YouVersion Logo
Search Icon

ປະຖົມມະການ 49

49
ຢາໂຄບ​ອວຍພອນ​ບັນດາ​ລູກຊາຍ​ຂອງ​ລາວ
(ພບຍ 33:1-29)
1ຢາໂຄບ​ໄດ້​ເອີ້ນ​ເອົາ​ບັນດາ​ລູກຊາຍ​ຂອງ​ລາວ​ເຂົ້າ​ມາ​ແລ້ວ​ກ່າວ​ວ່າ: “ຈົ່ງ​ພາ​ກັນ​ມາ​ລວມ​ກັນ​ເພື່ອ​ວ່າ​ພໍ່​ຈະ​ໄດ້​ບອກ​ພວກເຈົ້າ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ພວກເຈົ້າ​ໃນ​ວັນ​ຂ້າງໜ້າ.
2“ຈົ່ງ​ມາ​ຮ່ວມ​ຊຸມນຸມ​ກັນ ແລະ ຟັງ, ລູກຊາຍ​ທັງຫລາຍ​ຂອງ​ຢາໂຄບ​ເອີຍ;
ຈົ່ງ​ຟັງ​ອິດສະຣາເອນ​ພໍ່​ຂອງ​ພວກເຈົ້າ.
3“ຣູເບັນ, ເຈົ້າ​ເປັນ​ລູກຊາຍ​ກົກ​ຂອງ​ພໍ່,
ເປັນ​ອຳນາດ ແລະ ເປັນ​ສັນຍານ​ທຳອິດ​ແຫ່ງ​ກຳລັງ​ຂອງ​ພໍ່,
ເຈົ້າ​ເປັນ​ສຸດ​ຍອດ​ແຫ່ງ​ກຽດຕິຍົດ, ເປັນ​ສຸດ​ຍອດ​ແຫ່ງ​ອຳນາດ.
4ເປັນ​ນ້ຳ​ທີ່​ໄຫລ​ແຮງ, ເຈົ້າ​ຈະ​ບໍ່​ໄດ້​ເປັນ​ສຸດ​ຍອດ​ອີກ​ຕໍ່ໄປ,
ເພາະ​ເຈົ້າ​ເຂົ້າ​ໄປ​ເຖິງ​ຕຽງນອນ​ຂອງ​ພໍ່​ຂອງ​ເຈົ້າ,
ເຂົ້າ​ໄປ​ເຖິງ​ບ່ອນນອນ​ຂອງ​ເຮົາ ແລະ ເຮັດ​ໃຫ້​ບ່ອນ​ນັ້ນ​ເປັນ​ມົນທິນ.
5“ຊີເມໂອນ ແລະ ເລວີ​ເປັນ​ອ້າຍ​ນ້ອງ​ກັນ
ດາບ#49:5 ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມໝາຍ​ບໍ່​ຊັດເຈນ​ຂອງ​ພວກເຂົາ​ເປັນ​ອາວຸດ​ຂອງ​ຄວາມຮຸນແຮງ.
6ຢ່າ​ໃຫ້​ເຮົາ​ເຂົ້າ​ໄປ​ໃນ​ທີ່​ສະພາ​ຂອງ​ພວກເຂົາ,
ຢ່າ​ໃຫ້​ເຮົາ​ເຂົ້າ​ຮ່ວມ​ໃນ​ການ​ຊຸມນຸມ​ຂອງ​ພວກເຂົາ,
ເພາະ​ພວກເຂົາ​ຂ້າ​ຄົນ​ເມື່ອ​ພວກເຂົາ​ໃຈຮ້າຍ
ແລະ ຕັດ​ເອັນ​ຂາ​ງົວເຖິກ​ຕາມ​ຄວາມ​ພໍໃຈ​ຂອງ​ພວກເຂົາ.
7ຄຳ​ສາບແຊ່ງ​ທີ່​ຈະ​ຕົກ​ໃສ່​ຄວາມ​ໃຈຮ້າຍ​ຂອງ​ພວກເຂົາ ກໍ​ຮຸນແຮງ​ຫລາຍ,
ແລະ ຄວາມ​ແຄ້ນ​ຂອງ​ພວກເຂົາ ກໍ​ໂຫດຮ້າຍ​ຫລາຍ!
ເຮົາ​ຈະ​ໃຫ້​ພວກເຂົາ​ກະແຈກກະຈາຍ​ໄປ​ໃນ​ດິນແດນ​ຂອງ​ຢາໂຄບ
ແລະ ໃຫ້​ພວກເຂົາ​ກະແຈກກະຈາຍ​ໄປ​ໃນ​ອິດສະຣາເອນ.
8“ຢູດາ#49:8 ຄຳ​ວ່າ ຢູດາ ມີ​ສຽງ​ຄ້າຍຄື ແລະ ອາດ​ມາ​ຈາກ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມໝາຍ​ວ່າ, ສັນລະເສີນ​ເອີຍ, ອ້າຍ​ນ້ອງ​ຂອງ​ເຈົ້າ​ຈະ​ສັນລະເສີນ​ເຈົ້າ;
ມື​ຂອງ​ເຈົ້າ​ຈະ​ບີບ​ຄໍ​ຂອງ​ບັນດາ​ສັດຕູ​ຂອງ​ເຈົ້າ;
ບັນດາ​ລູກຊາຍ​ຂອງ​ພໍ່​ຂອງ​ເຈົ້າ​ຈະ​ກົ້ມ​ຂາບ​ເຈົ້າ.
9ຢູດາ​ເອີຍ, ເຈົ້າ​ຄື​ລູກ​ສິງ,
ລູກຊາຍ​ຂອງ​ເຮົາ​ເອີຍ, ເຈົ້າ​ຫາ​ກໍ​ກັບ​ມາ​ຈາກ​ກິນ​ເຫຍື່ອ.
ເໝືອນດັ່ງ​ສິງ​ທີ່​ໝອບ ແລະ ນອນ​ລົງ,
ເໝືອນດັ່ງ​ສິງ​ແມ່ ຜູ້ໃດ​ຈະ​ກ້າ​ປູກ​ລາວ​ໄດ້?
10ໄມ້​ກະບອງ​ຈະ​ບໍ່​ໜີ​ໄປ​ຈາກ​ຢູດາ,
ຫລື ໄມ້ຄ້ອນເທົ້າ​ຂອງ​ຜູ້​ປົກຄອງ​ຈະ​ບໍ່​ໜີ​ໄປ​ຈາກ​ລະຫວ່າງ​ຕີນ​ຂອງ​ລາວ​ໄດ້#49:10 ຫລື ຈາກ​ເຊື້ອສາຍ​ຂອງ​ລາວ,
ຈົນ​ກວ່າ​ບຸກຄົນ​ຜູ້​ເປັນ​ເຈົ້າຂອງ​ອຳນາດ​ທີ່​ແທ້​ຈິງ​ຈະ​ມາ​ເຖິງ#49:10 ຫລື ຈົນ​ກວ່າ​ຄົນ​ທີ່​ຖື​ວ່າ​ເປັນ​ເຈົ້າຂອງ​ຈະ​ມາ​ເຖິງ; ຄວາມໝາຍ​ໃນ​ພາສາ​ເຮັບເຣີ​ສຳລັບ​ປະໂຫຍກ​ນີ້​ບໍ່​ຊັດເຈນ.
ແລະ ບັນດາ​ຊົນຊາດ​ຕ່າງໆ​ຈະ​ເຊື່ອຟັງ​ຜູ້​ນັ້ນ.
11ລາວ​ຈະ​ມັດ​ລໍ​ຂອງ​ລາວ​ໄວ້​ທີ່​ເຄືອອະງຸ່ນ,
ມັດ​ລູກລໍ​ຂອງ​ລາວ​ໄວ້​ໃສ່​ກິ່ງ​ທີ່​ດີ​ທີ່ສຸດ;
ລາວ​ຈະ​ຊັກ​ເສື້ອຜ້າ​ຂອງ​ຕົນ​ໃນ​ເຫລົ້າອະງຸ່ນ,
ຊັກ​ເສື້ອຄຸມ​ຂອງ​ລາວ​ໃນ​ນ້ຳ​ອະງຸ່ນ​ສີ​ເລືອດ.
12ຕາ​ຂອງ​ລາວ​ເຂັ້ມ​ກວ່າ​ເຫລົ້າອະງຸ່ນ,
ແຂ້ວ​ຂອງ​ລາວ​ຂາວ​ກວ່າ​ນ້ຳນົມ.#49:12 ຫລື ຕາ​ຂອງ​ລາວ​ຈະ​ເປັນ​ສີ​ໝົ່ນ​ຈາກ​ເຫລົ້າອະງຸ່ນ ແຂ້ວ​ຂອງ​ລາວ​ຂາວ​ຈາກ​ນ້ຳນົມ
13“ເຊບູໂລນ​ຈະ​ອາໄສ​ຢູ່​ຕາມ​ແຄມຝັ່ງ​ທະເລ
ແລະ ກາຍເປັນ​ທ່າ​ເຮືອ;
ເຂດແດນ​ຂອງ​ລາວ​ຈະ​ຂະຫຍາຍ​ອອກ​ໄປ​ຈົນ​ຮອດ​ຊີໂດນ.
14“ອິດຊາຄາ​ເປັນ​ເໝືອນ​ລໍ​ທີ່​ແຂງແຮງ
ນອນ​ລົງ​ຢູ່​ຕາມ​ຄອກ​ແກະ.#49:14 ຫລື ນອນລົງ​ເທິງ​ກອງໄຟ​ໃນ​ສະໜາມ; ຫລື ນອນລົງ​ເທິງ​ເບາະນັ່ງ​ທີ່​ຫລັງ​ສັດ
15ເມື່ອ​ລາວ​ເຫັນ​ວ່າ​ສະຖານທີ່​ພັກຜ່ອນ​ຂອງ​ລາວ​ດີ
ແລະ ດິນແດນ​ຂອງ​ລາວ​ເປັນ​ທີ່​ໜ້າ​ພໍໃຈ,
ລາວ​ກໍ​ຈະ​ງ່ຽງ​ບ່າ​ຂອງ​ຕົນ​ລົງ​ແບກ​ພາລະໜັກ
ແລະ ຍອມ​ເປັນ​ທາດ​ຮັບໃຊ້.
16“ດານ#49:16 ໃນ​ທີ່​ນີ້​ແປ​ວ່າ ລາວ​ຈັດຫາ​ຄວາມເປັນທຳ​ຈະ​ໃຫ້​ຄວາມ​ເປັນ​ທຳ​ແກ່​ພົນລະເມືອງ​ຂອງ​ຕົນ
ເໝືອນ​ໃຫ້​ແກ່​ເຜົ່າ​ອື່ນໆ​ໃນ​ອິດສະຣາເອນ.
17ດານ​ຈະ​ເປັນ​ເໝືອນ​ງູ​ຕາມ​ແຄມ​ທາງ
ເໝືອນ​ງູພິດ​ນ້ອຍ​ທີ່​ຢູ່​ຕາມ​ຫົນທາງ,
ມັນ​ຈະ​ຕອດ​ສົ້ນໜ່ອງ​ມ້າ
ເພື່ອ​ໃຫ້​ຄົນ​ຂີ່​ຕົກ​ຈາກ​ຫລັງ​ມ້າ.
18“ຂ້າ​ແດ່​ພຣະເຈົ້າ​ຢາເວ, ຂ້ານ້ອຍ​ລໍ​ຄອຍຖ້າ​ການ​ກອບກູ້​ຂອງ​ພຣະອົງ.
19“ກາດ#49:19 ແປ​ວ່າ ໂຈມຕີ ແລະ ກອງ​ໂຈນ ກໍ​ໄດ້​ຈະ​ຖືກ​ໂຈມຕີ​ໂດຍ​ກຸ່ມ​ຜູ້​ໂຈມຕີ,
ແຕ່​ລາວ​ຈະ​ໂຈມຕີ​ພວກເຂົາ​ທີ່​ສົ້ນໜ່ອງ​ຂອງ​ພວກເຂົາ.
20“ອາຫານ​ຂອງ​ອາເຊ​ຈະ​ອຸດົມສົມບູນ;
ລາວ​ຈະ​ຈັດຫາ​ອາຫານ​ດີເລີດ​ທີ່​ເໝາະສົມ​ກັບ​ກະສັດ.
21“ເນັບທາລີ​ເປັນ​ກວາງ​ແມ່​ທີ່​ຖືກ​ປ່ອຍ​ໃຫ້​ເປັນ​ອິດສະຫລະ
ທີ່​ເກີດ​ລູກ​ກວາງ​ທີ່​ໜ້າຮັກ.#49:21 ຫລື ເປັນອິດສະຫລະ; ຫລື ລາວ​ເປັ່ງ​ຖ້ອຍຄຳ​ທີ່​ມ່ວນ​ຫູ
22“ໂຢເຊັບ​ເປັນ​ເຄືອອະງຸ່ນ​ທີ່​ເກີດຜົນ,
ເປັນ​ເຄືອອະງຸ່ນ​ທີ່​ເກີດຜົນ​ຢູ່​ໃກ້​ບໍ່ນ້ຳ,
ເຊິ່ງ​ມີ​ເຄືອ​ເລືອ​ຂຶ້ນ​ຂ້າມ​ກຳແພງ.#49:22 ຫລື ໂຢເຊັບ​ເປັນ​ລູກ​ລໍ​ປ່າ ເປັນ​ລູກ​ລໍ​ປ່າ​ຢູ່​ໃກ້​ນ້ຳ​ພຸ ຫລື ລໍ​ປ່າ​ທີ່​ເນີນພູ​ຂັ້ນໄດ
23ນັກຍິງທະນູ​ໄດ້​ໂຈມຕີ​ລາວ​ດ້ວຍ​ຄວາມ​ຂົມຂື່ນ;
ພວກເຂົາ​ຍິງ​ໃສ່​ລາວ​ດ້ວຍ​ຄວາມ​ເປັນ​ສັດຕູ.
24ແຕ່​ທະນູ​ຂອງ​ລາວ​ຍັງ​ຕັ້ງ​ໝັ້ນຄົງ​ຢູ່,
ແຂນ​ທີ່​ແຂງແຮງ​ຂອງ​ລາວ​ບໍ່​ອ່ອນແຮງ.
ເພາະ​ມື​ຂອງ​ຜູ້ມີອຳນາດ​ຂອງ​ຢາໂຄບ,
ເພາະ​ຜູ້ລ້ຽງແກະ ຜູ້​ເປັນ​ສີລາ​ຂອງ​ອິດສະຣາເອນ,
25ເພາະ​ພຣະເຈົ້າ​ຂອງ​ພໍ່​ຂອງ​ເຈົ້າ, ຜູ້​ທີ່​ຊ່ວຍ​ເຈົ້າ,
ເພາະ​ຜູ້​ມີ​ລິດອຳນາດຍິ່ງໃຫຍ່,#49:25 ພາສາ​ເຮັບເຣີ​ວ່າ ຊາດາຍ ຜູ້​ທີ່​ອວຍພອນ​ເຈົ້າ
ດ້ວຍ​ພອນ​ແຫ່ງ​ທ້ອງຟ້າ​ເບື້ອງ​ເທິງ
ພອນ​ແຫ່ງ​ບໍ່ນ້ຳ​ເລິກ​ເບື້ອງ​ລຸ່ມ,
ພອນ​ແຫ່ງ​ນົມ ແລະ ມົດລູກ.
26ພອນ​ຈາກ​ບິດາ​ຂອງ​ເຈົ້າ​ນັ້ນ
ໃຫຍ່​ກວ່າ​ພອນ​ຂອງ​ພູເຂົາ​ດຶກດຳບັນ,
ກວ່າ#49:26 ຫລື ແຫ່ງ​ບັນພະບຸລຸດ​ຂອງ​ຂ້ອຍ ຍິ່ງໃຫຍ່​ເທົ່າ​ກັບ​ຄວາມ​ອຸດົມສົມບູນ​ຂອງ​ເນີນພູ​ເກົ່າແກ່.
ຂໍ​ໃຫ້​ພອນ​ເຫລົ່ານີ້​ຈົ່ງ​ຢູ່​ເທິງ​ຫົວ​ຂອງ​ໂຢເຊັບ,
ຢູ່​ເທິງ​ໜ້າຜາກ​ຂອງ​ເຈົ້າຊາຍ​ໃນ​ທ່າມກາງ#49:26 ຫລື ຜູ້​ທີ່​ແຍກ​ຈາກ​ອ້າຍນ້ອງ​ຂອງ​ລາວ.
27“ເບັນຢາມິນ​ເປັນ​ໝາປ່າ​ທີ່​ຫິວໂຫຍ,
ໃນ​ຕອນເຊົ້າ​ລາວ​ກິນ​ເຫຍື່ອ,
ໃນ​ຕອນແລງ​ລາວ​ແບ່ງ​ຂອງ​ທີ່​ຢຶດ​ມາ​ໄດ້”.
28ທັງໝົດ​ນີ້​ຄື​ສິບສອງ​ເຜົ່າ​ຂອງ​ອິດສະຣາເອນ ແລະ ນີ້​ແມ່ນ​ສິ່ງ​ທີ່​ພໍ່​ຂອງ​ພວກເຂົາ​ໄດ້​ເວົ້າ​ກັບ​ພວກເຂົາ​ເມື່ອ​ເພິ່ນ​ອວຍພອນ​ພວກເຂົາ, ໂດຍ​ໃຫ້​ພອນ​ແຕ່ລະຄົນ​ຕາມ​ທີ່​ເພິ່ນ​ເຫັນ​ສົມຄວນ.
ການ​ຕາຍ​ຂອງ​ຢາໂຄບ
29ແລ້ວ​ຢາໂຄບ​ກໍ​ໃຫ້​ຄຳແນະນຳ​ເຫລົ່ານີ້​ແກ່​ພວກເຂົາ​ຄື: “ເຮົາ​ກຳລັງ​ຈະ​ຖືກ​ຮວບຮວມ​ໄປ​ຢູ່​ກັບ​ຄົນ​ຂອງ​ເຮົາ. ຈົ່ງ​ຝັງ​ເຮົາ​ໄວ້​ຮ່ວມ​ກັບ​ບັນພະບຸລຸດ​ຂອງ​ເຮົາ​ໃນ​ຖ້ຳ​ທີ່​ຢູ່​ໃນ​ທົ່ງນາ​ຂອງ​ເອຟະໂຣນ​ຊາວຮິດຕີ, 30ຄື​ຖ້ຳ​ທີ່​ຢູ່​ໃນ​ທົ່ງນາ​ມັກເປລາ​ໃກ້​ມຳເຣ​ໃນ​ການາອານ, ເຊິ່ງ​ອັບຣາຮາມ​ໄດ້​ຊື້​ພ້ອມ​ກັບ​ທົ່ງນາ​ຈາກ​ເອຟະໂຣນ​ຊາວຮິດຕີ​ເພື່ອ​ເປັນ​ບ່ອນ​ຝັງສົບ. 31ທີ່​ນັ້ນ​ເປັນ​ບ່ອນ​ຝັງ​ອັບຣາຮາມ​ກັບ​ຊາຣາ​ເມຍ​ຂອງ​ເພິ່ນ, ເປັນ​ບ່ອນ​ຝັງ​ອີຊາກ​ກັບ​ເຣເບກາ​ເມຍ​ຂອງ​ເພິ່ນ ແລະ ເປັນ​ບ່ອນ​ທີ່​ເຮົາ​ໄດ້​ຝັງ​ເລອາ​ໄວ້. 32ທົ່ງນາ ແລະ ຖ້ຳ​ທີ່​ຢູ່​ໃນ​ນັ້ນ​ໄດ້​ຊື້​ມາ​ຈາກ​ຊາວ​ຮິດຕີ”.#49:32 ຫລື ເຊື້ອສາຍ​ຂອງ​ເຮດ
33ເມື່ອ​ຢາໂຄບ​ໃຫ້​ຄຳແນະນຳ​ແກ່​ລູກຊາຍ​ທັງຫລາຍ​ຂອງ​ລາວ​ຈົບ​ແລ້ວ, ລາວ​ກໍ​ຍົກ​ຕີນ​ຂຶ້ນ​ເທິງ​ຕຽງນອນ, ແລ້ວ​ລາວ​ກໍ​ສິ້ນ​ໃຈ ແລະ ຖືກ​ຮວບຮວມ​ໄວ້​ກັບ​ຄົນ​ຂອງ​ລາວ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in