1
ພຣະບັນຍັດສອງ 1:30-31
ພຣະຄຳພີສັກສິ
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເປັນຜູ້ນຳພາພວກເຈົ້າ ແລະພຣະອົງຈະຕໍ່ສູ້ພວກເຂົາແທນພວກເຈົ້າ ເໝືອນດັ່ງທີ່ພວກເຈົ້າໄດ້ເຫັນພຣະອົງເຮັດໃນປະເທດເອຢິບ ແລະໃນຖິ່ນແຫ້ງແລ້ງກັນດານ. ພວກເຈົ້າໄດ້ເຫັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພາພວກເຈົ້າ ໃຫ້ມາເຖິງທີ່ນີ້ຢ່າງປອດໄພຢ່າງໃດ ກໍເໝືອນດັ່ງພໍ່ຫອບອູ້ມເອົາລູກຊາຍຂອງຕົນ.’
Compare
Explore ພຣະບັນຍັດສອງ 1:30-31
2
ພຣະບັນຍັດສອງ 1:11
ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ເຮັດໃຫ້ພວກເຈົ້າມີລູກຫລານຫລາຍຕື່ມເຖິງພັນເທົ່າ ແລະໃຫ້ພວກເຈົ້າຈະເລີນຮຸ່ງເຮືອງ ຕາມທີ່ພຣະອົງໄດ້ສັນຍາໄວ້
Explore ພຣະບັນຍັດສອງ 1:11
3
ພຣະບັນຍັດສອງ 1:6
“ເມື່ອພວກເຮົາຍັງຢູ່ທີ່ພູເຂົາໂຮເຣັບ(ຊີນາຍ)ນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ບອກວ່າ, ‘ພວກເຈົ້າໄດ້ພັກຢູ່ທີ່ນີ້ເຫິງນານສົມຄວນແລ້ວ.
Explore ພຣະບັນຍັດສອງ 1:6
4
ພຣະບັນຍັດສອງ 1:8
ທັງໝົດນີ້ແມ່ນດິນແດນທີ່ເຮົາມອບໃຫ້ພວກເຈົ້າ ຈົ່ງເຂົ້າໄປແລະຢຶດຄອງເອົາຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ສັນຍາໄວ້ວ່າ ຈະຍົກໃຫ້ປູ່ຍາຕາຍາຍຂອງພວກເຈົ້າຄື: ອັບຣາຮາມ, ອີຊາກ ແລະຢາໂຄບ, ຕະຫລອດທັງເຊັ່ນລູກຫລານເຫຼັນຂອງພວກເຂົາ.”’
Explore ພຣະບັນຍັດສອງ 1:8
5
ພຣະບັນຍັດສອງ 1:17
ຢ່າໄດ້ເຂົ້າຂ້າງອອກຂາ ຈົ່ງຕັດສິນແຕ່ລະຄົນດ້ວຍຫລັກເກນຢ່າງດຽວກັນ ບໍ່ວ່າຄົນນັ້ນຈະເປັນໃຜກໍຕາມ. ຢ່າຢ້ານຜູ້ໃດຜູ້ໜຶ່ງເລີຍ ເພາະການຕັດສິນທີ່ພວກເຈົ້າເຮັດລົງໄປນັ້ນແມ່ນມາຈາກພຣະເຈົ້າ. ຖ້າພວກເຈົ້າມີຄະດີໃດໆ ທີ່ຍາກເກີນກວ່າຈະຕັດສິນໄດ້ ໃຫ້ນຳຄະດີນັ້ນມາແຈ້ງຕໍ່ຂ້າພະເຈົ້າ ແລະຂ້າພະເຈົ້າຈະຕັດສິນເອງ.’
Explore ພຣະບັນຍັດສອງ 1:17
YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy
Home
Bible
Plans
Videos