ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ: ພວກເຈົ້າບໍ່ເຫັນຫລືວ່າ ແມ່ນຫຍັງກຳລັງເກີດຂຶ້ນກັບພວກເຈົ້າ? ພວກເຈົ້າຫວ່ານເມັດພືດຢ່າງຫລວງຫລາຍ ແຕ່ເກັບກ່ຽວໄດ້ໜ້ອຍດຽວ. ພວກເຈົ້າມີອາຫານ ແຕ່ກໍກິນບໍ່ພໍອີ່ມ. ພວກເຈົ້າມີເຫຼົ້າອະງຸ່ນ ແຕ່ກໍດື່ມບໍ່ພໍເມົາ ພວກເຈົ້າມີເຄື່ອງນຸ່ງຫົ່ມ ແຕ່ກໍອົບອຸ່ນບໍ່ພຽງພໍ. ຄົນເຮັດວຽກໜັກກໍລ້ຽງຊີບຕົນບໍ່ພໍກຸ້ມ.