1
ປະຖົມມະການ 46:3
ພຣະຄຳພີລາວສະບັບສະໄໝໃໝ່
LCV
ພຣະອົງກ່າວວ່າ, “ເຮົາຄືພຣະເຈົ້າ, ພຣະເຈົ້າຂອງພໍ່ເຈົ້າ. ບໍ່ຕ້ອງຢ້ານທີ່ຈະຕ້ອງລົງໄປເອຢິບ, ເພາະເຮົາຈະເຮັດໃຫ້ເຈົ້າເປັນຊົນຊາດໃຫຍ່ຢູ່ທີ່ນັ້ນ.
Compare
Explore ປະຖົມມະການ 46:3
2
ປະຖົມມະການ 46:4
ເຮົາຈະລົງໄປເອຢິບກັບເຈົ້າ ແລະ ເຮົາຈະນຳເຈົ້າກັບມາອີກຢ່າງແນ່ນອນ. ແລະ ມືຂອງໂຢເຊັບເອງຈະເປັນຜູ້ປິດຕາຂອງເຈົ້າ”.
Explore ປະຖົມມະການ 46:4
3
ປະຖົມມະການ 46:29
ໂຢເຊັບກໍມີລົດມ້າຂອງເພິ່ນທີ່ຕຽມພ້ອມໄວ້ແລ້ວ ແລະ ເພິ່ນກໍໄປທີ່ໂກເຊັນເພື່ອພົບກັບອິດສະຣາເອນພໍ່ຂອງເພິ່ນ. ທັນທີທີ່ໂຢເຊັບປາກົດຕໍ່ໜ້າພໍ່, ເພິ່ນກໍອ້າແຂນກອດພໍ່ຂອງເພິ່ນ ແລະ ຮ້ອງໄຫ້ເປັນເວລາດົນ.
Explore ປະຖົມມະການ 46:29
4
ປະຖົມມະການ 46:30
ອິດສະຣາເອນເວົ້າກັບໂຢເຊັບວ່າ, “ບັດນີ້ ພໍ່ພ້ອມແລ້ວທີ່ຈະຕາຍ, ເພາະພໍ່ໄດ້ເຫັນດ້ວຍໂຕຂອງພໍ່ເອງແລ້ວວ່າເຈົ້າຍັງມີຊີວິດຢູ່”.
Explore ປະຖົມມະການ 46:30