1
ພຣະນິມິດ 7:9
ພຣະຄຳພີສັກສິ
ພຄພ
ຫລັງຈາກນັ້ນ ຂ້າພະເຈົ້າໄດ້ເຫັນປະຊາຊົນຫລວງຫລາຍຈົນນັບບໍ່ຖ້ວນ, ພວກເຫຼົ່ານີ້ ມາຈາກທຸກປະເທດ, ທຸກເຜົ່າ, ທຸກຊົນຊາດ, ທຸກພາສາ, ຄົນເຫຼົ່ານີ້ນຸ່ງເສື້ອຄຸມສີຂາວ ຖືກ້ານຕານຢືນຢູ່ຕໍ່ໜ້າບັນລັງ ແລະ ຊ້ອງໜ້າພຣະເມສານ້ອຍ.
Compare
Explore ພຣະນິມິດ 7:9
2
ພຣະນິມິດ 7:10
ພວກເຂົາເປັ່ງສຽງຮ້ອງວ່າ, “ຄວາມລອດພົ້ນຂຶ້ນຢູ່ກັບພຣະເຈົ້າຂອງພວກເຮົາ ຜູ້ຊົງປະທັບຢູ່ເທິງພຣະຣາຊບັນລັງ ແລະ ຂຶ້ນກັບພຣະເມສານ້ອຍ.”
Explore ພຣະນິມິດ 7:10
3
ພຣະນິມິດ 7:17
ເພາະພຣະເມສານ້ອຍທີ່ປະທັບຢູ່ທ່າມກາງພຣະຣາຊບັນລັງນັ້ນ ຈະເປັນພຣະຜູ້ລ້ຽງຂອງພວກເຂົາ. ພຣະອົງຈະຊົງນຳພວກເຂົາໄປເຖິງບໍ່ນໍ້າພຸແຫ່ງຊີວິດ. ແລະພຣະເຈົ້າຈະຊົງເຊັດນໍ້າຕາທຸກຢົດຈາກຕາຂອງພວກເຂົາ.”
Explore ພຣະນິມິດ 7:17
4
ພຣະນິມິດ 7:15-16
ດັ່ງນັ້ນ ພວກເຂົາຈຶ່ງໄດ້ຢືນຢູ່ຕໍ່ໜ້າພຣະຣາຊບັນລັງຂອງພຣະເຈົ້າ ແລະບົວລະບັດຮັບໃຊ້ພຣະອົງໃນພຣະວິຫານ ທັງກາງເວັນແລະກາງຄືນ ແລະພຣະອົງຜູ້ທີ່ປະທັບຢູ່ເທິງພຣະຣາຊບັນລັງນັ້ນ ຈະຊົງສະຖິດຢູ່ນຳແລະປົກປ້ອງຄຸ້ມຄອງພວກເຂົາ. ພວກເຂົາຈະບໍ່ອຶດເຂົ້າຢາກນໍ້າອີກຕໍ່ໄປຈັກເທື່ອ, ຕາເວັນຫລືແສງແດດອັນຮ້ອນກ້າ ຈະບໍ່ເຜົາໄໝ້ພວກເຂົາ
Explore ພຣະນິມິດ 7:15-16
5
ພຣະນິມິດ 7:3-4
ເທວະດາຕົນນັ້ນກ່າວວ່າ, “ຢ່າທຳລາຍແຜ່ນດິນ ທະເລ ຫລືຕົ້ນໄມ້ ຈົນກວ່າເຮົາຈະປະທັບຕາ ໃສ່ໜ້າຜາກຂອງບັນດາຜູ້ຮັບໃຊ້ຂອງພຣະເຈົ້າຂອງພວກເຮົາເສຍກ່ອນ.” ແລະຂ້າພະເຈົ້າໄດ້ຍິນວ່າ ຈຳນວນຜູ້ທີ່ໄດ້ຮັບການປະທັບຕາຂອງພຣະເຈົ້າໃສ່ໜ້າຜາກນັ້ນ ມີແສນສີ່ໝື່ນສີ່ພັນຄົນ. ຄົນເຫຼົ່ານີ້ມາຈາກສິບສອງຕະກຸນໃນພວກອິດສະຣາເອນ.
Explore ພຣະນິມິດ 7:3-4
Home
Bible
Plans
Videos