ປະຖົມມະການ 49:24-25
ປະຖົມມະການ 49:24-25 LCV
ແຕ່ທະນູຂອງລາວຍັງຕັ້ງໝັ້ນຄົງຢູ່, ແຂນທີ່ແຂງແຮງຂອງລາວບໍ່ອ່ອນແຮງ. ເພາະມືຂອງຜູ້ມີອຳນາດຂອງຢາໂຄບ, ເພາະຜູ້ລ້ຽງແກະ ຜູ້ເປັນສີລາຂອງອິດສະຣາເອນ, ເພາະພຣະເຈົ້າຂອງພໍ່ຂອງເຈົ້າ, ຜູ້ທີ່ຊ່ວຍເຈົ້າ, ເພາະຜູ້ມີລິດອຳນາດຍິ່ງໃຫຍ່, ຜູ້ທີ່ອວຍພອນເຈົ້າ ດ້ວຍພອນແຫ່ງທ້ອງຟ້າເບື້ອງເທິງ ພອນແຫ່ງບໍ່ນ້ຳເລິກເບື້ອງລຸ່ມ, ພອນແຫ່ງນົມ ແລະ ມົດລູກ.





