ພຣະນິມິດ 7:3-4
ພຣະນິມິດ 7:3-4 ພຄພ
ເທວະດາຕົນນັ້ນກ່າວວ່າ, “ຢ່າທຳລາຍແຜ່ນດິນ ທະເລ ຫລືຕົ້ນໄມ້ ຈົນກວ່າເຮົາຈະປະທັບຕາ ໃສ່ໜ້າຜາກຂອງບັນດາຜູ້ຮັບໃຊ້ຂອງພຣະເຈົ້າຂອງພວກເຮົາເສຍກ່ອນ.” ແລະຂ້າພະເຈົ້າໄດ້ຍິນວ່າ ຈຳນວນຜູ້ທີ່ໄດ້ຮັບການປະທັບຕາຂອງພຣະເຈົ້າໃສ່ໜ້າຜາກນັ້ນ ມີແສນສີ່ໝື່ນສີ່ພັນຄົນ. ຄົນເຫຼົ່ານີ້ມາຈາກສິບສອງຕະກຸນໃນພວກອິດສະຣາເອນ.