YouVersion Logo
Search Icon

ຮັກກາຍ 2

2
ພຣະວິຫານ​ໃໝ່​ສະຫງ່າງາມ
1ໃນ​ວັນ​ທີ​ຊາວເອັດ ເດືອນ​ເຈັດ ປີ​ດຽວກັນ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂດຍ​ທາງ​ຜູ້ທຳນວາຍ​ຮັກກາຍ. 2ພຣະອົງ​ໄດ້​ບອກ​ຮັກກາຍ​ໃຫ້​ກ່າວ​ຕໍ່​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ​ຜູ້ປົກຄອງ​ຢູດາຍ ຕໍ່​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ​ຜູ້​ເປັນ​ມະຫາ​ປະໂຣຫິດ ແລະ​ຕໍ່​ປະຊາຊົນ​ທີ່​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ວ່າ, 3“ໃນ​ທ່າມກາງ​ພວກເຈົ້າ​ມີ​ຜູ້ໃດ​ແດ່ ທີ່​ຍັງ​ລະນຶກ​ຄິດເຖິງ​ຄວາມ​ສະຫງ່າງາມ ຄັ້ງ​ທຳອິດ​ຂອງ​ພຣະວິຫານ​ໄດ້? ມາບັດນີ້ ພວກເຈົ້າ​ເບິ່ງ​ເຫັນ​ເປັນ​ຈັ່ງໃດ? ບໍ່​ເຫັນ​ມີ​ຄຸນຄ່າ​ຫຍັງ​ເລີຍ​ແມ່ນ​ບໍ. 4ແຕ່​ບັດນີ້ ເຊຣຸບບາເບນ​ເອີຍ ຈົ່ງ​ເຂັ້ມແຂງ​ເຖີດ ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ​ຜູ້​ເປັນ​ມະຫາ​ປະໂຣຫິດ​ເອີຍ ພຣະເຈົ້າຢາເວ​ກ່າວ​ວ່າ, ຈົ່ງ​ເຂັ້ມແຂງ​ເຖີດ, ປະຊາຊົນ​ທັງໝົດ​ຂອງ​ດິນແດນ​ເອີຍ ຈົ່ງ​ເຂັ້ມແຂງ​ເຖີດ. ຈົ່ງ​ເຮັດ​ວຽກ​ຕໍ່ໄປ​ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ. 5ເມື່ອ​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ເຮົາ​ກໍໄດ້​ສັນຍາ​ວ່າ​ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ສະເໝີ. ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ. ດັ່ງນັ້ນ ຢ່າສູ່​ຢ້ານກົວ​ເລີຍ.
6ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: ອີກ​ບໍ່ດົນ ເຮົາ​ຈະ​ສັ່ນ​ຈັກກະວານ​ກັບ​ແຜ່ນດິນ​ໂລກ ດິນແດນ​ກັບ​ນໍ້າ​ທະເລ. 7ເຮົາ​ຈະ​ໂຄ່ນລົ້ມ​ທຸກ​ຊົນຊາດ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ຈະ​ຖືກ​ນຳ​ມາ ແລະ​ເຮົາ​ຈະ​ໃຫ້​ວິຫານ​ນີ້​ເຕັມ​ໄປ​ດ້ວຍ​ສະຫງ່າຣາສີ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ. 8ເງິນ​ແລະ​ຄຳ​ທັງໝົດ​ຢູ່​ໃນ​ໂລກນີ້​ເປັນ​ຂອງເຮົາ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ. 9ພຣະວິຫານ​ຫລັງ​ໃໝ່​ນີ້​ຈະ​ສະຫງ່າງາມ​ກວ່າ​ຫລັງເກົ່າ; ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: ໃນ​ທີ່ນັ້ນ ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ຈະເລີນ​ຮຸ່ງເຮືອງ​ແລະ​ມີ​ສັນຕິສຸກ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.
ຜູ້ທຳນວາຍ​ປຶກສາ​ກັບ​ບັນດາ​ປະໂຣຫິດ
10ໃນ​ວັນ​ທີ​ຊາວສີ່ ເດືອນ​ທີ​ເກົ້າ ອັນ​ກົງ​ກັບ​ປີ​ທີ​ສອງ ທີ່​ດາຣິອຸດ​ໄດ້​ຂຶ້ນ​ເປັນ​ຈັກກະພັດ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂດຍ​ທາງ​ຜູ້ທຳນວາຍ​ຮັກກາຍ. 11ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: “ຈົ່ງ​ຖາມ​ບັນດາ​ປະໂຣຫິດ​ໃຫ້​ຕັດສິນໃຈ​ເຖິງ​ບັນຫາ​ນີ້: 12ຖ້າ​ວ່າ​ມີ​ຜູ້ໃດ​ຜູ້ໜຶ່ງ​ເອົາ​ຊີ້ນ​ຕ່ອນ​ໜຶ່ງ​ຈາກ​ແທ່ນບູຊາ ທີ່​ໄດ້​ຖວາຍບູຊາ​ແລ້ວ​ຍັດ​ໃສ່​ພັບ​ເສື້ອ​ໄປ. ແລ້ວ​ຖ້າ​ລາວ​ປ່ອຍ​ໃຫ້​ເສື້ອ​ຂອງ​ລາວ​ນັ້ນ​ແຕະຕ້ອງ​ເຂົ້າຈີ່, ອາຫານ​ທີ່​ໄດ້​ຄົວ​ແລ້ວ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ຫລື​ອາຫານ​ທຸກຢ່າງ, ມັນ​ຈະ​ເຮັດ​ໃຫ້​ອາຫານ​ນັ້ນ​ເປັນ​ເຄື່ອງ​ຖວາຍບູຊາ​ໄດ້​ບໍ?”
ເມື່ອ​ພວກ​ປະໂຣຫິດ​ໄດ້​ຟັງ​ຄຳ​ຖາມ​ນີ້​ແລ້ວ ພວກເຂົາ​ຈຶ່ງ​ຕອບ​ວ່າ, “ບໍ່ໄດ້.”
13ແລ້ວ​ຮັກກາຍ​ກໍ​ໄດ້ຖາມ​ວ່າ, “ຖ້າ​ວ່າ​ຄົນ​ຜູ້ໜຶ່ງ​ເປັນ​ມົນທິນ ຍ້ອນ​ໄດ້​ແຕະຕ້ອງ​ຊາກສົບ​ຄົນຕາຍ. ຖ້າ​ລາວ​ໄດ້​ແຕະຕ້ອງ​ອາຫານ​ເຫຼົ່ານີ້​ຢ່າງໜຶ່ງ​ຢ່າງໃດ ມັນ​ຈະ​ເຮັດ​ໃຫ້​ອາຫານ​ເຫຼົ່ານີ້​ເປັນ​ມົນທິນ​ຄືກັນ​ບໍ?”
ພວກ​ປະໂຣຫິດ​ຈຶ່ງ​ຕອບ​ວ່າ, “ເປັນ​ມົນທິນ.”
14ແລ້ວ​ຮັກກາຍ​ກໍ​ໄດ້ກ່າວ​ວ່າ, “ພຣະເຈົ້າຢາເວ​ກ່າວ​ວ່າ ໃນ​ສາຍ​ຕາ​ຂອງ​ເຮົາ ຊົນຊາດ​ນີ້​ເປັນ​ຢ່າງນັ້ນ​ແລະ​ປະຊາຊົນ​ຊາດ​ນີ້​ກໍ​ເປັນ​ຢ່າງນັ້ນ ທຸກສິ່ງ​ທີ່​ພວກເຂົາ​ກະທຳ​ກໍ​ເປັນ​ຢ່າງນັ້ນ​ດ້ວຍ; ດັ່ງນັ້ນ ທຸກສິ່ງ​ທີ່​ພວກເຂົາ​ໄດ້​ຖວາຍ​ທີ່​ເທິງ​ແທ່ນບູຊາ​ຈຶ່ງ​ເປັນ​ມົນທິນ.”
ພຣະເຈົ້າ​ສັນຍາ​ວ່າ​ຈະ​ໃຫ້​ພຣະພອນ
15ພຣະເຈົ້າຢາເວ​ກ່າວ​ວ່າ, “ພວກເຈົ້າ​ບໍ່​ເຫັນ​ບໍ​ວ່າ ແມ່ນຫຍັງ​ໄດ້​ເກີດຂຶ້ນ​ກັບ​ພວກເຈົ້າ? ກ່ອນ​ທີ່​ພວກເຈົ້າ​ໄດ້​ລົງມື​ສ້າງ​ພຣະວິຫານ​ຂຶ້ນ​ໃໝ່ 16ພວກເຈົ້າ​ຕ່າງ​ກໍ​ໄປ​ທີ່​ກອງ​ເຂົ້າ ໂດຍ​ຫວັງ​ວ່າ​ຈະ​ໄດ້​ສອງຮ້ອຍ​ກິໂລກຼາມ; ແຕ່​ໃນ​ທີ່ນັ້ນ​ມີ​ເຂົ້າ​ພຽງ​ໜຶ່ງຮ້ອຍ​ກິໂລກຼາມ​ເທົ່ານັ້ນ. ພວກເຈົ້າ​ຄວນ​ຈະ​ໄດ້​ເຫຼົ້າ​ອະງຸ່ນ​ຈາກ​ຖັງ​ໜຶ່ງຮ້ອຍ​ລິດ ແຕ່​ພວກເຈົ້າ​ໄດ້​ພຽງ​ຫ້າສິບ​ລິດ​ເທົ່ານັ້ນ. 17ເຮົາ​ໄດ້​ບັນດານ​ໃຫ້​ເກີດ​ລົມພະຍຸ​ແລະ​ໝາກເຫັບ ມາ​ທຳລາຍ​ທຸກສິ່ງ​ທີ່​ພວກເຈົ້າ​ໄດ້​ປູກ, ແຕ່​ພວກເຈົ້າ​ກໍ​ຍັງ​ບໍ່ໄດ້​ກັບໃຈໃໝ່. ພຣະເຈົ້າຢາເວ​ກ່າວ​ວ່າ 18ມື້ນີ້ ແມ່ນ​ວັນ​ທີ​ຊາວສີ່ ເດືອນ​ເກົ້າ ຄື​ມື້​ທີ່​ວາງ​ຮາກຖານ​ຂອງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ສຳເລັດ​ລົງ. ຈົ່ງ​ເບິ່ງ​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ແຕ່​ນີ້​ຕໍ່ໄປ. 19ເຖິງ​ແມ່ນ​ວ່າ​ຈະ​ບໍ່ມີ​ເຂົ້າ​ກິນ​ເຫຼືອ​ຢູ່, ຕົ້ນ​ໝາກອະງຸ່ນ, ຕົ້ນ​ໝາກເດື່ອ, ຕົ້ນ​ໝາກພີລາ ແລະ​ຕົ້ນ​ໝາກກອກເທດ ຍັງ​ບໍ່​ເກີດຜົນ​ກໍຕາມ, ແຕ່​ບັດນີ້​ຕໍ່ໄປ ເຮົາ​ຈະ​ອວຍພອນ​ພວກເຈົ້າ.”
ອົງພຣະ​ຜູ້​ເປັນເຈົ້າ​ສັນຍາ​ຕໍ່​ເຊຣຸບບາເບນ
20ໃນ​ມື້​ດຽວກັນ​ນັ້ນ ຄື​ໃນ​ວັນ​ທີ​ຊາວສີ່​ຂອງ​ເດືອນ ພຣະເຈົ້າຢາເວ​ໄດ້​ບອກ​ຖ້ອຍຄຳ​ຄັ້ງ​ທີ​ສອງ​ໃຫ້​ຮັກກາຍ 21ເພື່ອ​ໃຫ້​ບອກ​ເຊຣຸບບາເບນ ຜູ້ປົກຄອງ​ຢູດາຍ​ວ່າ, “ເຮົາ​ກຳລັງ​ຈະ​ສັ່ນ​ຈັກກະວານ​ກັບ​ແຜ່ນດິນ​ໂລກ 22ແລະ​ໂຄ່ນລົ້ມ​ຣາຊອານາຈັກ​ຕ່າງໆ ແລະ​ເຮັດ​ໃຫ້​ອຳນາດ​ຂອງ​ພວກເຂົາ​ສິ້ນສຸດ​ໄປ. ເຮົາ​ຈະ​ຂວໍ້າ​ລົດຮົບ​ແລະ​ຄົນຂັບ​ທັງຫລາຍ​ຂອງ​ພວກເຂົາ​ຖິ້ມ ຝູງມ້າ​ຂອງ​ພວກເຂົາ​ຈະ​ຕາຍ​ແລະ​ຄົນ​ຂີ່​ມ້າ​ຈະ​ຂ້າຟັນ​ກັນແລະກັນ.” 23ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ວ່າ, “ໃນ​ວັນ​ນັ້ນ ເຮົາ​ຈະ​ເອົາ​ເຈົ້າ ເຊຣຸບບາເບນ​ລູກ​ຊາຍ​ຂອງ​ເຊອານຕີເອນ​ຜູ້​ເປັນ​ຄົນ​ຮັບໃຊ້​ຂອງເຮົາ ແລະ​ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ໃຫ້​ເຈົ້າ​ຂຶ້ນ​ເປັນ​ຜູ້ປົກຄອງ​ໃນ​ນາມ​ຂອງ​ເຮົາ. ເຈົ້າ​ແມ່ນ​ຜູ້​ທີ່​ເຮົາ​ໄດ້​ເລືອກໄວ້.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in