ແລະຢ່າເມົາເຫລົ້າແວງ ຊຶ່ງພາໃຫ້ເສຍຄົນ ແຕ່ຈົ່ງເຕັມລົ້ນດ້ວຍພຣະວິນຍານກໍດີກວ່າ. ຈົ່ງສົນທະນາກັນດ້ວຍບົດເພງສັນລະເສີນ ບົດເພງນະມັດສະການ, ບົດເພງທີ່ໄດ້ຮັບການດົນໃຈຈາກພຣະວິນຍານ ຄືຈົ່ງຮ້ອງເພງນະມັດສະການ ແລະເພງຍ້ອງຍໍສັນລະເສີນ ຖວາຍແດ່ອົງພຣະຜູ້ເປັນເຈົ້າ ຈາກຈິດໃຈຂອງພວກເຈົ້າ. ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ພຣະບິດາເຈົ້າສະເໝີສຳລັບທຸກໆສິ່ງ ໃນນາມຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ.