ປະຖົມມະການ 46
46
ຢາໂຄບໄປທີ່ເອຢິບ
1ດັ່ງນັ້ນ ອິດສະຣາເອນຈຶ່ງອອກເດີນທາງພ້ອມດ້ວຍຊັບສົມບັດທັງໝົດຂອງເພິ່ນ, ເມື່ອມາເຖິງເມືອງເບເອນເຊບາ ເພິ່ນກໍຖວາຍເຄື່ອງບູຊາແກ່ພຣະເຈົ້າຂອງອີຊາກພໍ່ຂອງເພິ່ນ.
2ແລະ ໃນຕອນກາງຄືນພຣະເຈົ້າໄດ້ກ່າວຕໍ່ອິດສະຣາເອນທາງນິມິດວ່າ, “ຢາໂຄບ! ຢາໂຄບເອີຍ!”
ຢາໂຄບຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້”.
3ພຣະອົງກ່າວວ່າ, “ເຮົາຄືພຣະເຈົ້າ, ພຣະເຈົ້າຂອງພໍ່ເຈົ້າ. ບໍ່ຕ້ອງຢ້ານທີ່ຈະຕ້ອງລົງໄປເອຢິບ, ເພາະເຮົາຈະເຮັດໃຫ້ເຈົ້າເປັນຊົນຊາດໃຫຍ່ຢູ່ທີ່ນັ້ນ. 4ເຮົາຈະລົງໄປເອຢິບກັບເຈົ້າ ແລະ ເຮົາຈະນຳເຈົ້າກັບມາອີກຢ່າງແນ່ນອນ. ແລະ ມືຂອງໂຢເຊັບເອງຈະເປັນຜູ້ປິດຕາຂອງເຈົ້າ”.
5ຫລັງຈາກນັ້ນ ຢາໂຄບຈຶ່ງອອກຈາກເມືອງເບເອນເຊບາ ແລະ ບັນດາລູກຊາຍຂອງອິດສະຣາເອນກໍໄດ້ພາຢາໂຄບພໍ່ຂອງພວກເຂົາ ແລະ ລູກຫລານກັບບັນດາເມຍຂອງພວກເຂົາເດີນທາງກັບຂະບວນກວຽນທີ່ຟາໂຣສົ່ງມາຮັບເພິ່ນ. 6ດັ່ງນັ້ນ ຢາໂຄບ ແລະ ເຊື້ອສາຍຂອງເພິ່ນທັງໝົດຈຶ່ງໄດ້ເດີນທາງມາຍັງເອຢິບພ້ອມທັງສັດລ້ຽງ ແລະ ຊັບສົມບັດທີ່ພວກເຂົາຫາໄດ້ໃນການາອານ. 7ຢາໂຄບໄດ້ພາບັນດາລູກຊາຍ ແລະ ຫລານຊາຍ, ບັນດາລູກສາວ ແລະ ຫລານສາວ ພ້ອມທັງເຊື້ອສາຍທັງໝົດຂອງເພິ່ນມາທີ່ເອຢິບ.
8ຊື່ຂອງບັນດາລູກຊາຍຂອງອິດສະຣາເອນ (ຢາໂຄບ ແລະ ເຊື້ອສາຍຂອງເພິ່ນ) ຜູ້ທີ່ໄປຍັງເອຢິບມີດັ່ງນີ້:
ຣູເບັນ ລູກຊາຍກົກຂອງຢາໂຄບ.
9ລູກຊາຍຂອງຣູເບັນມີຄື:
ຮານົກ, ປານລູ, ເຮຊະໂຣນ ແລະ ການໝີ.
10ບັນດາລູກຊາຍຂອງຊີເມໂອນມີຄື:
ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະ ຊາອູນລູກຊາຍທີ່ເກີດຈາກຍິງຊາວການາອານ.
11ບັນດາລູກຊາຍຂອງເລວີມີຄື:
ເກໂຊນ, ໂກຮາດ ແລະ ເມຣາຣິ.
12ບັນດາລູກຊາຍຂອງຢູດາມີຄື:
ເອຣະ, ໂອນານ, ເຊລາ, ເປເຣັດ ແລະ ເຊຣາ (ແຕ່ເອຣະ ແລະ ໂອນານໄດ້ຕາຍໄປແລ້ວໃນດິນແດນການາອານ).
ບັນດາລູກຊາຍຂອງເປເຣັດມີຄື:
ເຮຊະໂຣນ ແລະ ຮາມູນ.
13ບັນດາລູກຊາຍຂອງອິດຊາຄາມີຄື:
ໂຕລາ, ປູອາ,#46:13 ສະບັບພາສາເຮັບເຣີດັ້ງເດີມວ່າ ປູວາ (ເບິ່ງ 1ຂຄ 7:1) ຢາຊູບ#46:13 ສະບັບພາສາເຮັບເຣີດັ້ງເດີມວ່າ ໄອໂອບ (ເບິ່ງ ຈບຊ 26:24 ແລະ 1ຂຄ 7:1) ແລະ ຊິມໂຣນ.
14ບັນດາລູກຊາຍຂອງເຊບູໂລນມີຄື:
ເຊເຣັດ, ເອໂລນ ແລະ ຢາເລເອນ.
15ຄົນເຫລົ່ານີ້ເປັນລູກຊາຍຂອງນາງເລອາທີ່ເກີດໃຫ້ແກ່ຢາໂຄບໃນປັດດານອາຣາມ#46:15 ນັ້ນຄື ທາງທິດຕາເວັນຕົກສຽງເໜືອຂອງເມໂຊໂປຕາເມຍນອກຈາກດີນາລູກສາວຂອງເພິ່ນ. ບັນດາລູກຊາຍ ແລະ ລູກສາວເຫລົ່ານີ້ຂອງເພິ່ນທັງໝົດມີ 33 ຄົນ.
16ບັນດາລູກຊາຍຂອງກາດມີຄື:
ເຊໂຟນ,#46:16 ສະບັບພາສາເຮັບເຣີດັ້ງເດີມວ່າ ຊິບຟີໂອນ (ເບິ່ງ ຈບຊ 26:15) ຮັກກີ, ຊູນີ, ເອັດສະໂບນ, ເອຣີ, ອາໂຣດ ແລະ ອາເຣລີ.
17ບັນດາລູກຊາຍຂອງອາເຊມີຄື:
ອິມນາ, ອີຊະວາ, ອີຊະວີ ແລະ ເບຣິຢາ. ນ້ອງສາວຂອງພວກເຂົາແມ່ນເສຣາ.
ບັນດາລູກຊາຍຂອງເບຣີຢາມີຄື:
ເຮເບ ແລະ ມັນກີເອນ.
18ຄົນເຫລົ່ານີ້ຄືລູກຫລານທີ່ນາງຊີລະປາເກີດໃຫ້ຢາໂຄບ, ຜູ້ທີ່ລາບານໄດ້ມອບນາງໃຫ້ເປັນຄົນຮັບໃຊ້ຂອງນາງເລອາ ຜູ້ເປັນລູກສາວຂອງເພິ່ນ, ລວມທັງໝົດມີ 66 ຄົນ.
19ບັນດາລູກຊາຍຂອງນາງຣາເຊັນເມຍຂອງຢາໂຄບມີຄື:
ໂຢເຊັບ ແລະ ເບັນຢາມິນ.
20ຢູ່ໃນເອຢິບ ນາງອາເສນາດລູກສາວຂອງໂປຕີເຟຣາ ປະໂລຫິດແຫ່ງເມືອງໂອນ.#46:20 ນັ້ນຄື ເຮລີໂອໂປລີ ໄດ້ເກີດລູກຊາຍສອງຄົນໃຫ້ແກ່ໂຢເຊັບຄື ມານາເຊ ແລະ ເອຟຣາອິມ.
21ບັນດາລູກຊາຍຂອງເບັນຢາມິນມີຄື:
ເບລາ, ເບເກ, ອັດຊະເບັນ, ເກຣາ, ນາອາມານ, ເອຮີ, ໂຣເຊ, ມຸບປິມ, ຮູບປິມ ແລະ ອາກເດ,
22ຄົນເຫລົ່ານີ້ເປັນລູກຊາຍຂອງນາງຣາເຊັນທີ່ເກີດໃຫ້ແກ່ຢາໂຄບ ລວມທັງໝົດມີ 44 ຄົນ.
23ລູກຊາຍຂອງດານມີຄື:
ຮູຊິມ
24ບັນດາລູກຊາຍຂອງເນັບທາລີມີຄື:
ຢາເຊເອນ, ກູນີ, ເຢເຊ ແລະ ຊິນເລັມ.
25ຄົນເຫລົ່ານີ້ເປັນລູກຫລານຂອງຢາໂຄບທີ່ເກີດກັບນາງບິນຮາ ເຊິ່ງລາບານໄດ້ມອບໃຫ້ແກ່ນາງຣາເຊັນລູກສາວຂອງເພິ່ນ ລວມທັງໝົດມີ 7 ຄົນ.
26ຄົນທັງໝົດທີ່ໄປເອຢິບພ້ອມກັບຢາໂຄບ ຜູ້ທີ່ເປັນເຊື້ອສາຍແທ້ຂອງເພິ່ນ, ໂດຍບໍ່ໄດ້ນັບທັງບັນດາເມຍຂອງລູກຊາຍຂອງເພິ່ນ ມີຈຳນວນ 66 ຄົນ. 27ພ້ອມທັງລູກຊາຍສອງຄົນ#46:27 ສະບັບເຊັບຕູອາຈິນວ່າ ເດັກເກົ້າຄົນທີ່ເກີດໃຫ້ແກ່ໂຢເຊັບໃນເອຢິບ, ສະມາຊິກຄອບຄົວຂອງຢາໂຄບທີ່ໄປຍັງເອຢິບ ລວມທັງໝົດມີ 77 ຄົນ.#46:27 ສະບັບເຊັບຕູອາຈິນວ່າ ມີ 75 ຄົນ (ເບິ່ງ ອພຍ 1:5 ແລະ ກຈກ 7:14)
28ບັດນີ້ ຢາໂຄບໄດ້ສົ່ງຢູດານຳໜ້າເພິ່ນໄປຫາໂຢເຊັບເພື່ອຖາມຫາທາງໄປຍັງໂກເຊັນ. ເມື່ອພວກເຂົາມາເຖິງດິນແດນໂກເຊັນແລ້ວ, 29ໂຢເຊັບກໍມີລົດມ້າຂອງເພິ່ນທີ່ຕຽມພ້ອມໄວ້ແລ້ວ ແລະ ເພິ່ນກໍໄປທີ່ໂກເຊັນເພື່ອພົບກັບອິດສະຣາເອນພໍ່ຂອງເພິ່ນ. ທັນທີທີ່ໂຢເຊັບປາກົດຕໍ່ໜ້າພໍ່, ເພິ່ນກໍອ້າແຂນກອດພໍ່ຂອງເພິ່ນ ແລະ ຮ້ອງໄຫ້ເປັນເວລາດົນ.
30ອິດສະຣາເອນເວົ້າກັບໂຢເຊັບວ່າ, “ບັດນີ້ ພໍ່ພ້ອມແລ້ວທີ່ຈະຕາຍ, ເພາະພໍ່ໄດ້ເຫັນດ້ວຍໂຕຂອງພໍ່ເອງແລ້ວວ່າເຈົ້າຍັງມີຊີວິດຢູ່”.
31ແລ້ວໂຢເຊັບຈຶ່ງບອກບັນດາອ້າຍນ້ອງ ແລະ ຄົນໃນຄອບຄົວຂອງພໍ່ຂອງຕົນວ່າ, “ເຮົາຈະຂຶ້ນໄປ ແລະ ເວົ້າກັບຟາໂຣວ່າ, ‘ບັນດາອ້າຍນ້ອງ ແລະ ຄົນໃນຄອບຄົວຂອງພໍ່ຂອງພວກຂ້ານ້ອຍທີ່ອາໄສຢູ່ທີ່ດິນແດນການາອານນັ້ນໄດ້ມາຫາຂ້ານ້ອຍແລ້ວ. 32ພວກເພິ່ນເປັນຄົນລ້ຽງແກະ; ພວກເພິ່ນເບິ່ງແຍງສັດລ້ຽງ ແລະ ພວກເພິ່ນໄດ້ນຳເອົາຝູງແບ້, ຝູງແກະ ແລະ ຝູງງົວ ພ້ອມທັງທຸກສິ່ງທີ່ເປັນຂອງພວກເພິ່ນມານຳດ້ວຍ’. 33ເມື່ອຟາໂຣເອີ້ນພວກເຈົ້າເຂົ້າພົບ ແລະ ຖາມວ່າ, ‘ພວກເຈົ້າມີອາຊີບຫຍັງ?’ 34ພວກເຈົ້າຄວນຕອບວ່າ, ‘ຜູ້ຮັບໃຊ້ຂອງທ່ານແມ່ນເບິ່ງແຍງສັດລ້ຽງມາຕັ້ງແຕ່ຍັງນ້ອຍ, ເໝືອນດັ່ງທີ່ພໍ່ຂອງພວກຂ້ານ້ອຍໄດ້ເຮັດຜ່ານມາ’. ແລ້ວພວກເຈົ້າກໍຈະໄດ້ຮັບອະນຸຍາດໃຫ້ອາໄສຢູ່ໃນເຂດແດນໂກເຊັນນີ້, ເພາະຊາວເອຢິບລັງກຽດຄົນລ້ຽງແກະທຸກຄົນ”.
Currently Selected:
ປະຖົມມະການ 46: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.