ​ເຜົ່າ​ພໍ່​ຂອງ​ພວກ​ຕົນ​ຕໍ່ໄປ.
13ລະບຽບການ​ຕ່າງໆ​ເຫຼົ່ານີ້​ແມ່ນ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ແກ່​ຊາວ​ອິດສະຣາເອນ​ໂດຍ​ຜ່ານ​ທາງ​ໂມເຊ ໃນ​ທົ່ງພຽງ​ຂອງ​ໂມອາບ ທີ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ​ຈາກ​ເມືອງ​ເຢຣິໂກ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy