ພວກໝໍມົນໄດ້ພະຍາຍາມໃຊ້ເວດມົນຄາຖາຂອງພວກເຂົາຂັບໄລ່ຮີ້ນໜີໄປ ແຕ່ເຮັດບໍ່ໄດ້. ຮີ້ນຈຶ່ງຕອມຢູ່ເຕັມທົ່ວທຸກບ່ອນ ແລະພວກໝໍມົນຈຶ່ງໄປບອກກະສັດຟາໂຣວ່າ, “ແມ່ນພຣະເຈົ້າທີ່ເຮັດສິ່ງນີ້!” ແຕ່ກະສັດຟາໂຣຍັງໃຈແຂງກະດ້າງດື້ດຶງຄືເກົ່າ ແລະບໍ່ເຊື່ອຟັງໂມເຊ ແລະອາໂຣນ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ທຸກປະການ.