1
ໂຢເອນ 2:12
ພຣະຄຳພີລາວສະບັບສະໄໝໃໝ່
LCV
ພຣະເຈົ້າຢາເວປະກາດວ່າ “ບັດນີ້ ຈົ່ງກັບມາຫາເຮົາຢ່າງສຸດໃຈ ດ້ວຍການຖືສິນອົດອາຫານ, ຮ້ອງໄຫ້ ແລະ ຄ່ຳຄວນ”.
Compare
Explore ໂຢເອນ 2:12
2
ໂຢເອນ 2:28
“ແລະ ຕໍ່ມາພາຍຫລັງ, ເຮົາຈະເທພຣະວິນຍານຂອງເຮົາລົງເທິງທຸກຄົນ. ລູກຊາຍ ແລະ ລູກສາວຂອງພວກເຈົ້າຈະທຳນວາຍ, ບັນດາຊາຍເຖົ້າຂອງພວກເຈົ້າຈະຝັນເຫັນ, ບັນດາຊາຍໜຸ່ມຂອງພວກເຈົ້າຈະເຫັນນິມິດ.
Explore ໂຢເອນ 2:28
3
ໂຢເອນ 2:13
ຈົ່ງຈີກຫົວໃຈຂອງເຈົ້າ ແລະ ບໍ່ແມ່ນຈີກເສື້ອຜ້າຂອງເຈົ້າ. ຈົ່ງກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ. ເພາະພຣະອົງເຕັມລົ້ນດ້ວຍພຣະຄຸນ ແລະ ຄວາມເມດຕາສົງສານ, ບໍ່ໃຈຮ້າຍງ່າຍ ແລະ ເຕັມລົ້ນດ້ວຍຄວາມຮັກ, ແລະ ພຣະອົງອົດໃຈບໍ່ສົ່ງໄພພິບັດມາ.
Explore ໂຢເອນ 2:13
4
ໂຢເອນ 2:32
ແລະ ທຸກຄົນທີ່ຮ້ອງ ອອກນາມຂອງພຣະເຈົ້າຢາເວ ກໍຈະໄດ້ຮັບຄວາມພົ້ນ; ເພາະເທິງພູເຂົາຊີໂອນ ແລະ ໃນເຢຣູຊາເລັມ ຈະມີການກອບກູ້ຢູ່ທີ່ນັ້ນ, ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້, ແມ່ນແຕ່ໃນທ່າມກາງບັນດາຜູ້ລອດຊີວິດ ເຊິ່ງພຣະເຈົ້າຢາເວໄດ້ເອີ້ນໄວ້.
Explore ໂຢເອນ 2:32
5
ໂຢເອນ 2:31
ດວງຕາເວັນຈະຖືກປ່ຽນເປັນຄວາມມືດ ແລະ ດວງຈັນຈະກາຍເປັນເລືອດ ກ່ອນວັນອັນຍິ່ງໃຫຍ່ ແລະ ໜ້າຢ້ານຂອງພຣະເຈົ້າຢາເວຈະມາເຖິງ.
Explore ໂຢເອນ 2:31