ອົບພະຍົບ 9
9
ຝູງສັດຕາຍ
1ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງໄປຫາກະສັດຟາໂຣ ແລະບອກລາວອີກວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງຊາວເຮັບເຣີ ກ່າວດັ່ງນີ້: ‘ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອພວກເຂົາຈະໄດ້ນະມັດສະການເຮົາ. 2ຖ້າເຈົ້າຍັງບໍ່ຍອມປ່ອຍພວກເຂົາໄປ 3ມືຂອງພຣະເຈົ້າຢາເວຈະລົງໂທດເຈົ້າໂດຍຈະໃຫ້ເກີດໂຣກລະບາດຢ່າງຮ້າຍແຮງ ແກ່ຝູງສັດທັງຫລາຍຄື: ມ້າ, ລໍ, ອູດ, ງົວ, ແກະ ແລະແບ້. 4ພຣະເຈົ້າຢາເວຈະເຮັດໃຫ້ເຫັນຄວາມແຕກຕ່າງກັນລະຫວ່າງສັດຂອງຊາວອິດສະຣາເອນ ແລະສັດຂອງຊາວເອຢິບ ແລະຝູງສັດຂອງຊາວອິດສະຣາເອນຈະບໍ່ຕາຍຈັກໂຕ. 5ພຣະເຈົ້າຢາເວໄດ້ກຳນົດໄວ້ວ່າ ພຣະເຈົ້າຢາເວຈະໃຫ້ສິ່ງນີ້ເກີດຂຶ້ນໃນມື້ອື່ນ.”’
6ແລະມື້ຕໍ່ມາ ພຣະເຈົ້າຢາເວກໍເຮັດຕາມທີ່ພຣະອົງໄດ້ບອກໄວ້ນັ້ນຄື: ສັດຂອງຊາວເອຢິບຕາຍໝົດ ແຕ່ສັດຂອງຊາວອິດສະຣາເອນບໍ່ຕາຍຈັກໂຕ. 7ກະສັດຟາໂຣສອບຖາມເຫດການທີ່ໄດ້ເກີດຂຶ້ນຈຶ່ງຮູ້ວ່າ ສັດຂອງຊາວອິດສະຣາເອນບໍ່ໄດ້ຕາຍແມ່ນແຕ່ໂຕດຽວ. ແຕ່ກະສັດຟາໂຣກໍຍັງໃຈແຂງກະດ້າງດື້ດຶງຢູ່ຕາມເຄີຍ ແລະບໍ່ຍອມປ່ອຍໃຫ້ປະຊາຊົນອິດສະຣາເອນໄປ.
ຕຸ່ມຝີ
8ແລ້ວພຣະເຈົ້າຢາເວກໍສັ່ງໂມເຊກັບອາໂຣນວ່າ, “ຈົ່ງກຳເອົາຂີ້ເຖົ່າໄຟສອງຫລືສາມກຳຈາກເຕົາ ແລະໃຫ້ໂມເຊຫວ່ານຂຶ້ນເທິງອາກາດຕໍ່ໜ້າກະສັດຟາໂຣ. 9ແລ້ວຂີ້ເຖົ່ານັ້ນກໍຈະປິວໄປດັ່ງຂີ້ຝຸ່ນດິນເມັດນ້ອຍໆທົ່ວປະເທດເອຢິບ ແລະທຸກບ່ອນທີ່ຂີ້ຝຸ່ນດິນນີ້ຕົກຖືກຈະເກີດຕຸ່ມຝີຕາມຕົນຕົວ ຊຶ່ງແຕກເປັນບາດລາມໄປຕາມຮ່າງກາຍຂອງຄົນແລະສັດ.” 10ສະນັ້ນ ໂມເຊກັບອາໂຣນຈຶ່ງກຳເອົາຂີ້ເຖົ່າໄຟໄປຢືນຢູ່ຕໍ່ໜ້າກະສັດຟາໂຣ; ໂມເຊຫວ່ານຂີ້ເຖົ່າໄຟນັ້ນຂຶ້ນສູ່ອາກາດ ແລະມັນກໍປິວໄປຕົກໃສ່ຄົນ ແລະສັດອັນເປັນເຫດໃຫ້ເກີດຕຸ່ມຝີ ແລະແຕກເປັນບາດແຜຕາມຕົນຕົວ. 11ບັນດາໝໍມົນຂອງຊາວເອຢິບບໍ່ສາມາດມາປາກົດຕົວແຂ່ງກັບໂມເຊໄດ້ ເພາະເຂົາເອງກໍເປັນຕຸ່ມຝີຄືກັນກັບຊາວເອຢິບຄົນອື່ນໆ. 12ແຕ່ພຣະເຈົ້າຢາເວຍັງໄດ້ເຮັດໃຫ້ກະສັດຟາໂຣໃຈແຂງກະດ້າງດື້ດຶງຢູ່ຄືເກົ່າ. ເພິ່ນບໍ່ຍອມຟັງໂມເຊ ແລະອາໂຣນ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ທຸກປະການ.
ໝາກເຫັບ
13ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງໄປຫາກະສັດຟາໂຣຕັ້ງແຕ່ເຊົ້າມືດ ແລະບອກລາວວ່າພຣະເຈົ້າຢາເວ ພຣະເຈົ້າຂອງຊາວເຮັບເຣີ ກ່າວດັ່ງນີ້: ‘ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອວ່າພວກເຂົາຈະໄດ້ນະມັດສະການເຮົາ. 14ໃນເທື່ອນີ້ ເຮົາຈະບໍ່ລົງໂທດບັນດາຂ້າຣາຊການ ແລະປະຊາຊົນຂອງເຈົ້າເທົ່ານັ້ນ; ແຕ່ເຮົາຈະລົງໂທດເຈົ້າເຊັ່ນກັນເພື່ອເຈົ້າຈະໄດ້ຮູ້ວ່າ ທົ່ວເທິງແຜ່ນດິນໂລກນີ້ບໍ່ມີພະອື່ນໃດເທົ່າທຽມເຮົາ. 15ຖ້າເຮົາຍົກມືຂຶ້ນທຳຮ້າຍເຈົ້າ ແລະປະຊາຊົນຂອງເຈົ້າດ້ວຍພະຍາດອັນຮ້າຍແຮງ ພວກເຈົ້າກໍຈະດັບສູນກັນໝົດ. 16ແຕ່ທີ່ເຮົາໃຫ້ເຈົ້າຍັງມີຊີວິດຢູ່ນີ້ ກໍເພື່ອໃຫ້ເຈົ້າໄດ້ເຫັນຣິດອຳນາດຂອງເຮົາ ແລະໃຫ້ນາມຊື່ຂອງເຮົາແຜ່ຂະຫຍາຍໄປທົ່ວເທິງແຜ່ນດິນໂລກ. 17ແຕ່ຈົນບັດນີ້ ເຈົ້າກໍຍັງໃຈແຂງກະດ້າງດື້ດຶງບໍ່ຍອມປ່ອຍໃຫ້ປະຊາຊົນຂອງເຮົາໄປ. 18ສະນັ້ນ ມື້ອື່ນໃນເວລາດຽວກັນນີ້ ເຮົາຈະໃຫ້ໝາກເຫັບລູກໃຫຍ່ຕົກລົງຢ່າງໜັກ ຢ່າງບໍ່ເຄີຍມີມາຈັກເທື່ອໃນປະຫວັດສາດຂອງປະເທດເອຢິບ. 19ບັດນີ້ ຈົ່ງຕ້ອນຝູງສັດ ແລະສິ່ງຂອງຕ່າງໆໃນກາງແຈ້ງເຂົ້າສູ່ບ່ອນກຳບັງ. ຄົນທຸກຄົນແລະສັດທຸກໂຕທີ່ຢູ່ນອກ ຈະຖືກໝາກເຫັບລູກໃຫຍ່ຕົກໃສ່ຕາຍໝົດ.”’ 20ເມື່ອໄດ້ຍິນດັ່ງນີ້ ບັນດາຂ້າຣາຊການຂອງກະສັດຟາໂຣບາງຄົນກໍເກີດມີຄວາມຢ້ານ ໃນຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວ; ພວກເຂົາຈຶ່ງນຳທາດຮັບໃຊ້ ແລະຝູງສັດຂອງພວກເຂົາເຂົ້າສູ່ບ່ອນກຳບັງ. 21ແຕ່ຄົນອື່ນທີ່ບໍ່ສົນໃຈຕໍ່ຖ້ອຍຄຳຂອງພຣະເຈົ້າຢາເວ ກໍປ່ອຍໃຫ້ພວກທາດຮັບໃຊ້ ແລະຝູງສັດຂອງພວກເຂົາຢູ່ທົ່ງນາກາງແຈ້ງ.
22ຕໍ່ມາ ພຣະເຈົ້າຢາເວໄດ້ສັ່ງໂມເຊວ່າ, “ຈົ່ງຍົກມືຂຶ້ນສູ່ຟ້າສະຫວັນ ແລະໝາກເຫັບໃຫຍ່ກໍຈະຕົກທົ່ວປະເທດເອຢິບ ຖືກຄົນ, ສັດທັງຫລາຍ ແລະພືດພັນທັງໝົດຕາມທົ່ງໄຮ່ທົ່ງນາ.” 23ດັ່ງນັ້ນ ໂມເຊຈຶ່ງຍົກໄມ້ຄ້ອນເທົ້າຂອງຕົນຂຶ້ນສູ່ສະຫວັນ ແລະພຣະເຈົ້າຢາເວໄດ້ບັນດານໃຫ້ຟ້າຮ້ອງ, ໝາກເຫັບແລະໄຟໄດ້ຕົກລົງມາເທິງໜ້າດິນ. ແລະພຣະເຈົ້າຢາເວໄດ້ບັນດານໃຫ້ໝາກເຫັບດັ່ງຫ່າຝົນຕົກລົງເທິງປະເທດເອຢິບ. 24ມີໝາກເຫັບແລະໄຟປົນໝາກເຫັບຕົກລົງມາຢ່າງໜັກ ແບບທີ່ບໍ່ເຄີຍມີມາຈັກເທື່ອ ໃນທົ່ວດິນແດນຂອງປະເທດເອຢິບ, ຕັ້ງແຕ່ເອຢິບເລີ້ມເປັນປະເທດມາ. 25ສິ່ງສາລະພັດໃນທົ່ງນາກາງແຈ້ງທົ່ວປະເທດ ຕະຫລອດທັງຄົນ ແລະສັດໄດ້ຖືກໝາກເຫັບໃຫຍ່ ຕົກລົງມາທຳລາຍຈົນຈິບຫາຍໝົດ. ພືດຜົນພ້ອມທັງຕົ້ນໄມ້ໃນທົ່ງໄຮ່ທົ່ງນາກໍລົ້ມທະລາຍຕາຍກ້ຽງ. 26ມີແຕ່ເຂດໂກເຊັນ ບ່ອນທີ່ຊາວອິດສະຣາເອນອາໄສຢູ່ເທົ່ານັ້ນທີ່ໝາກເຫັບບໍ່ໄດ້ຕົກໃສ່.
27ກະສັດຟາໂຣໄດ້ໃຊ້ຄົນໄປເອີ້ນໂມເຊ ແລະອາໂຣນມາພົບ ແລະເວົ້າວ່າ, “ໃນເທື່ອນີ້ ເຮົາໄດ້ເຮັດຜິດບາບແລ້ວ; ພຣະເຈົ້າຢາເວເປັນຝ່າຍຖືກ ແລະເຮົາກັບປະຊາຊົນຂອງເຮົາເປັນຝ່າຍຜິດ. 28ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວເຖີດ ໝາກເຫັບແລະຟ້າຮ້ອງໄດ້ລົງໂທດເຮົາໜັກພໍແລ້ວ ເຮົາຂໍສັນຍາວ່າຈະປ່ອຍໃຫ້ພວກເຈົ້າໄປ; ພວກເຈົ້າບໍ່ຈຳເປັນຢູ່ທີ່ນີ້ອີກຕໍ່ໄປດອກ.”
29ໂມເຊຈຶ່ງບອກກະສັດຟາໂຣວ່າ, “ເມື່ອຂ້ານ້ອຍອອກໄປຈາກເມືອງນີ້ແລ້ວ ຂ້ານ້ອຍຈະຍົກມືຂຶ້ນພາວັນນາອະທິຖານຕໍ່ພຣະເຈົ້າຢາເວ. ສຽງຟ້າຮ້ອງຈະຢຸດແລະໝາກເຫັບກໍຈະບໍ່ມີອີກ ເພື່ອທ່ານຈະໄດ້ຮູ້ວ່າແຜ່ນດິນໂລກນີ້ເປັນຂອງພຣະເຈົ້າຢາເວ. 30ແຕ່ຂ້ານ້ອຍຮູ້ຢູ່ວ່າ ທ່ານກັບບັນດາຂ້າຣາຊການຂອງທ່ານ ຈະຍັງບໍ່ຢຳເກງພຣະເຈົ້າຢາເວພຣະເຈົ້າເທື່ອ.”
31ຕົ້ນປ່ານ ແລະຕົ້ນເຂົ້າເດືອຍໄດ້ຖືກທຳລາຍໝົດກ້ຽງ ເພາະຕົ້ນປ່ານກຳລັງອອກດອກ ແລະຕົ້ນເຂົ້າເດືອຍກໍກຳລັງມີຮວງ. 32ແຕ່ເຂົ້າບະເລນັ້ນບໍ່ໄດ້ຖືກທຳລາຍ ເພາະຍັງບໍ່ທັນພົ້ນດິນຂຶ້ນມາເທື່ອ.
33ໂມເຊຈຶ່ງອຳລາກະສັດຟາໂຣໄປ. ຫລັງຈາກອອກຈາກຕົວເມືອງແລ້ວ ເພິ່ນກໍໄດ້ຍົກມືຂຶ້ນພາວັນນາອະທິຖານຕໍ່ພຣະເຈົ້າຢາເວ. ສຽງຟ້າຮ້ອງ, ໝາກເຫັບ ແລະຝົນຈຶ່ງເຊົາຕົກ. 34ເມື່ອກະສັດຟາໂຣໄດ້ເຫັນເປັນແນວນັ້ນ ເພິ່ນກໍກະທຳບາບອີກ. ເພິ່ນເອງແລະຂ້າຣາຊການແຮ່ງເກີດໃຈແຂງກະດ້າງດື້ດຶງຂຶ້ນຫລາຍກວ່າເກົ່າ 35ແລະເພິ່ນບໍ່ຍອມປ່ອຍໃຫ້ປະຊາຊົນອິດສະຣາເອນໄປ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ຜ່ານທາງໂມເຊທຸກປະການ.
Currently Selected:
ອົບພະຍົບ 9: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.