YouVersion Logo
Search Icon

2 ໂກຣິນໂທ 11

11
ໂປໂລ ແລະ ຄູສອນ​ປອມ
1ເຮົາ​ປະສົງ​ຢາກ​ໃຫ້​ພວກເຈົ້າ​ອົດທົນ​ຟັງ​ຕໍ່​ຄວາມ​ໂງ່​ຂອງເຮົາ​ຈັກ​ໜ້ອຍ​ໜຶ່ງ ຈົ່ງ​ອົດທົນ​ເອົາ​ເດີ 2ເຮົາ​ຫວງແຫນ​ພວກເຈົ້າ ຕາມ​ຢ່າງ​ທີ່​ພຣະເຈົ້າ​ຫວງແຫນ ເພາະ​ພວກເຈົ້າ​ເປັນ​ດັ່ງ​ເຈົ້າສາວ​ບໍຣິສຸດ ທີ່​ເຮົາ​ສັນຍາ​ໝັ້ນໝາຍ​ໄວ້​ໃຫ້​ແຕ່ງງານ​ກັບ​ຊາຍ​ຄົນ​ດຽວ​ເທົ່ານັ້ນ ຄື​ແກ່​ພຣະຄຣິດ. 3ແຕ່​ເຮົາ​ຢ້ານ​ວ່າ, ຄວາມ​ຄິດ​ຂອງ​ພວກເຈົ້າ​ຈະ​ຖືກ​ລໍ້ລວງ​ໃຫ້​ຫລົງ​ຜິດ​ໄປ ຈະ​ປະຖິ້ມ​ຄວາມ​ຜູກພັນ​ອັນ​ສັດຊື່​ແລະ​ບໍຣິສຸດ​ທີ່​ມີ​ຕໍ່​ພຣະຄຣິດ ໃນ​ທຳນອງ​ດຽວ​ກັບ​ນາງ​ເອວາ​ທີ່​ຖືກ​ຫລອກລວງ​ດ້ວຍ​ກົນ​ອຸບາຍ​ອັນ​ເລິກແລບ​ຂອງ​ງູ. 4ດ້ວຍວ່າ, ຖ້າ​ຜູ້ໃດ​ທີ່​ມາ​ປະກາດ​ເລື່ອງ​ພຣະເຢຊູເຈົ້າ​ອົງ​ອື່ນ ທີ່​ແຕກຕ່າງ​ໄປ​ຈາກ​ອົງ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ ຫລື​ຮັບ​ເອົາ​ວິນຍານ​ແລະ​ຂ່າວປະເສີດ​ຢ່າງ​ອື່ນ ທີ່​ແຕກຕ່າງ​ໄປ​ຈາກ​ພຣະວິນຍານ ແລະ​ຂ່າວປະເສີດ ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ​ນັ້ນ ກໍ​ເທົ່າ​ກັບ​ວ່າ​ພວກເຈົ້າ​ໄດ້​ຍອມ​ເຊື່ອຟັງ​ຕໍ່​ພວກເຂົາ​ງ່າຍ​ເຕັມທີ.
5ເພາະ​ເຮົາ​ຄິດ​ວ່າ, ເຮົາ​ບໍ່ໄດ້​ເປັນ​ຜູ້​ຕໍ່າຕ້ອຍ​ກວ່າ​ພວກ​ອັກຄະສາວົກ​ຊັ້ນ​ຜູ້ໃຫຍ່​ເຫຼົ່ານັ້ນ ແມ່ນແຕ່​ໜ້ອຍ​ດຽວ. 6ເຖິງ​ເຮົາ​ບໍ່​ເກັ່ງ​ທາງ​ດ້ານ​ການ​ເວົ້າຈາ ແຕ່​ເຮົາ​ກໍ​ຍັງ​ມີ​ຄວາມ​ຮູ້ ທີ່​ຈິງ​ເຮົາ​ໄດ້​ສະແດງ​ເລື່ອງ​ນີ້ ໃຫ້​ປາກົດ​ແຈ້ງ​ແກ່​ພວກເຈົ້າ​ໃນ​ກິດຈະການ​ທຸກສິ່ງ​ແລ້ວ.
7ເມື່ອ​ເຮົາ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ​ນັ້ນ ເຮົາ​ບໍ່ໄດ້​ຄິດ​ໄລ່​ເອົາ​ຫຍັງ​ນຳ​ພວກເຈົ້າ ການ​ທີ່​ເຮົາ​ຖ່ອມໃຈ​ລົງ ເພື່ອ​ຍົກຊູ​ພວກເຈົ້າ​ຂຶ້ນ​ນັ້ນ ເຮົາ​ໄດ້​ເຮັດ​ຜິດ​ຊັ້ນບໍ? 8ເຮົາ​ໄດ້​ຍາດ​ຊິງ​ຄຣິສຕະຈັກ​ໜ່ວຍ​ອື່ນ​ດ້ວຍ​ການ​ຮັບ​ເງິນ​ບຳລຸງ​ຈາກ​ພວກເຂົາ ເພື່ອ​ມາ​ບົວລະບັດ​ພວກເຈົ້າ. 9ແລະ​ເມື່ອ​ເຮົາ​ຢູ່​ນຳ​ເຈົ້າ​ທັງຫລາຍ ແລະ​ກຳລັງ​ຂາດເຂີນ ເຮົາ​ກໍ​ບໍ່ໄດ້​ໃຫ້​ເປັນ​ພາລະ​ອັນ​ໜັກ​ແກ່​ຜູ້ໃດ ເພາະວ່າ​ພວກ​ພີ່ນ້ອງ​ທີ່​ມາ​ຈາກ​ແຂວງ​ມາເກໂດເນຍ ໄດ້​ຊ່ວຍ​ໃຫ້​ມີ​ພໍ​ກັບ​ຄວາມ​ຕ້ອງການ​ຂອງເຮົາ. ເຮົາ​ໄດ້​ລະວັງຕົວ​ບໍ່​ໃຫ້​ເປັນ​ພາລະ​ອັນ​ໜັກ​ແກ່​ເຈົ້າ​ທັງຫລາຍ​ໃນ​ສິ່ງໃດ ແລະ​ຈະ​ລະວັງ​ຢ່າງ​ນັ້ນ​ຕໍ່ໄປ. 10ຄວາມຈິງ​ຂອງ​ພຣະຄຣິດ​ຢູ່​ໃນ​ເຮົາ​ສະເໝີ​ສັນໃດ ຄົງ​ບໍ່ມີ​ຜູ້ໃດ​ໃນ​ແຂວງ​ອະຂາຢາ​ນີ້ ຈະ​ຫ້າມ​ເຮົາ​ບໍ່​ໃຫ້​ອວດອ້າງ​ສິ່ງ​ນີ້​ສັນນັ້ນ. 11ການ​ທີ່​ເຮົາ​ອວດອ້າງ​ໃນ​ເລື່ອງ​ນີ້ ຄິດ​ວ່າ​ເຮົາ​ບໍ່​ຮັກ​ພວກເຈົ້າ​ຊັ້ນບໍ? ພຣະເຈົ້າ​ຊົງ​ຮູ້​ວ່າ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ເທົ່າ​ໃດ?
12ສິ່ງໃດ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເຮົາ​ກໍ​ຈະ​ເຮັດ​ຕໍ່ໄປ ເພື່ອ​ບໍ່​ໃຫ້​ຄົນ​ພວກ​ນັ້ນ​ມີ​ເຫດ​ອວດອ້າງ​ໄດ້​ວ່າ ການງານ​ທີ່​ພວກເຂົາ​ເຮັດ​ນັ້ນ​ແມ່ນ​ຢ່າງ​ດຽວ​ກັບ​ທີ່​ເຮົາ​ດຳເນີນ​ຢູ່. 13ເພາະ​ຄົນ​ເຫຼົ່ານັ້ນ ເປັນ​ພຽງແຕ່​ຄູສອນ​ປອມ ເປັນ​ຄົນງານ​ທີ່​ຫລອກລວງ ແລະ​ປອມຕົວ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດ. 14ການ​ເຮັດ​ຢ່າງ​ນີ້ ບໍ່​ເປັນ​ການ​ແປກ​ປະຫລາດ​ຫຍັງ​ດອກ ແມ່ນແຕ່​ມານຊາຕານ​ກໍ​ຍັງ​ປອມ​ຕົວ​ເປັນ​ເທວະດາ​ແຫ່ງ​ຄວາມ​ສະຫວ່າງ​ໄດ້. 15ດັ່ງນັ້ນ ຈຶ່ງ​ບໍ່​ເປັນ​ເລື່ອງ​ແປກ​ເລີຍ ທີ່​ຜູ້ຮັບໃຊ້​ຂອງ​ມັນ ປອມຕົວ​ເປັນ​ຜູ້ຮັບໃຊ້​ຂອງ​ຄວາມ​ຊອບທຳ ບັ້ນ​ສຸດທ້າຍ​ຄົນ​ເຫຼົ່ານັ້ນ​ຈະ​ໄດ້​ຮັບ​ຜົນ​ຕາມ​ການ​ກະທຳ​ຂອງ​ພວກເຂົາ.
ຄວາມ​ທົນທຸກ​ຂອງ​ໂປໂລ​ໃນ​ຖານະ​ເປັນ​ອັກຄະສາວົກ
16ເຮົາ​ຂໍ​ກ່າວ​ຢໍ້າ​ອີກ​ວ່າ, ຢ່າ​ໃຫ້​ຜູ້ໃດ​ຖື​ວ່າ​ເຮົາ​ເປັນ​ຄົນ​ໂງ່ ແຕ່​ຖ້າ​ເປັນ​ດັ່ງນັ້ນ, ກໍ​ຈົ່ງ​ອົດ​ຮັບ​ຟັງ​ເອົາ​ເໝືອນ​ຟັງ​ຄົນ​ໂງ່​ຜູ້ໜຶ່ງ​ສາ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ອວດອ້າງ​ຈັກ​ໜ້ອຍ​ໜຶ່ງ. 17ການ​ທີ່​ເຮົາ​ກ່າວ​ຢ່າງ​ນັ້ນ ເຮົາ​ບໍ່ໄດ້​ກ່າວ​ຕາມ​ຫລັກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແຕ່​ກ່າວ​ເໝືອນ​ຄົນ​ໂງ່ ທີ່​ມີ​ຄວາມ​ໄວ້ໃຈ​ໃນ​ການ​ອວດ​ຂອງຕົນ. 18ເພາະວ່າ​ມີ​ຫລາຍ​ຄົນ​ອວດຕົວ​ຕາມ​ແບບຢ່າງ​ມະນຸດ ເຮົາ​ກໍ​ຈະ​ອວດ​ເໝືອນກັນ. 19ພວກເຈົ້າ​ຜູ້​ເປັນ​ຄົນ​ສະຫລາດ​ແທ້ໆ ກໍ​ຍັງ​ອົດທົນ​ຟັງ​ຄົນ​ໂງ່​ເວົ້າ​ໜໍ 20ພວກເຈົ້າ​ຍອມ​ກົ້ມ​ໜ້າ​ໃຫ້​ພວກເຂົາ​ສັ່ງ​ພວກເຈົ້າ​ດັ່ງ​ທາດ ຫລື​ຍອມ​ໃຫ້​ພວກເຂົາ​ສວຍໃຊ້​ພວກເຈົ້າ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຂົາ ຫລື​ຍອມ​ໃຫ້​ພວກເຂົາ​ຫລອກລວງ​ພວກເຈົ້າ ຫລື​ຍອມ​ໃຫ້​ພວກເຂົາ​ຍົກຍໍ​ພວກເຈົ້າ​ໃຫ້​ເປັນ​ໃຫຍ່ ຫລື​ຍອມ​ໃຫ້​ພວກເຂົາ​ຕົບ​ໜ້າ​ພວກເຈົ້າ. 21ເຮົາ​ລະອາຍ​ທີ່​ຈະ​ຍອມ​ຮັບ​ວ່າ ພວກເຮົາ​ເປັນ​ຄົນ​ອ່ອນ​ແອ​ເກີນ​ໄປ​ທີ່​ຈະ​ປະພຶດ​ຢ່າງ​ນັ້ນ.
ແຕ່​ຖ້າ​ຜູ້ໃດ​ກ້າ​ອວດ​ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ (ເຮົາ​ເວົ້າ​ເໝືອນ​ກັບ​ວ່າ​ເຮົາ​ເປັນ​ຄົນ​ໂງ່) ເຮົາ​ກໍ​ກ້າ​ອວດ​ເໝືອນກັນ. 22ພວກເຂົາ​ເປັນ​ຊາວ​ເຮັບເຣີ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ ພວກເຂົາ​ເປັນ​ຊົນຊາດ​ອິດສະຣາເອນ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ ພວກເຂົາ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ. 23ພວກເຂົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ​ບໍ? ເຮົາ​ຂໍ​ເວົ້າ​ດັ່ງ​ຄົນ​ເສຍສະຕິ​ວ່າ, ເຮົາ​ກໍ​ເປັນ​ລື່ນ​ພວກເຂົາ​ອີກ ເຮົາ​ໄດ້​ດຳເນີນ​ພາລະກິດ​ໜັກ​ກວ່າ​ພວກເຂົາ ເຮົາ​ໄດ້​ຖືກ​ຄຸກ​ຫລາຍກວ່າ​ພວກເຂົາ ເຮົາ​ໄດ້​ຖືກ​ຂ້ຽນ​ຖືກ​ຕີ​ຫລາຍກວ່າ​ພວກເຂົາ ແລະ​ໃນ​ການ​ປະເຊີນ​ໄພ ເຮົາ​ເກືອບ​ຕາຍ​ຫລາຍ​ເທື່ອ​ແລ້ວ. 24ເຮົາ​ໄດ້​ຖືກ​ພວກ​ຢິວ​ຂ້ຽນ​ຫ້າ​ເທື່ອ ເທື່ອລະ​ສາມສິບເກົ້າ​ບາດ 25ເຮົາ​ໄດ້​ຖືກ​ຂ້ຽນຕີ​ດ້ວຍ​ແສ້​ຫວາຍ​ສາມ​ເທື່ອ ແລະ​ເຮົາ​ໄດ້​ຖືກ​ພວກເຂົາ​ແກວ່ງ​ກ້ອນຫີນ​ໃສ່​ໜຶ່ງ​ເທື່ອ ເຮົາ​ປະເຊີນ​ກັບ​ເຮືອຫລົ້ມ​ເຖິງ​ສາມ​ເທື່ອ ແລະ​ເຮົາ​ໄດ້​ແຊ່​ຢູ່​ໃນ​ນໍ້າ​ທະເລ​ໜຶ່ງ​ວັນ​ໜຶ່ງ​ຄືນ​ເທື່ອໜຶ່ງ. 26ໃນ​ການ​ເດີນທາງ​ຫລາຍ​ເທື່ອ​ຂອງເຮົາ ເຮົາ​ໄດ້​ຕົກ​ຢູ່​ໃນ​ໄພ​ອັນຕະລາຍ​ຈາກ​ນໍ້າຖ້ວມ​ແລະ​ຈາກ​ພວກ​ໂຈນ, ໃນ​ອັນຕະລາຍ​ຈາກ​ພວກ​ຢິວ​ເພື່ອນ​ຮ່ວມ​ຊາດ​ຂອງ​ຕົນເອງ​ແລະ​ຈາກ​ພວກ​ຕ່າງຊາດ, ເຮົາ​ຍັງ​ປະເຊີນ​ຕໍ່​ອັນຕະລາຍ​ໃນ​ເມືອງ, ຕໍ່​ອັນຕະລາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ, ຕໍ່​ອັນຕະລາຍ​ໃນ​ທະເລ ແລະ​ຕໍ່​ອັນຕະລາຍ​ຈາກ​ພີ່ນ້ອງ​ທີ່​ໜ້າໄຫວ້​ຫລັງຫລອກ. 27ເຮົາ​ໄດ້​ບາກບັ່ນ​ດຳເນີນ​ພາລະກິດ ອັນ​ໜັກໜ່ວງ​ແລະ​ຍາກ​ລຳບາກ ອົດຫລັບ​ອົດນອນ​ເປັນ​ປະຈຳ ອຶດ​ເຂົ້າ​ຢາກ​ນໍ້າ ແລະ​ຫລາຍ​ເທື່ອ​ເຮົາ​ຂາດ​ອາຫານ​ການກິນ ຂາດ​ບ່ອນ​ພັກເຊົາ ຂາດ​ເຄື່ອງນຸ່ງຫົ່ມ. 28ນອກຈາກ​ທີ່​ກ່າວ​ມາ​ທັງໝົດ​ນັ້ນ​ແລ້ວ ເຮົາ​ກໍ​ຍັງ​ມີ​ພາລະ​ປະຈຳ​ວັນ​ຂອງເຮົາ ຄື​ຄວາມ​ຫ່ວງໃຍ​ທີ່​ມີ​ຕໍ່​ຄຣິສຕະຈັກ​ໃນ​ທຸກ​ແຫ່ງ. 29ເມື່ອ​ມີ​ຜູ້ໃດ​ຜູ້ໜຶ່ງ​ອ່ອນແຮງ ເຮົາ​ກໍ​ອ່ອນແຮງ​ເໝືອນກັນ ເມື່ອ​ມີ​ຜູ້ໃດ​ຜູ້ໜຶ່ງ​ຖືກ​ສະດຸດ​ໃຈ ເຮົາ​ກໍ​ເປັນທຸກໃຈ​ຢ່າງ​ເຕັມທີ.
30ຖ້າ​ເຮົາ​ຕ້ອງ​ອວດ ເຮົາ​ກໍ​ຈະ​ອວດ​ເຖິງ​ສິ່ງ​ທີ່​ສະແດງ​ວ່າ​ເຮົາ​ອ່ອນແອ​ຢ່າງ​ໃດ. 31ພຣະເຈົ້າ​ອົງ​ເປັນ​ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູເຈົ້າ​ຮູ້​ວ່າ, ເຮົາ​ບໍ່ໄດ້​ເວົ້າ​ຕົວະ, ຂໍ​ໃຫ້​ພຣະນາມ​ຂອງ​ພຣະອົງ ຈົ່ງ​ເປັນ​ທີ່​ຍົກ​ຍ້ອງ​ສັນລະເສີນ​ຕະຫລອດໄປ​ເປັນນິດ​ເທີ້ນ. 32ເມື່ອ​ເຮົາ​ຢູ່​ໃນ​ນະຄອນ​ດາມັສກັດ ຜູ້​ວ່າ​ຣາຊການ​ເມືອງ​ຂອງ​ກະສັດ​ອາເຣຕາ ໄດ້​ໃຫ້​ທະຫານ​ເຝົ້າຍາມ​ເມືອງ​ໄວ້, ເພື່ອ​ຈະ​ຈັບ​ຕົວ​ເຮົາ. 33ແຕ່​ພີ່ນ້ອງ​ຊາວ​ຄຣິສຕຽນ​ໄດ້​ເອົາ​ເຮົາ​ໃສ່​ກວຍ​ໃຫຍ່ ຢ່ອນ​ລົງ​ທາງ​ປ່ອງຢ້ຽມ​ຕາມ​ກຳແພງ​ເມືອງ. ດັ່ງນັ້ນ ເຮົາ​ຈຶ່ງ​ພົ້ນ​ຈາກ​ເງື້ອມມື​ຂອງ​ເພິ່ນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in