YouVersion Logo
Search Icon

ພຣະນິມິດ 7

7
ແສນ​ສີ່ໝື່ນ​ສີ່ພັນ​ຄົນ​ຮັບ​ການ​ປະທັບຕາ
1ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ສີ່​ຕົນ ຢືນ​ຢູ່​ໃນ​ທິດ​ທັງ​ສີ່​ຂອງ​ແຜ່ນດິນ​ໂລກ ຫ້າມ​ລົມ​ທັງ​ສີ່​ທິດ​ບໍ່​ໃຫ້​ພັດ​ໃສ່​ແຜ່ນດິນ ຫລື​ໃສ່​ທະເລ ຫລື​ໃສ່​ຕົ້ນໄມ້​ໃດໆ. 2ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ ປາກົດ​ຂຶ້ນ​ຈາກ​ທິດ​ຕາເວັນອອກ ຖື​ຕາປະທັບ​ຂອງ​ພຣະເຈົ້າ​ອົງ​ຊົງພຣະຊົນ​ຢູ່. ເທວະດາ​ຕົນ​ນັ້ນ ໄດ້​ຮ້ອງ​ສຽງດັງ​ໃສ່​ເທວະດາ​ທັງ​ສີ່ ຜູ້​ທີ່​ພຣະເຈົ້າ​ໃຫ້​ມີ​ສິດ​ອຳນາດ​ທຳລາຍ​ແຜ່ນດິນ​ໂລກ​ແລະ​ທະເລ​ນັ້ນ. 3ເທວະດາ​ຕົນ​ນັ້ນ​ກ່າວ​ວ່າ, “ຢ່າ​ທຳລາຍ​ແຜ່ນດິນ ທະເລ ຫລື​ຕົ້ນໄມ້ ຈົນກວ່າ​ເຮົາ​ຈະ​ປະທັບຕາ ໃສ່​ໜ້າຜາກ​ຂອງ​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ເສຍ​ກ່ອນ.” 4ແລະ​ຂ້າພະເຈົ້າ​ໄດ້ຍິນ​ວ່າ ຈຳນວນ​ຜູ້​ທີ່​ໄດ້​ຮັບ​ການ​ປະທັບຕາ​ຂອງ​ພຣະເຈົ້າ​ໃສ່​ໜ້າຜາກ​ນັ້ນ ມີ​ແສນ​ສີ່ໝື່ນ​ສີ່ພັນ​ຄົນ. ຄົນ​ເຫຼົ່ານີ້​ມາ​ຈາກ​ສິບສອງ​ຕະກຸນ​ໃນ​ພວກ​ອິດສະຣາເອນ.
5ຈາກ​ຕະກຸນ​ຢູດາ ມີ​ໜຶ່ງໝື່ນ​ສອງພັນ​ຄົນ,
ຈາກ​ຕະກຸນ​ຣູເບັນ ມີ​ໜຶ່ງໝື່ນ​ສອງພັນ​ຄົນ,
ຈາກ​ຕະກຸນ​ກາດ ມີ​ໜຶ່ງໝື່ນ​ສອງພັນ​ຄົນ,
6ຈາກ​ຕະກຸນ​ອາເຊ ມີ​ໜຶ່ງໝື່ນ​ສອງພັນ​ຄົນ,
ຈາກ​ຕະກຸນ​ເນັບທາລີ ມີ​ໜຶ່ງໝື່ນ​ສອງພັນ​ຄົນ,
ຈາກ​ຕະກຸນ​ມານາເຊ ມີ​ໜຶ່ງໝື່ນ​ສອງພັນ​ຄົນ,
7ຈາກ​ຕະກຸນ​ຊີເມໂອນ ມີ​ໜຶ່ງໝື່ນ​ສອງພັນ​ຄົນ,
ຈາກ​ຕະກຸນ​ເລວີ ມີ​ໜຶ່ງໝື່ນ​ສອງພັນ​ຄົນ,
ຈາກ​ຕະກຸນ​ອິດຊາຄາ ມີ​ໜຶ່ງໝື່ນ​ສອງພັນ​ຄົນ,
8ຈາກ​ຕະກຸນ​ເຊບູໂລນ ມີ​ໜຶ່ງໝື່ນ​ສອງພັນ​ຄົນ,
ຈາກ​ຕະກຸນ​ໂຢເຊັບ ມີ​ໜຶ່ງໝື່ນ​ສອງພັນ​ຄົນ,
ຈາກ​ຕະກຸນ​ເບັນຢາມິນ ມີ​ໜຶ່ງໝື່ນ​ສອງພັນ​ຄົນ.
ມະຫາຊົນ​ຈາກ​ທຸກ​ປະຊາຊາດ
9ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ປະຊາຊົນ​ຫລວງຫລາຍ​ຈົນ​ນັບ​ບໍ່ຖ້ວນ, ພວກ​ເຫຼົ່ານີ້ ມາ​ຈາກ​ທຸກ​ປະເທດ, ທຸກ​ເຜົ່າ, ທຸກ​ຊົນຊາດ, ທຸກ​ພາສາ, ຄົນ​ເຫຼົ່ານີ້​ນຸ່ງ​ເສື້ອຄຸມ​ສີ​ຂາວ ຖື​ກ້ານຕານ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ຊ້ອງໜ້າ​ພຣະ​ເມສານ້ອຍ. 10ພວກເຂົາ​ເປັ່ງ​ສຽງ​ຮ້ອງ​ວ່າ, “ຄວາມ​ລອດພົ້ນ​ຂຶ້ນ​ຢູ່​ກັບ​ພຣະເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ປະທັບ​ຢູ່​ເທິງ​ພຣະຣາຊບັນລັງ ແລະ ຂຶ້ນ​ກັບ​ພຣະ​ເມສານ້ອຍ.” 11ແລະ​ເທວະດາ​ທັງໝົດ​ທີ່​ຢືນ​ອ້ອມ​ພຣະຣາຊບັນລັງ ອ້ອມ​ພວກ​ອາວຸໂສ ອ້ອມ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ນັ້ນ ໄດ້​ພາກັນ​ກົ້ມ​ຂາບລົງ​ຊ້ອງໜ້າ​ພຣະ​ບັນລັງ ແລະ​ນະມັດສະການ​ພຣະເຈົ້າ 12ໂດຍ​ກ່າວ​ວ່າ, “ອາແມນ ຄຳ​ສັນລະເສີນ, ສະຫງ່າຣາສີ, ສະຕິປັນຍາ, ຄຳ​ໂມທະນາ​ຂອບພຣະຄຸນ, ກຽດຕິຍົດ, ຣິດອຳນາດ ແລະ​ຣິດເດດ ຈົ່ງ​ເປັນ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ຕະຫລອດ​ຊົ່ວ​ນິຣັນດອນ​ເທີ້ນ ອາແມນ.”
13ແລ້ວ​ຜູ້ໜຶ່ງ​ໃນ​ພວກ​ອາວຸໂສ ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ພວກ​ທີ່​ນຸ່ງ​ເສື້ອຄຸມ​ສີ​ຂາວ​ນັ້ນ​ແມ່ນ​ໃຜ ແລະ​ມາ​ຈາກ​ໃສ?”
14ຂ້າພະເຈົ້າ​ໄດ້​ຕອບ​ຜູ້ນັ້ນ​ວ່າ, “ທ່ານເອີຍ, ທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ.”
ຜູ້ນັ້ນ​ຈຶ່ງ​ບອກ​ຂ້າພະເຈົ້າ​ວ່າ, “ຄົນ​ເຫຼົ່ານີ້ ແມ່ນ​ພວກ​ທີ່​ໄດ້​ຜ່ານ​ການ​ຖືກ​ຂົ່ມເຫັງ​ຢ່າງ​ໜັກ ພວກເຂົາ​ໄດ້​ຊຳລະ​ເສື້ອລ່າມ​ຂອງ​ພວກເຂົາ​ໃຫ້​ຂາວ​ສະອາດ ດ້ວຍ​ເລືອດ​ຂອງ​ພຣະ​ເມສານ້ອຍ. 15ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ພຣະຣາຊບັນລັງ​ຂອງ​ພຣະເຈົ້າ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ໃນ​ພຣະວິຫານ ທັງ​ກາງເວັນ​ແລະ​ກາງຄືນ ແລະ​ພຣະອົງ​ຜູ້​ທີ່​ປະທັບ​ຢູ່​ເທິງ​ພຣະຣາຊບັນລັງ​ນັ້ນ ຈະ​ຊົງ​ສະຖິດ​ຢູ່​ນຳ​ແລະ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ. 16ພວກເຂົາ​ຈະ​ບໍ່​ອຶດເຂົ້າ​ຢາກນໍ້າ​ອີກ​ຕໍ່ໄປ​ຈັກເທື່ອ, ຕາເວັນ​ຫລື​ແສງ​ແດດ​ອັນ​ຮ້ອນກ້າ ຈະ​ບໍ່​ເຜົາ​ໄໝ້​ພວກເຂົາ, 17ເພາະ​ພຣະ​ເມສານ້ອຍ​ທີ່​ປະທັບ​ຢູ່​ທ່າມກາງ​ພຣະຣາຊບັນລັງ​ນັ້ນ ຈະ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ. ພຣະອົງ​ຈະ​ຊົງ​ນຳ​ພວກເຂົາ​ໄປ​ເຖິງ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ. ແລະ​ພຣະເຈົ້າ​ຈະ​ຊົງ​ເຊັດ​ນໍ້າຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in