1
2 ໂກຣິນໂທ 4:18
ພຣະຄຳພີສັກສິ
ພຄພ
ເພາະວ່າ ພວກເຮົາບໍ່ໄດ້ປັກໃຈໃສ່ໃນສິ່ງທີ່ຕາເຫັນຢູ່, ແຕ່ໃນສິ່ງທີ່ຕາບໍ່ເຫັນ. ດ້ວຍວ່າ, ສິ່ງທີ່ຕາເຫັນຢູ່ນັ້ນກໍເປັນຂອງຊົ່ວຄາວ, ແຕ່ສິ່ງທີ່ຕາບໍ່ເຫັນນັ້ນ ກໍດຳລົງຢູ່ຖາວອນຕະຫລອດໄປ.
Compare
Explore 2 ໂກຣິນໂທ 4:18
2
2 ໂກຣິນໂທ 4:16-17
ເຫດສະນັ້ນ, ພວກເຮົາຈຶ່ງບໍ່ທໍ້ຖອຍ ເຖິງແມ່ນວ່າກາຍພາຍນອກຂອງພວກເຮົາກຳລັງຊຸດໂຊມລົງກໍຕາມ, ແຕ່ໃຈພາຍໃນຂອງພວກເຮົານັ້ນ ກໍຍັງຈະເລີນຂຶ້ນໃໝ່ທຸກໆວັນ. ຝ່າຍຄວາມທຸກລຳບາກອັນເບົາບາງແລະຊົ່ວຄາວນີ້ ກໍກຳລັງຈັດຕຽມພວກເຮົາໃຫ້ມີສະຫງ່າຣາສີອັນຍິ່ງໃຫຍ່ຖາວອນຕະຫລອດໄປ ຈົນຫາທີ່ປຽບບໍ່ໄດ້.
Explore 2 ໂກຣິນໂທ 4:16-17
3
2 ໂກຣິນໂທ 4:8-9
ພວກເຮົາຖືກຄວາມທຸກລຳບາກຮອບດ້ານ, ແຕ່ຍັງບໍ່ເຖິງຂັ້ນຂັດສົນ; ຈົນປັນຍາ, ແຕ່ຍັງບໍ່ໝົດທາງອອກ; ຖືກຂົ່ມເຫັງ, ແຕ່ບໍ່ຖືກປະຖິ້ມ; ຖືກຕີລົ້ມລົງ, ແຕ່ກໍຍັງບໍ່ເຖິງຂັ້ນເສຍຊີວິດ.
Explore 2 ໂກຣິນໂທ 4:8-9
4
2 ໂກຣິນໂທ 4:7
ແຕ່ພວກເຮົາມີຊັບສົມບັດນີ້ ຢູ່ໃນພາຊະນະດິນ ເພື່ອໃຫ້ເຫັນວ່າ ຣິດອຳນາດອັນຍິ່ງໃຫຍ່ນັ້ນເປັນຂອງພຣະເຈົ້າ ບໍ່ໄດ້ມາຈາກພວກເຮົາເອງ.
Explore 2 ໂກຣິນໂທ 4:7
5
2 ໂກຣິນໂທ 4:4
ສຳລັບຄົນທີ່ບໍ່ເຊື່ອນັ້ນ ພະຂອງໂລກນີ້ໄດ້ເຮັດໃຫ້ຈິດໃຈຂອງພວກເຂົາມືດມົວໄປ ເພື່ອບໍ່ໃຫ້ພວກເຂົາເຫັນແສງສະຫວ່າງຂອງຂ່າວປະເສີດ ເລື່ອງພຣະສະຫງ່າຣາສີຂອງພຣະຄຣິດ ຜູ້ຊົງມີລັກສະນະຂອງພຣະເຈົ້າ.
Explore 2 ໂກຣິນໂທ 4:4
6
2 ໂກຣິນໂທ 4:6
ເພາະພຣະເຈົ້າອົງທີ່ໄດ້ກ່າວວ່າ, “ໃຫ້ແສງແຈ້ງສ່ອງອອກຈາກຄວາມມືດ” ເປັນພຣະເຈົ້າອົງທີ່ສ່ອງແສງສະຫວ່າງເຂົ້າມາໃນຈິດໃຈຂອງພວກເຮົາ ເພື່ອໃຫ້ພວກເຮົາຮູ້ຈັກເຖິງສະຫງ່າຣາສີຂອງພຣະເຈົ້າ ຊຶ່ງສ່ອງແສງສະຫວ່າງໃນໃບໜ້າຂອງພຣະເຢຊູຄຣິດເຈົ້າ.
Explore 2 ໂກຣິນໂທ 4:6
Home
Bible
Plans
Videos