ຂ້າພະເຈົ້າພາວັນນາອະທິຖານ ຂໍພຣະອົງຊົງໂຜດປະທານກຳລັງອັນເຂັ້ມແຂງຝ່າຍຈິດໃຈແກ່ພວກເຈົ້າ ໂດຍເດດພຣະວິນຍານຕາມຄວາມອຸດົມສົມບູນ ແຫ່ງພຣະສະຫງ່າຣາສີຂອງພຣະອົງ, ເພື່ອພຣະຄຣິດຈະຊົງສະຖິດຢູ່ໃນຈິດໃຈຂອງພວກເຈົ້າໂດຍທາງຄວາມເຊື່ອ ເພື່ອວ່າເມື່ອໄດ້ວາງຮາກລົງຢ່າງໝັ້ນຄົງໃນຄວາມຮັກແລ້ວ, ພວກເຈົ້າກໍຈະມີຄວາມສາມາດເຂົ້າໃຈ ພ້ອມກັບໄພ່ພົນທັງປວງຂອງພຣະອົງ ເຖິງຄວາມກວ້າງ, ຄວາມຍາວ, ຄວາມສູງ ແລະຄວາມເລິກ, ທັງຈະຮູ້ຈັກຄວາມຮັກຂອງພຣະຄຣິດ ຊຶ່ງເກີນຄວາມຮູ້ ເພື່ອເຈົ້າທັງຫລາຍຈະໄດ້ຮັບຄວາມເຕັມບໍຣິບູນ ຂອງພຣະເຈົ້າທຸກປະການ.