2 ໂກຣິນໂທ 13
13
ຄຳຕັກເຕືອນ ແລະຄຳທັກທາຍປາໄສສຸດທ້າຍ
1ນີ້ກໍເປັນເທື່ອທີສາມ ທີ່ເຮົາກຳລັງຈະມາຫາພວກເຈົ້າ ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຂໍ້ກ່າວຫາໃດໆ ຕ້ອງມີພະຍານສອງ ຫລືສາມປາກຈຶ່ງເປັນທີ່ເຊື່ອຖືໄດ້.” 2ເຮົາໄດ້ເຕືອນເຈົ້າທັງຫລາຍທີ່ໄດ້ເຮັດຜິດບາບມາແຕ່ກ່ອນ ແລະບັນດາຄົນອື່ນໆນັ້ນດ້ວຍ ແລະບັດນີ້ເມື່ອເຮົາບໍ່ຢູ່ ເຮົາກໍເຕືອນພວກເຈົ້າອີກ ເໝືອນເມື່ອເຮົາໄດ້ຢູ່ກັບເຈົ້າເທື່ອທີສອງນັ້ນວ່າ, ຖ້າເຮົາມາອີກຈະບໍ່ຜ່ອນໂທດໃຫ້ຄົນເຫຼົ່ານັ້ນ. 3ເພາະວ່າເຈົ້າທັງຫລາຍຕ້ອງການຈະເຫັນຫຼັກຖານວ່າ, ພຣະຄຣິດຊົງກ່າວທາງເຮົາ ພຣະອົງບໍ່ໄດ້ຊົງອ່ອນແອຕໍ່ພວກເຈົ້າ, ແຕ່ຊົງມີຣິດອຳນາດໃນທ່າມກາງພວກເຈົ້າ. 4ເພາະເຖິງແມ່ນວ່າ ພຣະອົງຊົງຖືກຄຶງໄວ້ເນື່ອງຈາກຄວາມອ່ອນແອກໍຈິງ ພຣະອົງກໍຍັງຊົງພຣະຊົນຢູ່ເພາະຣິດອຳນາດຂອງພຣະເຈົ້າ ເພາະວ່າເຮົາກໍອ່ອນແອດ້ວຍກັນກັບພຣະອົງ, ແຕ່ເພື່ອພວກເຈົ້າ ເຮົາກໍມີຊີວິດເປັນຢູ່ດ້ວຍກັນກັບພຣະອົງ ເພາະຣິດອຳນາດຂອງພຣະເຈົ້າ.
5ຈົ່ງພິຈາລະນາເບິ່ງຕົນເອງວ່າ, ພວກເຈົ້າຕັ້ງຢູ່ໃນຄວາມເຊື່ອຫລືບໍ? ຈົ່ງພິສູດຕົວເອງສາ ເຈົ້າທັງຫລາຍບໍ່ຮູ້ຫລືວ່າ ພຣະເຢຊູຄຣິດເຈົ້າຊົງສະຖິດຢູ່ໃນພວກເຈົ້າ ເວັ້ນເສຍແຕ່ພວກເຈົ້າຈະຜ່ານການພິສູດນັ້ນບໍ່ໄດ້. 6ແຕ່ເຮົາຫວັງໃຈວ່າ ເຈົ້າທັງຫລາຍຄົງຮູ້ວ່າ ເຮົາບໍ່ໄດ້ເປັນຜູ້ຜ່ານການພິສູດບໍ່ໄດ້. 7ບັດນີ້ ພວກເຮົາພາວັນນາອະທິຖານພຣະເຈົ້າ ເພື່ອບໍ່ໃຫ້ພວກເຈົ້າເຮັດຜິດໃດໆ ອັນນີ້ບໍ່ແມ່ນເພື່ອສະແດງໃຫ້ເຫັນວ່າ ພວກເຮົາເຖິງທີ່ສຳເລັດແລ້ວ ແຕ່ເພື່ອໃຫ້ພວກເຈົ້າເຮັດໃນສິ່ງທີ່ຖືກຕ້ອງ, ເຖິງແມ່ນວ່າ ເບິ່ງເຮົາຄືເປັນຜູ້ຫລົ້ມເຫລວກໍຕາມ. 8ດ້ວຍວ່າ, ພວກເຮົາເຮັດສິ່ງທີ່ຂັດກັບຄວາມຈິງບໍ່ໄດ້ ເຮັດໄດ້ແຕ່ສິ່ງທີ່ຖືກຕ້ອງຕາມຄວາມຈິງເທົ່ານັ້ນ. 9ເພາະວ່າ ເມື່ອພວກເຮົາອ່ອນແອ ແລະພວກເຈົ້າເຂັ້ມແຂງນັ້ນ ເຮົາກໍຊົມຊື່ນຍິນດີ, ດັ່ງນັ້ນ ເຮົາຈຶ່ງພາວັນນາອະທິຖານ ເພື່ອໃຫ້ພວກເຈົ້າຈະເລີນຂຶ້ນຢ່າງຄົບບໍລິບູນ. 10ເຮົາຈຶ່ງຂຽນຂໍ້ຄວາມທັງຫລາຍນີ້ເມື່ອເຮົາບໍ່ຢູ່ນຳ ກໍເພື່ອເວລາເຮົາຢູ່ນຳແລ້ວ ເຮົາຈະບໍ່ໄດ້ກ່າວຄຳເຄັ່ງຄັດໃນການໃຊ້ອຳນາດ ທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງມອບໃຫ້ແກ່ເຮົາ ເພື່ອສ້າງພວກເຈົ້າຂຶ້ນ ບໍ່ແມ່ນເພື່ອມ້າງເພລົງ.
11ໃນສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ ເຮົາຂໍລາພວກເຈົ້າກ່ອນ ຈົ່ງປັບປຸງໃຫ້ຕົວຈະເລີນຂຶ້ນ ຈົ່ງຟັງຄຳຮ້ອງຂໍຂອງເຮົາ ຈົ່ງເປັນນໍ້າໜຶ່ງໃຈດຽວກັນ ຈົ່ງຢູ່ຮ່ວມກັນດ້ວຍຄວາມສະຫງົບສຸກ ແລະພຣະເຈົ້າຜູ້ຊົງຮັກ ແລະຊົງປະທານສັນຕິສຸກ ຈະຊົງສະຖິດຢູ່ນຳເຈົ້າທັງຫລາຍ. 12ຈົ່ງທັກທາຍປາໄສກັນດ້ວຍທຳນຽມຈູບອັນບໍຣິສຸດ. 13ໄພ່ພົນທັງປວງຂອງພຣະເຈົ້າທຸກຄົນ ກໍຝາກຄວາມຄິດເຖິງມາຫາພວກເຈົ້າເໝືອນກັນ. 14ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ ຄວາມຮັກຂອງພຣະເຈົ້າ ແລະຄວາມສາມັກຄີທຳກັບພຣະວິນຍານບໍຣິສຸດເຈົ້າ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນເທີ້ນ.
Currently Selected:
2 ໂກຣິນໂທ 13: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.