ທ້ອງຟ້າກໍຫົດເຂົ້າ ເໝືອນດັ່ງໜັງສືມ້ວນທີ່ຖືກມ້ວນໄວ້, ພູທຸກໜ່ວຍ ແລະເກາະທຸກແຫ່ງໄດ້ເຄື່ອນຍ້າຍໄປຈາກບ່ອນເດີມຂອງມັນ. ແລ້ວກະສັດທັງຫລາຍໃນໂລກ, ພວກຜູ້ປົກຄອງປະເທດແລະພວກເຈົ້ານາຍ, ພວກຄົນຮັ່ງມີແລະພວກຜູ້ມີອຳນາດ ແລະຄົນທັງຫລາຍບໍ່ວ່າເປັນທາດຮັບໃຊ້ ຫລືເປັນອິດສະຫລະ ຕ່າງກໍໄປລີ້ຢູ່ຕາມຖໍ້າ ແລະຢູ່ໃຕ້ໂງ່ນຫີນຕາມພູຕ່າງໆ.