ທີ່ຈິງແລ້ວ ພວກເຮົາບໍ່ໄດ້ຖືສິ່ງໃດວ່າເກີດມາຈາກຄວາມສາມາດຂອງພວກເຮົາເອງ, ແຕ່ຄວາມສາມາດທີ່ພວກເຮົາມີນັ້ນ ແມ່ນມາຈາກພຣະເຈົ້າ. ເພາະແມ່ນພຣະອົງທີ່ໄດ້ເຮັດໃຫ້ພວກເຮົາສາມາດເປັນຜູ້ຮັບໃຊ້ພັນທະສັນຍາໃໝ່ ຊຶ່ງບໍ່ແມ່ນປະກອບດ້ວຍຕົວໜັງສື ແຕ່ດ້ວຍພຣະວິນຍານ. ດ້ວຍວ່າ, ຕົວໜັງສືປະຫານໃຫ້ຕາຍ ແຕ່ພຣະວິນຍານນັ້ນ ຊົງປະທານໃຫ້ມີຊີວິດ.