YouVersion Logo
Search Icon

2 ໂກຣິນໂທ 12

12
ນິມິດ​ແລະ​ການ​ຊົງ​ສຳແດງ ທີ່​ໂປໂລ​ໄດ້​ຮັບ
1ເຮົາ​ຈຳເປັນ​ຕ້ອງ​ອວດ, ເຖິງ​ແມ່ນ​ວ່າ​ການ​ອວດ​ນັ້ນ ບໍ່​ເປັນ​ຜົນດີ​ຫຍັງ​ກໍຕາມ, ແຕ່​ບັດນີ້ ເຮົາ​ຈະ​ເວົ້າ​ເຖິງ​ນິມິດ ແລະ​ການ​ຊົງ​ສຳແດງ ຊຶ່ງ​ເຮົາ​ໄດ້​ຮັບ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ. 2ແຕ່​ສິບສີ່​ປີ​ມາ​ແລ້ວ ເຮົາ​ຮູ້ຈັກ​ຄຣິສຕຽນ​ຜູ້ໜຶ່ງ ຜູ້ນັ້ນ​ໄດ້​ຖືກ​ຮັບ​ຂຶ້ນ​ໄປ​ເຖິງ​ສະຫວັນ​ຊັ້ນ​ທີ​ສາມ (ແຕ່​ຈະ​ໄປ​ທັງ​ກາຍ​ຫລື​ນອກ​ກາຍ​ເຮົາ​ກໍ​ບໍ່​ຮູ້ ພຣະເຈົ້າ​ເທົ່ານັ້ນ​ເປັນ​ຜູ້​ຊົງ​ຮູ້) 3ເຮົາ​ຮູ້ຈັກ​ວ່າ ຄົນ​ນັ້ນ​ໄດ້​ຮັບ​ຂຶ້ນ​ໄປ​ເຖິງ​ທີ່​ສຸກຂະເສີມ (ແຕ່​ຈະ​ໄປ​ທັງ​ກາຍ​ຫລື​ນອກ​ກາຍ​ເຮົາ​ກໍ​ບໍ່​ຮູ້ ພຣະເຈົ້າ​ເທົ່ານັ້ນ​ເປັນ​ຜູ້​ຊົງ​ຮູ້) 4ຄົນ​ນັ້ນ​ໄດ້ຍິນ​ສຽງ​ທີ່​ຈະ​ກ່າວ​ອອກ​ເປັນ​ຄຳ​ບໍ່ໄດ້ ແລະ​ເປັນ​ສິ່ງ​ທີ່​ຫ້າມ​ມະນຸດ​ບໍ່​ໃຫ້​ເປີດເຜີຍ. 5ສຳລັບ​ຄົນ​ຜູ້ນັ້ນ​ແຫຼະ ເຮົາ​ອວດ​ໄດ້, ແຕ່​ສຳລັບ​ເຮົາ​ເອງ​ຈະ​ບໍ່​ອວດຕົວ ເວັ້ນ​ແຕ່​ຈະ​ອວດ​ໃນ​ຄວາມ​ອ່ອນແຮງ​ຂອງເຮົາ. 6ເພາະ​ເຖິງ​ແມ່ນ​ວ່າ, ເຮົາ​ຢາກ​ອວດຕົວ ເຮົາ​ກໍ​ບໍ່​ເປັນ​ຄົນ​ໂງ່ ເພາະ​ເຮົາ​ກ່າວ​ຕາມ​ຄວາມຈິງ, ແຕ່​ເຮົາ​ອົດກັ້ນ​ໄວ້ ກໍ​ເພາະ​ຢ້ານ​ວ່າ​ຈະ​ມີ​ບາງຄົນ​ຍົກຍ້ອງ​ເຮົາ ເກີນ​ກວ່າ​ທີ່​ເຂົາ​ໄດ້​ຮູ້​ຈາກ​ການ​ເຫັນ​ແລະ​ຟັງ​ເຮົາ​ນັ້ນ.
7ແລະ​ເພື່ອ​ບໍ່​ໃຫ້​ເຮົາ​ຍົກຍ້ອງ​ຕົວ​ຈົນ​ເກີນ​ໄປ ເນື່ອງ​ຈາກ​ການ​ຊົງ​ສຳແດງ​ອັນ​ຫລວງຫລາຍ ຊຶ່ງ​ມາ​ຈາກ​ພຣະເຈົ້າ. ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ມີ​ສ້ຽນໜາມ​ໃນ​ເນື້ອກາຍ​ຂອງເຮົາ ເປັນ​ບໍລິວານ​ຂອງ​ມານຊາຕານ​ທີ່​ທຸບຕີ​ເຮົາ ເພື່ອ​ບໍ່​ໃຫ້​ເຮົາ​ຍົກຍ້ອງ​ຕົວ​ຈົນ​ເກີນໄປ. 8ເຮົາ​ໄດ້​ພາວັນນາ​ອະທິຖານ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ​ເຖິງ​ສາມ​ເທື່ອ ກ່ຽວກັບ​ເລື່ອງ​ນີ້ ເພື່ອ​ຂໍ​ໃຫ້​ພຣະອົງ​ເອົາ​ໜີໄປ. 9ແຕ່​ຄຳຕອບ​ຂອງ​ພຣະອົງ​ເປັນ​ດັ່ງນີ້: “ພຣະຄຸນ​ຂອງເຮົາ ກໍ​ມີ​ພໍ​ແລ້ວ​ສຳລັບ​ເຈົ້າ. ດ້ວຍວ່າ, ເມື່ອໃດ​ທີ່​ເຈົ້າ​ອ່ອນແຮງ ເມື່ອນັ້ນ​ຣິດອຳນາດ​ຂອງເຮົາ​ກໍ​ສຳແດງ​ອອກ​ຢ່າງ​ລົ້ນ​ເຫຼືອ.” ດັ່ງນັ້ນ ເຮົາ​ຈຶ່ງ​ມີ​ຄວາມ​ພາກພູມໃຈ​ໃນ​ບັນດາ​ຄວາມ​ອ່ອນແຮງ​ຂອງເຮົາ​ກໍດີກວ່າ ເພື່ອ​ວ່າ​ຣິດອຳນາດ​ຂອງ​ພຣະຄຣິດ​ຈະ​ຄຸ້ມຄອງ​ປ້ອງກັນ​ເຮົາ​ໄວ້. 10ດ້ວຍເຫດນີ້ ເຮົາ​ຈຶ່ງ​ຊື່ນໃຈ ໃນ​ຄວາມ​ອ່ອນແຮງ ໃນ​ການ​ຖືກ​ໝິ່ນປະໝາດ​ໃນ​ຄວາມ​ຍາກ​ລຳບາກ ໃນ​ການ​ຖືກ​ຂົ່ມເຫັງ ແລະ​ໃນ​ຄວາມ​ຍາກຈົນ ເພື່ອ​ເຫັນ​ແກ່​ພຣະຄຣິດ. ດ້ວຍວ່າ, ເຮົາ​ອ່ອນແຮງ​ເມື່ອໃດ ເຮົາ​ກໍ​ເຂັ້ມແຂງ​ຂຶ້ນ​ເມື່ອນັ້ນ.
ໂປໂລ​ຫ່ວງໃຍ​ຄຣິສຕະຈັກ​ໂກຣິນໂທ
11ເຮົາ​ກາຍເປັນ​ຄົນ​ໂງ່​ແລ້ວ ເຈົ້າ​ທັງຫລາຍ​ໄດ້​ບັງຄັບ​ເຮົາ​ໃຫ້​ເປັນ​ເຊັ່ນນັ້ນ ເພາະວ່າ​ສົມຄວນ​ແລ້ວ​ທີ່​ພວກເຈົ້າ​ຈະ​ຍ້ອງຍໍ​ເຮົາ. ເຖິງ​ວ່າ​ເຮົາ​ບໍ່​ເປັນ​ຜູ້​ດີ​ວິເສດ​ກໍ​ຈິງ ເຮົາ​ກໍ​ບໍ່ໄດ້​ຕໍ່າຕ້ອຍ​ກວ່າ​ອັກຄະສາວົກ​ຊັ້ນ​ຜູ້ໃຫຍ່​ເຫຼົ່ານັ້ນ​ໃນ​ປະການ​ໜຶ່ງ​ປະການ​ໃດ. 12ແທ້ຈິງ, ລັກສະນະ​ຂອງ​ອັກຄະສາວົກ ໄດ້​ປາກົດ​ຢ່າງ​ແຈ່ມແຈ້ງ​ໃນ​ທ່າມກາງ​ພວກເຈົ້າ ໂດຍ​ຄວາມ​ພຽນ, ໂດຍ​ໝາຍສຳຄັນ ໂດຍ​ການ​ອັດສະຈັນ ແລະ​ໂດຍ​ການ​ອິດທິຣິດ​ຕ່າງໆ. 13ເພາະວ່າ, ເຈົ້າ​ທັງຫລາຍ​ເສຍປຽບ​ຕໍ່​ຄຣິສຕະຈັກ​ອື່ນໆ​ໃນ​ຂໍ້​ໃດ​ແດ່? ເວັ້ນໄວ້​ແຕ່​ໃນ​ຂໍ້​ນີ້ ຄື​ເຮົາ​ບໍ່ໄດ້​ເປັນ​ພາລະ​ອັນ​ໜັກ​ແກ່​ພວກເຈົ້າ ການ​ຜິດ​ນັ້ນ​ຂໍ​ໃຫ້​ອະໄພ​ໂທດ​ແກ່​ເຮົາ​ແດ່ທ້ອນ.
14ນີ້​ແຫຼະ ເປັນ​ເທື່ອ​ທີ​ສາມ​ທີ່​ເຮົາ​ຕຽມພ້ອມ​ທີ່​ເຮົາ​ຈະ​ມາ​ຫາ​ເຈົ້າ​ທັງຫລາຍ ແລະ​ເຮົາ​ຈະ​ບໍ່​ເປັນ​ພາລະ​ອັນ​ໜັກ​ແກ່​ພວກເຈົ້າ ເພາະວ່າ​ເຮົາ​ບໍ່​ຕ້ອງການ​ສິ່ງໃດ​ຈາກ​ພວກເຈົ້າ, ແຕ່​ວ່າ​ຕ້ອງການ​ຕົວ​ພວກເຈົ້າ. ເຫດ​ວ່າ, ທີ່​ລູກ​ຈະ​ທ້ອນໂຮມ​ຊັບ​ໄວ້​ສຳລັບ​ພໍ່​ແມ່ ກໍ​ບໍ່​ສົມຄວນ, ແຕ່​ວ່າ​ແມ່ນ​ພໍ່​ແມ່​ເປັນ​ຜູ້​ທ້ອນໂຮມ​ຊັບ​ໄວ້​ສຳລັບ​ລູກ. 15ເຮົາ​ຍິນດີ​ທີ່​ຈະ​ສະຫລະ​ຊັບ ແລະ​ເຫື່ອແຮງ​ທັງໝົດ​ເພື່ອ​ຊ່ວຍເຫລືອ​ພວກເຈົ້າ ເມື່ອ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຂຶ້ນ​ເຖິງ​ພຽງ​ນີ້ ພວກເຈົ້າ​ຈະ​ກັບ​ຮັກ​ເຮົາ​ໜ້ອຍ​ລົງ​ຊັ້ນບໍ?
16ບາງທີ​ເຈົ້າ​ທັງຫລາຍ​ຈະ​ຍອມ​ຮັບ​ວ່າ, ເຮົາ​ບໍ່ໄດ້​ເປັນ​ພາລະ​ອັນ​ໜັກ​ແກ່​ພວກເຈົ້າ, ແຕ່​ພວກເຈົ້າ​ຄົງ​ກ່າວ​ວ່າ ເຮົາ​ໃຊ້​ເລ້ຫລ່ຽມ​ຄອຍຖ້າ​ເອົາ​ຄວາມຜິດ​ພວກເຈົ້າ​ດ້ວຍ​ກົນອຸບາຍ. 17ເປັນ​ໄປ​ໄດ້​ບໍ? ເຮົາ​ໄດ້​ເອົາ​ປຽບ​ອັນ​ໃດ​ແດ່​ຈາກ​ພວກເຈົ້າ ໃນ​ການ​ທີ່​ເຮົາ​ໄດ້​ໃຊ້​ຄົນ​ເຫຼົ່ານັ້ນ​ໄປ​ຫາ​ພວກເຈົ້າ? 18ເຮົາ​ໄດ້​ວອນຂໍ​ໃຫ້​ຕີໂຕ​ໄປ ແລະ​ໃຊ້​ພີ່ນ້ອງ​ນັ້ນ​ໃຫ້​ໄປ​ດ້ວຍ. ຕີໂຕ​ໄດ້​ໂກງ​ເອົາ​ປະໂຫຍດ​ອັນ​ໃດ​ຈາກ​ພວກເຈົ້າ​ແດ່? ເຮົາ​ທັງສອງ​ບໍ່ໄດ້​ດຳເນີນ​ການ​ດ້ວຍ​ນໍ້າໃຈ​ອັນ​ດຽວກັນ​ຊັ້ນບໍ? ເຮົາ​ບໍ່ໄດ້​ທຽວ​ໃນ​ຮ່ອງຮອຍ​ອັນ​ດຽວກັນ​ບໍ?
19ເຈົ້າ​ທັງຫລາຍ​ຄົງ​ຄິດ​ຢູ່​ຕະຫລອດ​ມາ​ວ່າ, ເຮົາ​ກ່າວ​ແກ້​ຕົວ​ຕໍ່​ພວກເຈົ້າ ທີ່​ຈິງ​ເຮົາ​ກ່າວ​ໃນ​ພຣະຄຣິດ ເໝືອນ​ເຮົາ​ຢູ່​ຊ້ອງໜ້າ​ພຣະເຈົ້າ. ພີ່ນ້ອງ​ທີ່​ຮັກ​ຂອງເຮົາ​ເອີຍ, ສິ່ງສາລະພັດ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ ເຮົາ​ເຮັດ​ເພື່ອ​ໃຫ້​ເຈົ້າ​ທັງຫລາຍ​ຈະເລີນ​ຂຶ້ນ. 20ເພາະ​ເຮົາ​ຄິດ​ຢ້ານ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ອາດ​ຈະ​ບໍ່​ເຫັນ​ພວກເຈົ້າ ເໝືອນ​ຢ່າງ​ທີ່​ເຮົາ​ຢາກ​ເຫັນ ແລະ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ເໝືອນ​ຢ່າງ​ທີ່​ພວກເຈົ້າ​ຢາກ​ເຫັນ ຄື​ຢ້ານ​ວ່າ ບໍ່​ເຫດໃດ​ກໍ​ເຫດໜຶ່ງ ຈະ​ມີ​ການ​ຜິດຖຽງ​ກັນ ການ​ອິດສາ​ກັນ ການ​ຄຽດ​ກັນ ການ​ຄິດ​ໃຫຍ່​ໃຝ່ສູງ​ຕໍ່​ກັນ ການ​ນິນທາ​ກັນ ການ​ຊຸບຊີບ​ສຽດສີ​ກັນ ການ​ຂີ້ອວດ​ຈອງຫອງ ແລະ​ການ​ເກະກະ​ວຸ້ນວາຍ​ກັນ. 21ເຮົາ​ຢ້ານ​ວ່າ​ເມື່ອ​ເຮົາ​ກັບ​ມາ​ອີກ ພຣະເຈົ້າ​ຂອງເຮົາ​ຈະ​ຊົງ​ໃຫ້​ເຮົາ​ຖ່ອມຕົວ​ລົງ ລະອາຍ​ໃຈ​ຕໍ່ໜ້າ​ເຈົ້າ​ທັງຫລາຍ ແລະ​ເຮົາ​ຈະ​ທຸກໂສກ ເພາະ​ເຫດ​ທີ່​ຫລາຍ​ຄົນ​ໄດ້​ເຮັດ​ຜິດບາບ​ມາ​ແຕ່​ກ່ອນ​ແລ້ວ ແລະ​ບໍ່ໄດ້​ກັບໃຈ​ຈາກ​ການ​ຊົ່ວຮ້າຍ ການ​ຫລິ້ນຊູ້ ແລະ​ການ​ໂລພາ​ຕັນຫາ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in