ແຕ່ບັດນີ້ ເຊຣຸບບາເບນເອີຍ ຈົ່ງເຂັ້ມແຂງເຖີດ ເຢຊູອາລູກຊາຍຂອງໂຢຊາດັກຜູ້ເປັນມະຫາປະໂຣຫິດເອີຍ ພຣະເຈົ້າຢາເວກ່າວວ່າ, ຈົ່ງເຂັ້ມແຂງເຖີດ, ປະຊາຊົນທັງໝົດຂອງດິນແດນເອີຍ ຈົ່ງເຂັ້ມແຂງເຖີດ. ຈົ່ງເຮັດວຽກຕໍ່ໄປເພາະເຮົາຢູ່ກັບພວກເຈົ້າ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.