1
ປະຖົມມະການ 50:20
ພຣະຄຳພີລາວສະບັບສະໄໝໃໝ່
LCV
ພວກເຈົ້າຕັ້ງໃຈເຮັດຮ້າຍຕໍ່ເຮົາ, ແຕ່ພຣະເຈົ້າຕັ້ງໃຈໃຫ້ເກີດຜົນດີດັ່ງສິ່ງທີ່ເປັນຢູ່ເວລານີ້, ຄືການຊ່ວຍຊີວິດຄົນເປັນຈຳນວນຫລາຍໄວ້ໄດ້.
Compare
Explore ປະຖົມມະການ 50:20
2
ປະຖົມມະການ 50:19
ແຕ່ໂຢເຊັບເວົ້າກັບພວກເຂົາວ່າ, “ຢ່າຢ້ານເລີຍ. ເຮົາຢູ່ໃນຖານະພຣະເຈົ້າບໍ?
Explore ປະຖົມມະການ 50:19
3
ປະຖົມມະການ 50:21
ດັ່ງນັ້ນ ຢ່າຢ້ານເລີຍ. ເຮົາຈະລ້ຽງດູພວກເຈົ້າ ແລະ ລູກຫລານຂອງພວກເຈົ້າ”. ແລະ ໂຢເຊັບກໍໃຫ້ຄວາມໝັ້ນໃຈແກ່ພວກເຂົາ ແລະ ເວົ້າຢ່າງໃຈດີກັບພວກເຂົາ.
Explore ປະຖົມມະການ 50:21
4
ປະຖົມມະການ 50:17
‘ນີ້ແມ່ນສິ່ງທີ່ພວກເຈົ້າຈະເວົ້າຕໍ່ໂຢເຊັບຄື: ເຮົາຂໍຮ້ອງເຈົ້າໃຫ້ອະໄພຄວາມບາບ ແລະ ຄວາມຜິດທີ່ພວກເຂົາໄດ້ເຮັດຕໍ່ເຈົ້າຢ່າງຮ້າຍແຮງ’. ບັດນີ້ ຂໍທ່ານໄດ້ໃຫ້ອະໄພຄວາມບາບຂອງບັນດາຜູ້ຮັບໃຊ້ພຣະເຈົ້າຂອງພໍ່ຂອງທ່ານດ້ວຍ”. ເມື່ອຂໍ້ຄວາມຂອງພວກເຂົາມາເຖິງໂຢເຊັບແລ້ວ, ເພິ່ນກໍຮ້ອງໄຫ້.
Explore ປະຖົມມະການ 50:17
5
ປະຖົມມະການ 50:24
ໂຢເຊັບໄດ້ເວົ້າກັບພວກອ້າຍນ້ອງຂອງເພິ່ນວ່າ, “ເຮົາກຳລັງຈະຕາຍ. ແຕ່ພຣະເຈົ້າຈະມາຊ່ວຍພວກເຈົ້າແນ່ນອນ ແລະ ພຣະອົງຈະນຳພາພວກເຈົ້າອອກຈາກດິນແດນນີ້ໄປຍັງດິນແດນທີ່ໄດ້ສັນຍາໂດຍປະຕິຍານໄວ້ກັບອັບຣາຮາມ, ອີຊາກ ແລະ ຢາໂຄບ”.
Explore ປະຖົມມະການ 50:24
6
ປະຖົມມະການ 50:25
ແລ້ວໂຢເຊັບຈຶ່ງຂໍໃຫ້ຊາວອິດສະຣາເອນກ່າວປະຕິຍານ ແລະ ກ່າວວ່າ, “ພຣະເຈົ້າຈະມາຊ່ວຍພວກເຈົ້າແນ່ນອນ, ແລ້ວພວກເຈົ້າຕ້ອງນຳກະດູກຂອງເຮົາອອກຈາກບ່ອນນີ້”.
Explore ປະຖົມມະການ 50:25
7
ປະຖົມມະການ 50:26
ໂຢເຊັບໄດ້ຕາຍໄປເມື່ອອາຍຸໄດ້ 110 ປີ. ແລະ ຫລັງຈາກທີ່ພວກເຂົາອາບນ້ຳຢາໃຫ້ສົບຂອງເພິ່ນແລ້ວ, ເພິ່ນກໍຖືກວາງໄວ້ໃນໂລງສົບທີ່ເອຢິບ.
Explore ປະຖົມມະການ 50:26