ຂອງພຣະຣາຊທານຂອງພຣະອົງ ກໍຄືໃຫ້ບາງຄົນເປັນອັກຄະສາວົກ, ບາງຄົນເປັນຜູ້ປະກາດພຣະທຳ, ບາງຄົນເປັນຜູ້ປະກາດຂ່າວປະເສີດ, ບາງຄົນເປັນສິດຍາພິບານ ແລະ ຄູສາສະໜາ. ເພື່ອຈັດຕຽມໄພ່ພົນທັງຫລາຍຂອງພຣະອົງ ໃຫ້ເປັນຜູ້ຮັບໃຊ້ທີ່ເໝາະສົມ ເພື່ອເສີມສ້າງພຣະກາຍຂອງພຣະຄຣິດໃຫ້ຈະເລີນຂຶ້ນ. ຈົນກວ່າເຮົາທຸກຄົນຈະບັນລຸເຖິງຄວາມເປັນນໍ້າໜຶ່ງໃຈດຽວກັນໃນຄວາມເຊື່ອ ແລະໃນຄວາມຮູ້ເຖິງເລື່ອງພຣະບຸດຂອງພຣະເຈົ້າ ຈົນກວ່າເຮົາຈະເປັນຄົນໃຫຍ່ເຕັມສ່ວນ ຄືເຕັມເຖິງຂະໜາດຄວາມສົມບູນຂອງພຣະຄຣິດ