ເພາະເຖິງແມ່ນວ່າ, ເຮົາຢາກອວດຕົວ ເຮົາກໍບໍ່ເປັນຄົນໂງ່ ເພາະເຮົາກ່າວຕາມຄວາມຈິງ, ແຕ່ເຮົາອົດກັ້ນໄວ້ ກໍເພາະຢ້ານວ່າຈະມີບາງຄົນຍົກຍ້ອງເຮົາ ເກີນກວ່າທີ່ເຂົາໄດ້ຮູ້ຈາກການເຫັນແລະຟັງເຮົານັ້ນ.
ແລະເພື່ອບໍ່ໃຫ້ເຮົາຍົກຍ້ອງຕົວຈົນເກີນໄປ ເນື່ອງຈາກການຊົງສຳແດງອັນຫລວງຫລາຍ ຊຶ່ງມາຈາກພຣະເຈົ້າ. ພຣະເຈົ້າໄດ້ຊົງບັນດານໃຫ້ມີສ້ຽນໜາມໃນເນື້ອກາຍຂອງເຮົາ ເປັນບໍລິວານຂອງມານຊາຕານທີ່ທຸບຕີເຮົາ ເພື່ອບໍ່ໃຫ້ເຮົາຍົກຍ້ອງຕົວຈົນເກີນໄປ.