ແຕ່ທະນູຂອງລາວຍັງຕັ້ງໝັ້ນຄົງຢູ່,
ແຂນທີ່ແຂງແຮງຂອງລາວບໍ່ອ່ອນແຮງ.
ເພາະມືຂອງຜູ້ມີອຳນາດຂອງຢາໂຄບ,
ເພາະຜູ້ລ້ຽງແກະ ຜູ້ເປັນສີລາຂອງອິດສະຣາເອນ,
ເພາະພຣະເຈົ້າຂອງພໍ່ຂອງເຈົ້າ, ຜູ້ທີ່ຊ່ວຍເຈົ້າ,
ເພາະຜູ້ມີລິດອຳນາດຍິ່ງໃຫຍ່, ຜູ້ທີ່ອວຍພອນເຈົ້າ
ດ້ວຍພອນແຫ່ງທ້ອງຟ້າເບື້ອງເທິງ
ພອນແຫ່ງບໍ່ນ້ຳເລິກເບື້ອງລຸ່ມ,
ພອນແຫ່ງນົມ ແລະ ມົດລູກ.