YouVersion Logo
Search Icon

ພຣະບັນຍັດສອງ 2

2
1ໃນທີ່ສຸດ ພວກເຮົາ​ກໍໄດ້​ກັບຄືນ​ກັບ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຕາມ​ທາງ​ສູ່​ອ່າວ​ອາກາບາ ເໝືອນ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ ແລະ​ພວກເຮົາ​ໄດ້​ໃຊ້​ເວລາ​ດົນນານ​ທ່ອງທ່ຽວ​ໄປມາ ຕາມ​ເຂດ​ເນີນພູ​ເອໂດມ.
2ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, 3ພວກເຮົາ​ໃຊ້​ເວລາ​ທ່ອງທ່ຽວ​ໄປມາ​ຕາມ​ເຂດ​ເນີນພູ​ດົນນານ​ພໍ​ແລ້ວ ແລະ​ພວກເຮົາ​ຈະ​ໄດ້​ໄປ​ທາງ​ທິດເໜືອ. 4ພຣະອົງ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ແນະນຳ​ພວກເຈົ້າ​ດັ່ງ​ຕໍ່ໄປນີ້: ‘ພວກເຈົ້າ​ເກືອບ​ຈະ​ເດີນທາງ​ຜ່ານ​ເຂດ​ພູດອຍ​ເອໂດມ ເຂດແດນ​ຂອງ​ຍາດພີ່ນ້ອງ​ຫ່າງໆ​ຂອງ​ພວກເຈົ້າ ຄື​ບັນດາ​ເຊື້ອສາຍ​ຂອງ​ເອຊາວ. ພວກເຂົາ​ຈະ​ຢ້ານກົວ​ພວກເຈົ້າ, 5ແຕ່​ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ເສິກ​ຕໍ່ສູ້​ກັບ​ພວກເຂົາ ເພາະ​ເຮົາ​ຈະ​ບໍ່​ມອບ​ດິນແດນ​ຂອງ​ພວກເຂົາ​ຕອນໃດ​ຕອນໜຶ່ງ​ໃຫ້​ພວກເຈົ້າ. ເຮົາ​ໄດ້​ມອບ​ເມືອງ​ເອໂດມ​ໃຫ້​ເຊື້ອສາຍ​ຂອງ​ເອຊາວ. 6ພວກເຈົ້າ​ອາດ​ຊື້​ນໍ້າ​ແລະ​ອາຫານ​ນຳ​ພວກເຂົາ​ກໍໄດ້.’
7ຈົ່ງ​ຈົດຈຳ​ໄວ້​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ອວຍພອນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ. ພຣະອົງ​ເບິ່ງແຍງ​ພວກເຈົ້າ ໃນ​ຂະນະທີ່​ພວກເຈົ້າ​ທ່ອງທ່ຽວ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ກວ້າງໃຫຍ່. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສະຖິດ​ຢູ່​ກັບ​ພວກເຈົ້າ​ເປັນ​ເວລາ​ສີ່ສິບ​ປີ ແລະ​ພວກເຈົ້າ​ກໍ​ມີ​ທຸກໆ​ສິ່ງ​ທີ່​ຈຳເປັນ.
8ສະນັ້ນ ພວກເຮົາ​ຈຶ່ງ​ເດີນທາງ​ຕໍ່ ໂດຍ​ແຍກ​ອອກ​ຈາກ​ທາງ​ໄປ​ເມືອງ​ເອລາດ ແລະ​ເມືອງ​ເອຊີໂອນເກເບ​ສູ່​ທະເລຕາຍ; ແລ້ວ​ກໍ​ລ້ຽວ​ໄປ​ທາງ​ຕາເວັນອອກ​ສ່ຽງເໜືອ ມຸ່ງສູ່​ດິນແດນ​ໂມອາບ. 9ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຢ່າ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ຊາວ​ໂມອາບ ເຊື້ອສາຍ​ຂອງ​ໂລດ ຫລື​ລົງ​ມື​ເຮັດ​ເສິກ​ຕໍ່ສູ້​ພວກເຂົາ. ເຮົາ​ໄດ້​ມອບ​ເມືອງ​ອາຣະ​ໃຫ້​ພວກເຂົາ ແລະ​ເຮົາ​ຈະ​ບໍ່​ມອບ​ດິນແດນ​ສ່ວນ​ໃດໆ​ຂອງ​ພວກເຂົາ​ໃຫ້​ພວກເຈົ້າ.’
10ແຕ່​ກ່ອນ ມີ​ຄົນ​ຊາດ​ໜຶ່ງ​ທີ່​ມີ​ອຳນາດ​ແລະ​ຮູບຮ່າງ​ໃຫຍ່​ສູງ ຊື່​ວ່າ ເອມິມ. ເຂົາ​ເຄີຍ​ອາໄສ​ຢູ່​ທີ່​ເມືອງ​ອາຣະ. ພວກ​ນີ້​ມີ​ຮູບຮ່າງ​ໃຫຍ່​ສູງ​ເທົ່າ​ກັບ​ພວກ​ອານາກີມ ຊຶ່ງ​ເປັນ​ຄົນ​ຮູບຮ່າງ​ສູງ​ອີກ​ຊາດ​ໜຶ່ງ. 11ໃຜໆ​ກໍ​ເອີ້ນ​ພວກເຂົາ​ວ່າ ເຣຟາອິມ​ເໝືອນ​ດັ່ງ​ທີ່​ໄດ້​ມີ​ພວກ​ອານາກີມ ແຕ່​ຊາວ​ໂມອາບ​ເອີ້ນ​ພວກ​ນີ້​ວ່າ ເອມິມ. 12ຊາວ​ໂຮຣີ​ເຄີຍ​ອາໄສ​ຢູ່​ທີ່​ດິນແດນ​ເອໂດມ ແຕ່​ພວກ​ລູກຫລານ​ຂອງ​ເອຊາວ​ໄດ້​ຂັບໄລ່​ພວກເຂົາ​ອອກ​ໄປ ທັງ​ທຳລາຍ​ລ້າງຜານ​ຊົນຊາດ​ຂອງ​ພວກເຂົາ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ​ແທນ; ເໝືອນ​ດັ່ງ​ກັບ​ຊາວ​ອິດສະຣາເອນ ໃນ​ເວລາ​ຕໍ່ມາ​ໄດ້​ຂັບໄລ່​ເຫຼົ່າ​ສັດຕູ​ຂອງ​ພວກ​ຕົນ ອອກ​ໄປ​ຈາກ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້.
13ແລ້ວ​ພວກເຮົາ​ກໍ​ຂ້າມ​ແມ່ນໍ້າ​ເຊເຣັດ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ. 14ເຫດການ​ນີ້​ໄດ້​ເກີດຂຶ້ນ 38 ປີ​ຜ່ານ​ມາ​ແລ້ວ ຫລັງຈາກ​ທີ່​ພວກເຮົາ​ໄດ້​ໜີ​ມາ​ຈາກ​ກາເດັດ​ບາກເນອາ. ນັກຮົບ​ທັງໝົດ​ໃນ​ລຸ້ນ​ນັ້ນ ໄດ້​ຕາຍໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້. 15ພຣະເຈົ້າຢາເວ​ໄດ້ຕໍ່ຕ້ານ​ພວກເຂົາ​ສະເໝີ​ມາ ຈົນກວ່າ​ພວກເຂົາ​ໄດ້​ຖືກ​ທຳລາຍ​ຈົນ​ໝົດ​ສິ້ນ​ໄປ.
16ຫລັງຈາກ​ພວກເຂົາ​ໄດ້​ຕາຍໄປ​ໝົດ​ແລ້ວ 17ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, 18‘ວັນນີ້ ເຈົ້າ​ໃກ້​ຈະ​ຜ່ານ​ເຂດແດນ​ໂມອາບ​ໄປ​ທາງ​ເມືອງ​ອາຣະ. 19ແລ້ວ​ເຈົ້າ​ກໍ​ຈະ​ໄປ​ໃກ້​ດິນແດນ​ຂອງ​ພວກ​ອຳໂມນ ເຊື້ອສາຍ​ຂອງ​ໂລດ. ຢ່າ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ພວກເຂົາ ຫລື​ລົງ​ມື​ເຮັດ​ເສິກ​ຕໍ່ສູ້​ພວກເຂົາ ເພາະ​ເຮົາ​ຈະ​ບໍ່​ມອບ​ດິນແດນ​ສ່ວນ​ໃດໆ ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ​ນັ້ນ​ໃຫ້​ແກ່​ພວກເຈົ້າ.’
20ເຂດແດນ​ນີ້​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ ດິນແດນ​ຂອງ​ພວກ​ເຣຟາອິມ ຊຶ່ງ​ເອີ້ນ​ຕາມ​ຊື່​ທີ່​ປະຊາຊົນ​ຜູ້​ອາໄສ​ຢູ່​ທີ່​ນັ້ນ​ເຄີຍ​ເອີ້ນ​ກັນ​ມາ​ກ່ອນ; ຊາວ​ອຳໂມນ​ເອີ້ນ​ພວກ​ນີ້​ວ່າ ຊຳຊຸມມິມ. 21ພວກເຂົາ​ມີ​ຮູບຮ່າງ​ໃຫຍ່​ສູງ​ຄື​ກັບ​ພວກ​ອານາກີມ ແລະ​ມີ​ຢູ່​ນຳກັນ​ຫລາຍ​ຄົນ ແລະ​ເປັນ​ຊົນຊາດ​ທີ່​ມີ​ອຳນາດ​ດ້ວຍ. ພຣະເຈົ້າຢາເວ​ໄດ້​ທຳລາຍ​ລ້າງຜານ​ພວກເຂົາ​ເໝືອນກັນ ເພື່ອ​ໃຫ້​ຊາວ​ອຳໂມນ​ຢຶດຄອງ​ດິນແດນ​ຂອງ​ພວກເຂົາ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ. 22ພຣະອົງ​ໄດ້​ເຮັດ​ແບບ​ດຽວກັນ​ສຳລັບ​ຊາວ​ເອໂດມ ລູກຫລານ​ຂອງ​ເອຊາວ ຜູ້​ທີ່​ອາໄສ​ຢູ່​ຕາມ​ເຂດ​ພູດອຍ​ໃນ​ດິນແດນ​ເອໂດມ. ພຣະອົງ​ໄດ້​ທຳລາຍ​ລ້າງຜານ​ຊາວ​ໂຮຣີ ເພື່ອ​ໃຫ້​ຊາວ​ເອໂດມ​ຢຶດຄອງ​ດິນແດນ​ຂອງ​ພວກເຂົາ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ​ແທນ ຈົນເຖິງ​ດຽວນີ້. 23ສ່ວນ​ດິນແດນ​ຕາມ​ແຄມ​ຝັ່ງ​ຂອງ​ທະເລ​ເມດີແຕຣາເນ ແມ່ນ​ປະຊາຊົນ​ທີ່​ມາ​ຈາກ​ເກາະ​ກະເຣເຕ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່. ພວກເຂົາ​ໄດ້​ທຳລາຍ​ລ້າງຜານ​ຊາວ​ອາວິມ ຊາວ​ພື້ນເມືອງ ແລະ​ໄດ້​ຢຶດຄອງ​ດິນແດນ​ທັງໝົດ​ຂອງ​ພວກເຂົາ ແຕ່​ໃຕ້​ສຸດ​ຈົນ​ຮອດ​ເມືອງ​ກາຊາ.
24ຫລັງຈາກ​ພວກເຮົາ​ໄດ້​ຜ່ານ​ດິນແດນ​ໂມອາບ​ໄປ​ແລ້ວ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ພວກເຮົາ​ວ່າ, ‘ບັດນີ້ ຈົ່ງ​ເລີ່ມ​ຂ້າມ​ແມ່ນໍ້າ​ອາກໂນນ ເພາະ​ເຮົາ​ໄດ້​ມອບ​ເຈົ້າສີໂຫນ​ກະສັດ​ຂອງ​ຊາວ​ອາໂມ​ແຫ່ງ​ນະຄອນ​ເຮັດຊະໂບນ ພ້ອມ​ດ້ວຍ​ດິນແດນ​ຂອງ​ລາວ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພວກເຈົ້າ​ແລ້ວ. ຈົ່ງ​ໂຈມຕີ​ແລະ​ຢຶດຄອງ​ດິນແດນ​ຂອງ​ລາວ​ໄດ້. 25ຕັ້ງແຕ່​ວັນ​ນີ້​ໄປ ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ທົ່ວ​ທຸກ​ບ່ອນ​ຢ້ານກົວ​ພວກເຈົ້າ. ທຸກຄົນ​ຈະ​ຢ້ານກົວ​ຈົນ​ຕົວ​ສັ່ນ​ຂວັນເສຍ ເມື່ອ​ພວກເຂົາ​ໄດ້ຍິນ​ຊື່​ຂອງ​ພວກເຈົ້າ.”’
ຊາວ​ອິດສະຣາເອນ​ຊະນະ​ເຈົ້າສີໂຫນ
(ຈບຊ 21:21-30)
26“ແລ້ວ​ຂ້າພະເຈົ້າ​ກໍ​ສົ່ງ​ຄະນະທູດ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ເກເດໂມດ ໄປ​ຫາ​ເຈົ້າສີໂຫນ​ກະສັດ​ແຫ່ງ​ນະຄອນ​ເຮັດຊະໂບນ ພ້ອມ​ທັງ​ນຳ​ຂໍ້​ສະເໜີ​ສັນຕິພາບ ດັ່ງນີ້: 27‘ຈົ່ງ​ອະນຸຍາດ​ໃຫ້​ພວກ​ຂ້າພະເຈົ້າ​ຜ່ານ​ດິນແດນ​ຂອງທ່ານ​ໄປ​ແດ່ທ້ອນ. ພວກ​ຂ້າພະເຈົ້າ​ຈະ​ມຸ່ງໜ້າ​ຜ່ານ​ໄປ​ໂດຍ​ຈະ​ບໍ່​ໜີ​ຈາກ​ທາງໃຫຍ່. 28ພວກ​ຂ້າພະເຈົ້າ​ຈະ​ຈ່າຍ​ຄ່າ​ອາຫານ​ທີ່​ພວກ​ຂ້າພະເຈົ້າ​ກິນ ແລະ​ຈ່າຍ​ຄ່າ​ນໍ້າ​ທີ່​ພວກ​ຂ້າພະເຈົ້າ​ດື່ມ. ສິ່ງ​ດຽວ​ທີ່​ພວກ​ຂ້າພະເຈົ້າ​ຕ້ອງການ ຄື​ພຽງແຕ່​ຜ່ານ​ດິນແດນ​ຂອງທ່ານ​ໄປ 29ຈົນກວ່າ​ພວກ​ຂ້າພະເຈົ້າ​ຈະ​ຜ່ານ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ສູ່​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້. ເຊື້ອສາຍ​ຂອງ​ເອຊາວ​ທີ່​ອາໄສ​ຢູ່​ເອໂດມ ແລະ​ຊາວ​ໂມອາບ​ທີ່​ອາໄສ​ຢູ່​ອາຣະ ກໍໄດ້​ອະນຸຍາດ​ໃຫ້​ພວກ​ຂ້າພະເຈົ້າ​ຜ່ານ​ເຂດແດນ​ຂອງ​ພວກເຂົາ​ມາ​ແລ້ວ.’
30ແຕ່​ເຈົ້າ​ສີໂຫນ​ແຫ່ງ​ເຮັດຊະໂບນ​ບໍ່​ອະນຸຍາດ​ໃຫ້​ພວກເຮົາ​ຜ່ານ​ດິນແດນ​ຂອງ​ເພິ່ນ​ໄປ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃຫ້​ເພິ່ນ​ດື້ດຶງ​ແລະ​ແຂງກະດ້າງ ເພື່ອ​ພວກເຮົາ​ຈະ​ໄດ້​ຊະນະ​ແລະ​ຢຶດ​ເອົາ​ເຂດແດນ​ທັງໝົດ​ຂອງ​ເພິ່ນ ມາ​ຄອບຄອງ​ຈົນ​ເທົ່າ​ທຸກ​ວັນນີ້.
31ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ເບິ່ງແມ ເຮົາ​ໄດ້​ມອບ​ເຈົ້າສີໂຫນ​ແລະ​ດິນແດນ​ຂອງ​ລາວ ໄວ້​ຢູ່​ໃຕ້​ອຳນາດ​ຂອງ​ພວກເຈົ້າ​ແລ້ວ ຈົ່ງ​ຢຶດເອົາ​ເຖີດ.’ 32ເຈົ້າສີໂຫນ​ໄດ້​ຍົກທັບ​ອອກ​ມາ​ສູ້ຮົບ​ພວກເຮົາ​ຢູ່​ໃກ້​ເມືອງ​ຢາຮາດ, 33ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ມອບ​ເພິ່ນ​ໄວ້​ຢູ່​ໃນ​ອຳນາດ​ຂອງ​ພວກເຮົາ ແລະ​ພວກເຮົາ​ໄດ້​ຊະນະ​ເຈົ້າສີໂຫນ​ແລະ​ພວກ​ລູກຊາຍ ແລະ​ທະຫານ​ທັງໝົດ​ຂອງ​ເພິ່ນ. 34ໃນ​ເວລາ​ດຽວກັນ​ນັ້ນ ພວກເຮົາ​ໄດ້​ຢຶດ​ແລະ​ທຳລາຍ​ທຸກໆ​ເມືອງ​ຖິ້ມ ແລະ​ຂ້າ​ທຸກໆ​ຄົນ​ບໍ່​ວ່າ​ຊາຍ​ຍິງ ຫລື​ເດັກນ້ອຍ. ພວກເຮົາ​ບໍ່​ໃຫ້​ໃຜ​ລອດຊີວິດ​ຢູ່​ເລີຍ. 35ພວກເຮົາ​ຢຶດເອົາ​ຝູງສັດ​ແລະ​ເກັບ​ກວາດ​ເອົາ​ສິ່ງຂອງ​ໃນ​ເມືອງ. 36ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ໃຫ້​ພວກເຮົາ​ຢຶດເອົາ​ເມືອງ​ຕ່າງໆ ຕັ້ງແຕ່​ອາໂຣເອ​ໄປ ດັ່ງນີ້: ເມືອງ​ແຄມ​ຮ່ອມພູ​ອາກໂນນ ແລະ​ເມືອງ​ທີ່​ຢູ່​ທາງ​ກາງ​ຮ່ອມພູ, ຕະຫລອດ​ທຸກ​ເມືອງ​ທີ່​ຢູ່​ຕາມ​ທາງ​ໄປ​ສູ່​ເຂດແດນ​ກີເລອາດ. ບໍ່ມີ​ເມືອງ​ໃດ​ທີ່​ມີ​ກຳແພງ​ແໜ້ນໜາ ພໍ​ທີ່​ພວກເຮົາ​ຈະ​ຢຶດເອົາ​ບໍ່ໄດ້. 37ແຕ່​ພວກເຮົາ​ບໍ່ໄດ້​ເຂົ້າ​ໄປ​ໃກ້​ເຂດແດນ​ຂອງ​ຊາວ​ອຳໂມນ ຫລື​ທົ່ງພຽງ​ຕາມ​ແຄມ​ແມ່ນໍ້າ​ຢັບໂບກ ຫລື​ເມືອງ​ຕ່າງໆ​ຢູ່​ທີ່​ເຂດ​ເນີນພູ ຫລື​ບ່ອນ​ອື່ນໆ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ສັ່ງ​ໄວ້​ບໍ່​ໃຫ້​ພວກເຮົາ​ເຂົ້າ​ໄປ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy