ແຕ່ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ຜູ້ຊົງໂຜດນຳເຮົາທຸກເວລາຕໍ່ໄປ ຕາມຂະບວນຝ່າຍຄວາມໄຊຊະນະໂດຍພຣະຄຣິດ ແລະຊົງໂຜດປະທານກິ່ນຫອມຂອງຄວາມຮູ້ຈັກພຣະອົງ ໃຫ້ປາກົດດ້ວຍເຮົາໃນທຸກບ່ອນ. ດ້ວຍວ່າ, ພວກເຮົາເປັນດັ່ງກິ່ນຫອມຫວານທີ່ພຣະຄຣິດຖວາຍແກ່ພຣະເຈົ້າ ໃນທ່າມກາງພວກທີ່ຖືກຊົງໂຜດຊ່ວຍໃຫ້ພົ້ນ ແລະໃນທ່າມກາງພວກທີ່ກຳລັງຈິບຫາຍໄປ.