ດານີເອນ 5:25-28
ດານີເອນ 5:25-28 LCV
“ຂໍ້ຄວາມນັ້ນໄດ້ຂຽນໄວ້ດັ່ງນີ້: ເມເນ, ເມເນ, ເທເຄ, ປາຊິນ “ຂໍ້ຄວາມເຫລົ່ານີ້ມີຄວາມຫມາຍຄື: “ເມເນໝາຍຄວາມວ່າ: ພຣະເຈົ້າໄດ້ນັບວັນເວລາແຫ່ງການປົກຄອງຂອງທ່ານໄວ້ ແລະ ນຳມັນໄປມາເຖິງຈຸດຈົບ. “ເທເຄໝາຍຄວາມວ່າ: ທ່ານໄດ້ຖືກຊັ່ງເທິງຊິງ ແລະ ເຫັນວ່າເບົາກວ່າທີ່ກຳນົດ. “ເປເລັດໝາຍຄວາມວ່າ: ອານາຈັກຂອງທ່ານຖືກແບ່ງແຍກ ແລະ ຖືກມອບໃຫ້ຊາວເມເດຍກັບຊາວເປີເຊຍ”.





