1
ປະຖົມມະການ 45:5
ພຣະຄຳພີລາວສະບັບສະໄໝໃໝ່
LCV
ແລະ ບັດນີ້ຢ່າເສຍໃຈ ແລະ ຢ່າໃຈຮ້າຍໃຫ້ຕົນເອງທີ່ໄດ້ຂາຍເຮົາມາທີ່ນີ້, ເພາະວ່າພຣະເຈົ້າໄດ້ສົ່ງເຮົາມາລ່ວງໜ້າພວກອ້າຍເພື່ອຊ່ວຍຊີວິດພວກເຮົາ.
Compare
Explore ປະຖົມມະການ 45:5
2
ປະຖົມມະການ 45:8
“ດັ່ງນັ້ນ ຈຶ່ງບໍ່ແມ່ນພວກອ້າຍທີ່ສົ່ງເຮົາມາທີ່ນີ້, ແຕ່ແມ່ນພຣະເຈົ້າ. ພຣະອົງໄດ້ເຮັດໃຫ້ເຮົາເປັນເໝືອນບິດາຕໍ່ຟາໂຣ, ເປັນເຈົ້ານາຍໃນຄົວເຮືອນທັງໝົດຂອງເພິ່ນ ແລະ ເປັນຜູ້ປົກຄອງເອຢິບທັງໝົດ.
Explore ປະຖົມມະການ 45:8
3
ປະຖົມມະການ 45:7
ແຕ່ພຣະເຈົ້າສົ່ງເຮົາມາລ່ວງໜ້າພວກອ້າຍເພື່ອປົກປ້ອງຮັກສາຄົນທີ່ເຫລືອຢູ່ເທິງແຜ່ນດິນໂລກໄວ້ ແລະ ເພື່ອຊ່ວຍຊີວິດຂອງພວກອ້າຍໄວ້ດ້ວຍກອບກູ້ທີ່ຍິ່ງໃຫຍ່.
Explore ປະຖົມມະການ 45:7
4
ປະຖົມມະການ 45:4
ແລ້ວໂຢເຊັບຈຶ່ງເວົ້າກັບບັນດາອ້າຍນ້ອງຂອງລາວວ່າ, “ຈົ່ງເຂົ້າມາໃກ້ໆເຮົາ”. ເມື່ອພວກເຂົາຫຍັບເຂົ້າໄປໃກ້ໆລາວແລ້ວ, ລາວຈຶ່ງເວົ້າວ່າ, “ເຮົາຄືໂຢເຊັບນ້ອງຊາຍຂອງພວກເຈົ້າ, ຄົນທີ່ພວກອ້າຍໄດ້ຂາຍເຂົ້າມາໃນເອຢິບ!
Explore ປະຖົມມະການ 45:4
5
ປະຖົມມະການ 45:6
ບັດນີ້ ເປັນເວລາສອງປີແລ້ວທີ່ມີການອຶດຢາກອາຫານໃນແຜ່ນດິນນີ້, ແລ້ວອີກຫ້າປີຂ້າງໜ້າກໍຈະບໍ່ມີການຄາດໄຖ ແລະ ເກັບກ່ຽວ.
Explore ປະຖົມມະການ 45:6
6
ປະຖົມມະການ 45:3
ໂຢເຊັບໄດ້ເວົ້າກັບບັນດາອ້າຍນ້ອງຂອງຕົນວ່າ, “ເຮົາແມ່ນໂຢເຊັບ! ພໍ່ຂອງເຮົາຍັງມີຊີວິດຢູ່ບໍ?” ແຕ່ພວກອ້າຍນ້ອງຂອງລາວກໍບໍ່ສາມາດຕອບເພິ່ນໄດ້, ເພາະພວກເຂົາຕົກໃຈຢ້ານທີ່ໄດ້ຢູ່ຊ້ອງໜ້າໂຢເຊັບ.
Explore ປະຖົມມະການ 45:3